ສື່ໃໝ່ທ້າທາຍສື່ເກົ່າ

ໂດຍ: ກ້ອງສ່ອງ ອິດສະຫລະ
ເວົ້າເຖິງການປ່ຽນແປງຂອງໂລກໃນຍຸກປັດຈຸບັນນີ້ ມັນບໍ່ພຽງແຕ່ທາງດ້ານດິນຟ້າອາກາດ ແລະ ສິ່ງແວດລ້ອມເທົ່ານັ້ນ ມັນຍັງລາມໄປຮອດດ້ານວັດທະນະທໍາ-ສັງຄົມ ເຊິ່ງມັນສະແດງອອກໃນຫລາຍດ້ານ ເປັນຕົ້ນການພົວພັນລະຫວ່າງຄົນກັບຄົນ, ລະ ຫວ່າງຄົນກັບວັດຖຸ ແລະ ນອກນັ້ນ ທາງດ້ານເຕັກໂນໂລຊີກໍນັບມື້ກ້າວໜ້າລ້ຳຍຸກ ແລະ ລໍ້າສະໄໝໄປຕິກໆ ເກືອບເວົ້າໄດ້ວ່າຄົນ ເຮົາແລ່ນນໍາບໍ່ທັນ ແລະ ສິ່ງໜຶ່ງທີ່ຢາກຍົກຂຶ້ນມາເວົ້ານັ້ນແມ່ນເລື່ອງສື່ອອນລາຍ, ອິນເຕີເນັດ ຫລື ເອີ້ນກັນວ່າ: “ສື່ໃໝ່”.
ກ່າວເຖິງສື່ໃໝ່ໃນສະໄໝກ່ອນພວກເຮົາອາດເຄີຍໄດ້ຍິນ ແລະ ໄດ້ຟັງພໍ່ແມ່ເຖົ້າແກ່ ຫລື ຄູບາອາຈານເພິ່ນເວົ້າແບບຄໍາພັງເພີຍສູ່ຟັງແບບກະຕວງລ່ວງໜ້າໄວ້ວ່າ: ໃນອະນາຄົດພໍຕົກເຖິງຍຸກບ້ານເມືອງຈະເລີນ ຈະເຫັນມ້າປົ່ງເຂົາ, ເສົາອອກດອກ, ຫູທິບຕາທິບ, ທາງສິບຄືນຊາວຄືນຊິຫຍໍ້ເປັນຄາວມື້ ວ່າຊັ້ນ ! ພໍມາຮອດປັດຈຸບັນແມ່ນເປັນຕາມຄໍາທີ່ເພິ່ນເວົ້າແທ້ໆ ເພາະຄໍາວ່າມ້າປົ່ງເຂົາກໍແມ່ນເຂົາລົດຈັກ, ເສົາອອກດອກກໍແມ່ນເສົາໄຟຟ້າ, ຫູທິບຕາທິບກໍຄືໂທລະສັບ, ໂທລະພາບ ແລະ ສື່ຕ່າງໆ ທີ່ມັນປາກົດຂຶ້ນຢູ່ໃນສັງຄົມແຕ່ລະໄລຍະ ແລະ ທາງສິບຄືນຊາວຄືນຊິຫຍໍ້ເປັນຄາວມື້ ກໍແມ່ນການຂີ່ລົດຂີ່ຍົນທ່ອງທ່ຽວໄປມາມັນຮອດໄວກວ່າສະໄໝກ່ອນຕັ້ງຫລາຍພັນເທົ່າ ເຊິ່ງມັນແຕກຕ່າງກັບຄາວກ່ອນໄປມາທາງໃດມີແຕ່ຍ່າງກັບຍ່າງ. ນີ້ລະຄືຄໍາປິດສະໜາ ແລະ ປັນຍາຂອງຄົນໃນຍຸກກ່ອນທີ່ສອນໃຫ້ພວກເຮົາມີແນວຄວາມຄິດ, ຄວາມອ່ານ, ຄວາມສະຫລາດປາດເປື່ອງ ແລະ ແບບອ້ອມຄ້ອມ ແລະ ເປັນກາຍວິໄສທັດໄວ້ລ່ວງໜ້າແຫ່ງຂະບວນວິວັດທະນາການຂອງໂລກ.
ຖ້າຈະມາເວົ້າເຖິງສື່ໃໝ່ໃນຍຸກປັດຈຸບັນ ມັນກໍຍິ່ງລໍ້າຍຸກທັນສະໄໝໄປເລື້ອຍໆ. ແຕ່ກ່ອນພວກເຮົາພຽງແຕ່ໄດ້ຟັງໃນຫູ ແລະ ປາກຕໍ່ປາກລົມກັນ, ແຕ່ມາຮອດປັດຈຸບັນພັດທັງໄດ້ຟັງໃນຫູ, ທັງໄດ້ເຫັນກັບຕາ, ທັງວ່ອງໄວທັນໃຈ, ໃຜຈະຢູ່ຟາກຟ້າແດນດິນໃກ້ ຫລື ໄກກໍສາມາດລົມກັນໄດ້, ເຫັນໜ້າກັນໄດ້ສະບາຍ. ນອກນັ້ນ ບັນດາເຫດການຕ່າງໆ, ແຫລ່ງຂ່າວຂໍ້ມູນ ນັບທັງອັນດີ ແລະອັນຮ້າຍທີ່ມັນໄດ້ເກີດຂຶ້ນໃນສັງຄົມພວກເຮົາກໍສາມາດຮັບຮູ້ ແລະ ເຫັນກັບຕາຢ່າງວ່ອງໄວທັນໃຈ. ນີ້ລະຄືຄວາມດີເດັດເຜັດມັນ ຂອງສື່ໃໝ່ທີ່ມັນໄດ້ເກີດຂຶ້ນໃນສັງຄົມຍຸກປັດຈຸບັນ. ຕາມຜູ້ຂຽນວ່າ, ໃນຂັ້ນຕໍ່ໄປຄວາມນໍາສະໄໝລ້ຳຍຸກໃນດ້ານນີ້ມັນຈະກ້າວຂຶ້ນເຖິງລະດັບສູງສຸດຊໍ່າໃດນັ້ນກໍຕ້ອງໄດ້ພິສູດຕິດຕາມເບິ່ງນໍາກັນໃນຂັ້ນຕໍ່ໆໄປ.
ຕາມເຮົາຄິດ, ຖ້າພວກເຮົາຈະຕັ້ງໂຈດກັນວ່າໃນຂົງເຂດສື່ໃໝ່ມັນໄດ້ທ້າທາຍສື່ເກົ່າບໍ່ ? ຄໍາຕອບໂຈດກໍຄືມັນທ້າທາຍຢ່າງແນ່ນອນ ແລະ ທ້າທາຍຫລາຍອີ່ຫລີ ຍ້ອນວ່າຄົນທັງຫລາຍພາກັນຫັນເຫ ແລະ ເຫີ່ໄປຫາໂຕທີ່ວ່ອງໄວ ແລະທັນສະໄໝກວ່າ, ສົມທົບກັບໃນຍຸກປະຫວັດສາດຜ່ານມາຄົນລາວເຮົາພາກັນຂີ້ຄ້ານອ່ານໜັງສືພິມແດ່, ທັງພັບຕໍາລາທີ່ເປັນປະໂຫຍດສາລະພັດຢ່າງໃຫ້ແກ່ຊີວິດປະຈໍາວັນ ແລະ ສ້າງພູມປັນຍາກາຍເປັນຄັງສາງແຫ່ງຄວາມຮູ້. ຍ້ອນສະພາບດັ່ງກ່າວໃນເມື່ອມີສື່ໃໝ່ມາຄອງໃຈ ກໍຍິ່ງເຮັດໃຫ້ສື່ເກົ່າຕົກຕໍາແໜ່ງໄປແບບປະລິຍາຍໃນຫລາຍເທົ່າ.
ເຖິງຢ່າງໃດກໍດີ, ຕາມເຮົາວ່າເຖິງຈະຕົກຢູ່ໃນກໍລະນີໃດກໍຕາມລະຫວ່າງສື່ໃໝ່ກັບສື່ເກົ່າມັນກໍມີອັນດີ ແລະ ຈຸດອ່ອນຈຸດແຂງທີ່ແຕກຕ່າງກັນ ເປັນຕົ້ນສື່ໃໝ່ຈະເນັ້ນໜັກພຽງແຕ່ບອກເຫດການຈະບໍ່ໄດ້ເວົ້າຢ່າງລະອຽດລະອໍເຖິງທີ່ໄປທີ່ມາ, ປະຫວັດ ຫລື ຕົວການຂອງບັນຫາ, ຜົນໄດ້ຜົນເສຍ ແລະ ອື່ນໆ ຍ້ອນມັນມີອັນຈໍາກັດສະເພາະໃນຕົວຂອງມັນເອງ. ສ່ວນວ່າສື່ເກົ່ານັ້ນອາດຈະບອກເລົ່າທັງເຫດການ, ທີ່ໄປທີ່ມາຢ່າງລະອຽດ ແລະ ຍິ່ງໄປກວ່ານັ້ນ ມັນຍັງມີອັນສະຫລຸບຊອກຫາທາງແກ້ຢ່າງລະອຽດ ແລະ ກົງໄປກົງມາ. ນີ້ຄືຈຸດເດັ່ນລະຫວ່າງສື່ເກົ່າກັບສື່ໃໝ່, ເມື່ອຕັ້ງໂຈດກັນວ່າ ໃນເມື່ອສື່ໃໝ່ມາທ້າທາຍສື່ເກົ່າຄືແນວນີ້ພວກເຮົາຈະພາ ກັນຊອກຫາທາງອອກແນວໃດ ? ສໍາລັບແນວຄວາມຄິດຂອງຜູ້ຂຽນແລ້ວ, ກ່ອນອື່ນໝົດຕ້ອງມີການປັບຕົວປຽບດັ່ງຄື້ນວິທະຍຸ, ຄໍາວ່າປັບຕົວນີ້ ກໍໝາຍເຖິງເຮັດແນວໃດກໍເຮັດ ເຮົາຕ້ອງໄດ້ປັບປຸງທາງດ້ານເນື້ອໃນແລະ ຄໍາເວົ້າຕ້ອງຂຽນໃຫ້ເດັດໆເຜັດມັນ, ຊອກວິທີຊັກຊວນ ແລະ ດຶງດູດຜູ້ມາອ່ານຫລາຍຂຶ້ນ. ນອກນັ້ນ ເຫດການທີ່ເວົ້າໃນຂ່າວຕ້ອງມີຄວາມຈິງ, ເນື້ອໃນຂ່າວຄາວຕ້ອງອຸດົມສົມບູນທັງກະທັດຮັດແຕ່ຄົບຖ້ວນ, ການຕໍານິວິເຄາະຕ້ອງຢືນຢູ່ບົນຫລັກໝັ້ນ ແລະ ອຸດົມການ, ບໍ່ໃຫ້ເວົ້າສຸມສີ່ສຸມຫ້າລາມພະລາມຈົວ,ຕ້ອງເວົ້າແບບອ້ອມຄ້ອມ ແລະ ມີຕົງໂຕຍ, ຊອກເອົາສິ່ງໃໝ່ໆ, ເວົ້າແບບໃໝ່ໆທັງຊົດນ້ຳຄຸ້ຍຕ່ອນໄປພ້ອມ. ອັນສໍາຄັນທີ່ສຸດຕ້ອງຮັບໃຊ້ຊາດ, ຮັບໃຊ້ປະຊາຊົນແລະ ຮັບໃຊ້ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເພາະສື່ເຮົາແມ່ນລັດເປັນຜູ້ອຸປະຖໍາ, ຄຸ້ມຄອງ ແລະ ເບິ່ງແຍງ ນັບແຕ່ຈຸດເລີ່ມຕົ້ນຂອງການປະຕິວັດຊາດປະຊາທິປະໄຕຈົນຮອດມື້ໄດ້ຮັບໄຊຊະໃນການປົດປ່ອຍຊາດກໍຄືໄລຍະສ້າງສາ ແລະ ພັດທະນາປະເທດຊາດ. ກົງກັນຂ້າມ ຖ້າພວກເຮົາຍັງຂຽນ ແລະ ເວົ້າແບບສະຕາຍອັນເກົ່າຈ້າງກໍບໍ່ໄດ້ເງິນເຂົາ ແລະ ທັງບໍ່ໄດ້ຊົດຮອດນ້ຳຄຸ້ຍຕ່ອນ ເສົາວ່າ !.

