ສະຫະປະຊາຊາດປະກາດເຕືອນ ໄຟສໍາຮອງໂຮງໝໍຢູ່ກາຊາໃກ້ໝົດ ເຫລືອໃຊ້ບໍ່ຮອດ 24 ຊົ່ວໂມງ

ສໍານັກງານເພື່ອການປະສານງານດ້ານມະນຸດສະທໍາແຫ່ງສະຫະປະຊາຊາດ (OCHA) ປະກາດເຕືອນໃນວັນທີ 16 ຕຸລາວ່າ: ໄຟສໍາຮອງຂອງໂຮງໝໍຫລາຍແຫ່ງໃນເຂດກາຊາທີ່ຖືກປິດລ້ອມຢ່າງສົມບູນໂດຍກອງທັບອິດສະລາແອນໃກ້ຈະໝົດແລ້ວ ແລະ ເຫລືອໃຊ້ບໍ່ຮອດ 24 ຊົ່ວໂມງ ຢ້ານຄົນເຈັບຈໍານວນຫລາຍຢູ່ໂຮງໝໍຜະເຊີນຄວາມສ່ຽງຈາກວິກິດຂາດເຂີນພະລັງງານ ຈົນກາຍເປັນວິກິດດ້ານມະນຸດສະທໍາຄັ້ງໃຫຍ່.

ທ່ານ ອັຊຣາຟ ອັລ-ກີດຣາ ເຈົ້າໜ້າທີ່ກະຊວງສາທາລະນະສຸກປາແລັສຕິນ ລະບຸວ່າ: ຊາວເມືອງຢູ່ເຂດກາຊາຍັງໄດ້ຮັບຜົນກະທົບຈາກການສູ້ຮົບກັນລະຫວ່າງກອງທັບອິດສະລາແອນ ແລະ ກອງກໍາລັງຕິດອາວຸດຮາມັດຕໍ່ເນື່ອງຍາວນານກວ່າ 1 ອາທິດ ສົ່ງຜົນໃຫ້ບັນດາເຈົ້າໜ້າທີ່ທາງການແພດ ແລະ ສາທາລະນະສຸກຢູ່ເຂດກາຊາຕ້ອງຮັບມືກັບຈໍານວນຄົນເຈັບ ແລະ ຜູ້ໄດ້ຮັບບາດເຈັບຈາກສົງຄາມທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ທ່າມກາງສະຖານະການທີ່ຢາເລີ່ມຂາດເຂີນ ແລະ ໄຟສໍາຮອງຂອງໂຮງໝໍຕ່າງໆໃກ້ຈະໝົດລົງ.

ກະຊວງສາທາລະນະສຸກປາແລັສຕິນລະບຸວ່າ: ປັດຈຸບັນເຂດກາຊາມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 2.800 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກເກືອບ 10.000 ຄົນແລ້ວ. ຂະນະທີ່ອີກປະມານ 1.000 ຄົນຍັງສູນຫາຍ ໂດຍເຊື່ອວ່າສ່ວນຫລາຍຕິດຢູ່ພາຍໃຕ້ຊາກອາຄານຕ່າງໆທີ່ພັງລົງມາ.

ໂດຍທ່ານ ກີດຣາ ໄດ້ຮຽກຮ້ອງໃຫ້ປະຊາຊົນຊາວປາແລັສຕິນເດີນທາງໄປບໍລິຈາກເລືອດເພື່ອຊ່ວຍຜູ້ໄດ້ຮັບບາດເຈັບຈາກການສູ້ຮົບຢູ່ໂຮງໝໍຊີຟາ ເຊິ່ງເປັນໂຮງໝໍທີ່ມີຂະໜາດໃຫຍ່ສຸດໃນບັນດາໂຮງໝໍຂອງລັດ 13 ແຫ່ງໃນເຂດກາຊາ.

ທ່ານ ກີດຣາ ລະບຸວ່າ: ຖ້າໂຮງໝໍບໍ່ສາມາດໃຫ້ບໍລິການຕໍ່ໄປໄດ້ ປະຊາຄົມໂລກທັງໝົດມີສ່ວນຕ້ອງຮັບຜິດຊອບຕໍ່ຄົນເຈັບ ແລະ ຜູ້ໄດ້ຮັບບາດເຈັບຫລາຍຮ້ອຍຫລາຍພັນຊີວິດທີ່ຕ້ອງອາໄສວຽກບໍລິການດ້ານການແພດ ແລະ ສາທາລະນະສຸກ ໂດຍສະເພາະຈາກໂຮງໝໍຊີຟາແຫ່ງນີ້.

ອ້າງອີງ: