WHO ຮຽກຮ້ອງໃຫ້ກຸ່ມທີ່ມີຄວາມສ່ຽງສູງເຂົ້າຮັບວັກຊິນປ້ອງກັນໄຂ້ຫວັດໃຫຍ່ ແລະ ໂຄວິດ-19
ຂ່າວຕ່າງປະເທດລາຍງານວັນທີ 10 ຕຸລາ 2023, ອົງການອະນາໄມໂລກ (WHO) ຄະນະກຳມາທິການເອີຣົບ ແລະ ສູນຄວບຄຸມ – ປ້ອງກັນພະຍາດແຫ່ງສະຫະພາບເອີຣົບ (ECDC) ໄດ້ຮຽກຮ້ອງໃຫ້ຜູ້ທີ່ມີຄວາມສ່ຽງສູງທົ່ວພາກພື້ນເບິ່ງແຍງສຸຂະພາບຕົນເອງດ້ວຍການສັກວັກຊິນ ທ່າມກາງຄວາມພະຍາຍາມເພື່ອບັນເທົາໄພຂົ່ມຂູ່ທີ່ອາດຈະເກີດຂຶ້ນຈາກພະຍາດໂຄວິດ-19 ແລະ ໄຂ້ຫວັດໃຫຍ່ຕາມລະດູການ.
ທ່ານ ຮັນ ຄູເກີ ຜູ້ອຳນວຍການສຳນັກງານປະຈຳພາກພື້ນເອີຣົບຂອງອົງການອະນາໄມໂລກເປີດເຜີຍວ່າ: ພະຍາດໂຄວິດ-19 ແລະ ໄຂ້ຫວັດໃຫຍ່ ຍັງຄົງເປັນພະຍາດຮ້າຍແຮງ ໂດຍສະເພາະໃນກຸ່ມຄົນທີ່ອ່ອນແອທີ່ສຸດ ຊຶ່ງລວມເຖິງຜູ້ທີ່ຍັງສັກວັກຊິນບໍ່ຄົບໂດສ. WHO ໄດ້ແນະນຳໃຫ້ກຸ່ມຄົນພິເສດໄດ້ແກ່ ຜູ້ອາຍຸສູງ, ຜູ້ທີ່ມີພູມຕ້ານທານຕ່ຳ, ເດັກນ້ອຍ ແລະ ແມ່ຍິງຖືພາ ເຂົ້າໄປຮັບວັກຊິນເພີ່ມເຕີມຫ່າງຈາກໂດສຫຼ້າສຸດ 6-12 ເດືອນ ຊຶ່ງຂຶ້ນຢູ່ກັບລະດັບຄວາມສ່ຽງ. ການຮຽກຮ້ອງຄັ້ງນີ້ມີຂຶ້ນຂະນະທີ່ຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ-19 ແລະ ຜູ້ທີ່ເຂົ້າປິ່ນປົວໃນຫ້ອງເບິ່ງແຍງຄົນເຈັບໜັກຫຼຸດລົງຢ່າງຕໍ່ເນື່ອງ ເມື່ອທຽບກັບຈຸດສູງສຸດຂອງການແຜ່ລະບາດ ແຕ່ການເຂົ້າປິ່ນປົວໃນໂຮງໝໍເລີ່ມເພີ່ມຂຶ້ນອີກຄັ້ງໃນປະເທດສະມາຊິກສະຫະພາບເອີຣົບບາງແຫ່ງຂອງ WHO ໂດຍສະເພາະປະເທດທີ່ມີອັດຕາການສັກວັກຊິນຕໍ່າ. ທ່ານ ຮັນ ຄູເກີ ກ່າວຕື່ມວ່າ: ຂໍ້ພິຈາລະນາສຳຄັນ 3 ປະການໃນການຕໍ່ສູ້ກັບພະຍາດໂຄວິດ-19 ໂດຍຮຽກຮ້ອງໃຫ້ນາໆປະເທດຮີບເລັ່ງການສັກວັກຊິນເຂັມກະຕຸ້ນພ້ອມທັງເນັ້ນເຖິງຄວາມສຳຄັນຂອງການເຝົ້າລະວັງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ຊຶ່ງລວມເຖິງການກວດຫາເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ (SARS-CoV-2) ໃນນໍ້າເປື້ອນ ແລະ ເນັ້ນໃຫ້ຄວາມສຳຄັນກັບຄຸນນະພາບອາກາດ ແລະ ການລະບາຍອາກາດພາຍໃນຕຶກອາຄານ.
ນອກຈາກນັ້ນ, WHO ໄດ້ເນັ້ນເຖິງຄວາມຈຳເປັນທີ່ຜູ້ຊ່ຽວຊານດ້ານການເບິ່ງແຍງສຸຂະພາບຄວນເຂົ້າໄປສັກວັກຊິນ ເພື່ອປ້ອງກັນຕົນເອງ ແລະ ຄົນເຈັບດ້ວຍ.

