ອາຫານແຄມທາງຄຸນຄ່າທີ່ຄວນຮັກສາ

ອາຫານແຄມທາງຄຸນຄ່າທີ່ຄວນຮັກສາ

ໂດຍ: ມຶກບໍ່ແຫ້ງ ທ່າມກາງການເພີ່ມຂຶ້ນຂອງອາຫານທີ່ເອີ້ນເປັນພາສາຕ່າງປະເທດວ່າຟາສຟູດນັ້ນ, ອາຫານແຄມທາງແມ່ນ ຍັງເປັນສິ່ງທີ່ບົ່ງບອກເຖິງຄຸນຄ່າຂອງວັດທະນະທຳ, ພູມສັນຖານແລະການອູ້ມຊູຊ່ວຍເຫຼືອຊີວິດການ ເປັນຢູ່ຂອງຄົນແຕ່ລະທ້ອງຖິ່ນທີ່ພວກເຮົາຄວນຮັກສາໄວ້. ອາຫານແຄມທາງໝາຍຄວາມວ່າແນວໃດ? ອົງການອາຫານແລະກະສິກຳຂອງອົງການສະຫະປະຊາຊາດ ໄດ້ໃຫ້ນິຍາມໄວ້ວ່າອາຫານແຄມທາງແມ່ນບົ່ງບອກເຖິງອາຫານທີ່ຫຼາກຫຼາຍປະເພດທີ່ກຽມພ້ອມຮັບປະທານເຊິ່ງສ່ວນຫຼາຍຈະໄດ້ຮັບການປຸງແຕ່ງແລະກະກຽມຕາມສະຖານທີ່ສາທາລະນະໂດຍສະເພາະແຄມທາງ, ຕາມນິຍາມນີ້ ພວກເຮົາກໍເວົ້າໄດ້ວ່າເຂົ້າຫຼາມປີ້ງໄກ່ ທີ່ຂາຍຢູ່ບ້ານໄຮ່ປາກງື່ມຫຼືບໍ່ກໍຢູ່ເຊໂນແຂວງສະຫວັນນະເຂດ ແລະບ້ານນາ ປົ່ງແຂວງສາລະວັນ, ເຂົ້າຈີ່ປາເຕທີ່ຂາຍຕາມແຄມທາງຢູ່ນະຄອນຫຼວງວຽງຈັນ, ເຂົ້າຊອຍຢູ່ຕະຫຼາດມືດແຂວງ ຫຼວງນໍ້າທາກໍລ້ວນແລ້ວແຕ່ເອີ້ນວ່າອາຫານແຄມທາງທີ່ມີທັງລົດຊາດອັນແຊບຊ້ອຍແລະຫຼາກຫຼາຍ. ອາຫານແຄມທາງມີຄວາມສຳຄັນຫຼາຍປະການ, ອັນທີ່ໜຶ່ງກໍແມ່ນບົ່ງບອກເຖິງວັດທະນະທຳການກິນ…

ປາໂຕດຽວຢ່າໃຫ້ເໜົ່າໝົດຂ້ອງ

ໂດຍ: ທິດ​ກໍ່າ ທິດ​ກໍ່າ​ໄດ້​ອົດ​ກັ້ນ​ມາ​ຫລາຍ​ວັນແລ້ວ, ພາຍຫລັງ​​​ໄດ້​ຍິນ​ໄດ້​ຟັງ ​ແລະ ​ໄດ້​ເຫັນຍິງປະ​ເທດ​ໃກ້​ຄຽງ​ຄົນ​ໜຶ່ງ​ເວົ້າສຽດ​ສີ​ໃຫ້​ປະ​ເທດ​ລາວ ແລະ ຄົນ​ລາວ. ​ຈົນ​ມາ​ຮອດ​ໄລຍະ​ນີ້​​ກໍ​ຍັງ​​ເຫັນ​ປາ​ກົດ​ການໄບ້ຢູ່​ໄຈ້ໆ​ຂອງມັນ. ການ​ເວົ້າໃສ່ຮ້າຍປ້າຍ ສີ ຫລື ດູຖູກຢຽບຫຍາມປະເທດອື່ນດ້ວຍ​ຄວາມ​ອັກຄະຕິຈິດຂອງຕົນເອງ ໂດຍບໍ່ຄໍານຶງເຖິງສິດທິຂອງ​ຄວາມ​ເປັນ ມະນຸດ ຫລື ກ່າວຫາ​ລາມໄປເຖິງປະເທດອື່ນຄົນ​ອື່ນຢ່າງບໍ່ມີຫລັກການນັ້ນເຂົາເອີ້ນວ່າຜິດຕໍ່ແນວທາງ​ແຫ່ງຄວາມ ສາມັກຄີ, ​ສັນຕິພາບ ​ແລະ…

ຢາເສບຕິດຂ້າຄົນໃນທາງກົງ ແລະ ທາງອ້ອມ

ໂດຍ: ກ້ອງສ່ອງ ອິດສະຫລະ ຕາມ​ເຮົາ​ວ່າ, ສະພາບ​ການ​ຈັບ​ກຸມ​ພວກ​ຄ້າຂາຍ​ຢາ​ເສບ​ຕິດ​ຢູ່ບ້ານ​ເຮົາ​ເບິ່ງຢ່າງໜຶ່ງມັນຄືມີລຽນຕິດ​ຕໍ່​ເນື່ອງ. ຂ່າວຄາວຜູ້ເສບ, ຜູ້ຕິດຢາບ້າກໍມີອາການກໍາເລີບໜັກໜ້າ. ສະພາບຂອງຜູ້ຕິດຢາບ້າອາລະວາດຂ້າກັນຕາຍກໍປາ ກົດມີ​ໃຫ້​ເຫັນຫລາຍ​ສົມຄວນເຊັ່ນ: ພໍ່ຂ້າລູກ, ລູກຂ້າພໍ່ແມ່, ຜົວຂ້າເມຍ ລວມເຖິງສະພາບລັກໝົກຈົກຫໍ່​ອື່ນໆ. ຈາກສະພາບດັ່ງກ່າວເຮົາ​ໃນຖານະເປັນຄົນສື່ກໍຕັ້ງຄໍາຖາມຢູ່ໃນໃຈຕົນເອງວ່າ: ຢູ່ບ້ານເພິ່ນເມືອງທ່ານ ຫລື ປະ ເທດທີ່ຈະເລີນພັດທະນາແລ້ວເພິ່ນກໍມີຄືບ້ານເມືອງເຮົາບໍ່​ນໍ້ ? ​ແຕ່ໃນຄວາມເປັນຈິງແລ້ວສະເພາະຢູ່​ປະເທດເຮົາ…

ກອງປະຊຸມສະພາເພື່ອແກ້ໄຂບັນຫາຂອງຊາດ

ໂດຍ: ທິດກໍ່າ ດັ່ງ​ພວກ​ເຮົາ​ຮັບ​ຮູ້​ນໍາ​ກັນ​ແລ້ວ​ວ່າ, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ​ສາມ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ໄດ້​ໄຂ ຂຶ້ນຢ່າງ​ເປັນ​ທາງ​ການ​ມາ​ແຕ່​ວັນ​ທີ 25 ​ເມສາຜ່ານມາ ແລະ ​ຈະ​ດໍາ​ເນີນ​ໄປຮອດວັນ​ທີ 18 ພຶດສະພານີ້ຈຶ່ງ​ຈະ​ໄດ້​ອັດ​ລົງ​ຢ່າງ​ເປັນ​ທາງ​ການ. ດັ່ງ​ທ່ານປະທານ​ສະພາ​ແຫ່ງ​ຊາດ ​ປານີ ຢາ​ທໍ່​ຕູ້ ໄດ້​ກ່າວ​ໃນ​ພິທີ​ເປີດ​ກອງ​ປະຊຸມ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ຈະ​ໄດ້​ພິຈາລະນາ​ ແລະ ​ຮັບຮອງ​ເອົາຫລາຍ​ບັນຫາ​ສໍາຄັນ​ຂອງ​ຊາດ…

ຊີວິດຕ້ອງສູ້ ຮູບພາບຂອງຜູ້ເປັນແມ່ທີ່ຕ້ອງຫາເງິນ ພ້ອມລູກນ້ອຍ

ຄືວັນທຳມະດາທົ່ວໄປສຳລັບບາງຄອບຄົວທີ່ຕື່ນແຕ່ເຊົ້າ, ພາລູກໄປໂຮງຮຽນ, ແລງມາແຕ່ງພາເຂົ້າໃຫ້ຄອບຄົວ ກິນເຂົ້າພ້ອມຫນ້າພ້ອມຕາ ຍອກລໍ້ລົມກັນມ່ວນຫົວຕາມພາສາຄອບຄົວ. ນັ້ນເປັນຮູບພາບທີ່ເບີ່ງແລ້ວອົບອຸ່ນຫົວໃຈ… ແຕ່ຍັງມີບາງຄອບຄົວທີ່ຜູ້ເປັນແມ່ຕ້ອງຕື່ນແຕ່ເຊົ້າຫາເງິນລ້ຽງຊີບ ພ້ອມກັບຍັງມີລູກນ້ອຍທີ່ຕ້ອງເບີ່ງແຍງ ແລະ ຍ້ອນຄວາມທຸກຈົນນັ້ນ ລູກນ້ອຍກໍ່ຈຳເປັນຕ້ອງປະເຊີນກັບໂລກພາຍນ້ອກທີ່ບໍ່ອາດຫລີກລ້ຽງໄດ້. ຂ້າງລຸ່ມນີ້ ເປັນຮູບພາບທີ່ເບີ່ງແລ້ວຕ້ອງສະເທືອນໃຈ ແລະ ແນ່ນອນວ່າເປັນແຮງໃຈໃຫ້ໃຜຫລາຍໆຄົນ

ຂາຍເຄື່ອງກອງບຸນກໍລ້ຽງຊີບໄດ້

ປ້າຄໍາຜັນເປັນຄົນມັກເຂົ້າວັດເຂົ້າວາເຮັດບຸນສິນກິນທານຕາມຮີດຄອງປະເພນີຂອງຊາວພຸດລາວເຮົາມາຕັ້ງແຕ່ຍັງເຍົາໄວ, ຍ້ອນວ່າພໍ່-ແມ່ເພິ່ນພາເຮັດຈຶ່ງ ເຮັດໃຫ້ຈິດໃຈຂອງປ້າຄໍາຜັນມີຄວາມຜູກພັນ ຢູ່ກັບວັດ ວາອາຮາມຕະຫຼອດມາ, ຈົນກະທັ້ງ ໄດ້ ມາສ້າງ ຄອບຄົວກໍຍັງໄດ້ພາລູກພາຫຼານສືບຕໍ່ເຂົ້າວັດຟັງທໍາ ຕັກບາດຢາດນໍ້າຄໍ້າຈັງຫັນເພື່ອ ອຸປະຖໍາຄໍ້າຊູພະພຸດທະສາສະໜາ, ຊຸກຍູ້ລູກຫຼານນັບຖືສິນຫ້າ ແລະ ພ້ອມກັນງົດເຫຼົ້າເຂົ້າພັນສາທຸກໆປີ. ປັດຈຸບັນ, ປ້າຄໍາຜັນຢູ່ບ້ານ ໜອງສ້າງທໍ່, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນ ເຖິງແມ່ນ…

ປາກເວົ້າມືເຮັດ ສຳເລັດແນ່ນອນ

    ຂໍສະເໜີຕໍ່ທ່ານຜູ້ອ່ານແຕ່ແຖວທຳອິດຂອງບົດນີ້ໂລດວ່າ ຢ່າຫາວ່າຈານແຫຍ່ຫລົບລີ້ນປີ້ນຄວາມ ເພາະຄັ້ງ ໜຶ່ງເຄີຍຂຽນ (ໃນຄໍລຳນີ້ລະ) ວ່າ ເບື່ອເວົ້າເລື່ອງບັນຫາພາສາລາວໃນຍຸກນີ້ ເພາະເວົ້າມາຫລາຍເທື່ອ ແລະ ມີ ຫລາຍຄົນເວົ້າ ແຕ່ຈັງຫວະການປ່ຽນແປງກໍຍັງຢູ່ໃນເກຍເຕົ່າ ເລັ່ງເທົ່າໃດມັນກໍຍັງຄືບຄານໄປຄືເຕົ່າ. ມີບາງຄົນ ໂຍນບັນຫາໄປເບື້ອງສະພາວ່າບໍ່ໄດ້ກຳນົດມາດຕະການທາງກົດໝາຍຄັກແນ່ ເພື່ອຄຸ້ມຄອງ ແລະ ພັດທະນາພາສາ ລາວ…

ສືບທອດອາຊີບແກະສະຫລັກຈາກຜົວ

ປ້າບົວຮຽງ ກຸມພົນພັກດີ, ຢູ່ບ້ານວຽງສະຫວັນ, ໜ່ວຍ14, ເມືອງສີໂຄດຕະບອງນະຄອນຫຼວງວຽງຈັນ, ເປັນແມ່ຍິງທີ່ມີ ຄວາມໜັກແໜ້ນ, ເຂັ້ມແຂງ, ມີຄວາມອົດທົນ, ດຸໝັ່ນ  ແລະ ພາກພຽນ, ເຖິງຈະມີຄວາມ ຫຍຸ້ງຍາກພຽງໃດກໍຕາມແຕ່ບໍ່ເຄີຍຫວາດຫວັ່ນ ແລະ ບໍ່ຍອມທໍ້ຖອຍຄິດຢ່າງດຽວກໍຄືເດີນໄປໜ້າເລື້ອຍໆ, ດ້ວຍການສືບທອດຢຶດຖືເອົາອາຊີບແກະສະຫຼັກ, ສັບລິງສັບລາຍໂອ-ຂັນຈາກຜົວທີ່ເຄີຍພາເຮັດ ຜ່ານມາ. ປ້າບົວຮຽງໄດ້ໃຫ້ສຳພາດ…

ບັນຍາກາດສະຫລອງສົງການມີອັນໄດ້, ມີອັນເສຍ

ໂດຍ: ທິດ​ກໍ່າ ຖືວ່າ​ບັນຍາກາດ​ຂອງ​ການສະເຫລີມສະຫລອງສົ່ງ​ທ້າຍ​ປີ​ເກົ່າ​ ພສ 2559 ​ແລະ ຕ້ອນຮັບ​ປີ​ໃໝ່ 2560 ໄດ້​ສິ້ນສຸດ​ລົງ​ດ້ວຍຄວາມ​ຄຶກຄື້ນມ່ວນ​ຊື່ນ ​​ແລະ ​ມີ​ຄວາມ​ສະຫງົບ​ຈົບງາມ, ​ທັງ​ມີ​ອັນ​ໄດ້ ​ແລະ​ ມີ​ອັນ​ເສຍ. ​ເປັນຫຍັງ​ຈຶ່ງ​ວ່າ​ແນວ​ນັ້ນ ? ​ໂຕ​ທີ່​ເຮົາ​ໄດ້​ນັ້ນອັນ​ທີໜຶ່ງ​​ແມ່ນ​ໄດ້​ພັກ​ຍາວ​ຫລາຍມື້​ ຍ້ອນ​ວ່າ​ສົງການ​ປີ​ນີ້ມັນ​ກົງເປະ​ໃສ່​ວັນສຸກ, ວັນ​ເສົາ ​ແລະ…

ຈັບຜູ້ລັກລອບຂົນສົ່ງທາດເຄມີອັນຕະລາຍມາດໍາເນີນຄະດີ

ໃນວັນທີ 24 ເມສານີ້ເຈົ້າໜ້າທີ່ກົມຕຳຫລວດຈະລາຈອນໄດ້ສົ່ງຕົວທ້າວ ຄຳອ້ວນ ອາຍຸ 43 ປີຢູ່ບ້ານຫ້ວຍແກ້ວ, ເມືອງຄຳເກີດ ແລະ ທ້າວ ອິນປົງ ອາຍຸ 30 ປີຢູ່ບ້ານວຽງຄຳ, ເມືອງປາກກະດິງ, ແຂວງບໍລິຄຳໄຊ ໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນກົມໃຫຍ່ຕໍາຫລວດເອົາຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ, ພາຍຫລັງຮ່ວມກັນນໍາໃຊ້ລົດກະບະວີໂກ້ ໝາຍເລກທະບຽນ ກກ…