ກົດໝາຍກົດລະບຽບທີ່ເບິ່ງອ່າວແປກ ແຕ່ເປັນຄວາມຈິງ

  ໂດຍ: ວິ​ເສດ ສະ​ແຫວ​ງສຶກສາ ​ໃນ​ບັນຍາກາດ​ທີ່​ທົ່ວ​ສັງຄົມ​ລາວ​ພວກ​ເຮົາ​ດີ​ອົກ​ດີ​ໃຈ​ນຳ​ການ​ຮັບຮອງ​ເອົາ​ກົດໝາຍ​ໃໝ່ໆ ​ແລະ ກົດໝາຍ​ສະບັບ​ປັບປຸງ​ຫລາຍ​ສະບັບ​ໃນ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ທີ່​ຫາ​ກໍ​ອັດ​ລົງ​ສົດໆ​ຮ້ອນໆ​ນີ້, ຜູ້​ຂຽນ​ມີ​ເລື່ອງ​ກົດໝາຍ-ກົດ​ລະບຽບ​ທີ່​ເບິ່ງ​ອ່າວ​ແປກ ​ແຕ່​ເປັນຄວາມ​ຈິງ ​ເຊັ່ນ​ໃນຕົ້ນປີ 2015 ລັດຖະສະພາ​ປະ​ເທດ​ຈີ​ເລ ຢູ່​ອາ​ເມ​ລິ​ກາ​ໃຕ້ ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ເອົາ​ຜິດ​ຄົນ​ໃສ່​ຫູ​ຟັງ​ທີ່​ຍ່າງ​ຕາມ​ຖະໜົນ​ຫົນທາງ ​ແລະ ສະຖານ​ທີ່​ສາທາລະນະ​ໃນ​ທົ່ວ​ປະ​ເທດ. ​ເປົ້າໝາຍ​ຂອງ​ກົດໝາຍ​ສະບັບ​ນີ້​ແມ່ນ​ເພື່ອ​ກຳຈັດ​ຄວາມ​ສ່ຽງ​ທີ່​ຜູ້​ໃສ່​ຫູ​ຟັງ​ຈະ​ໄດ້​ຮັບ​ຈາກ​ອຸປະຕິ​ເຫດ ​ເພາະ​ມົວ​ແຕ່​ຈົດ​ຈໍ່​ຢູ່​ກັບ​ສຽງ​ເພງ ຫລື ຂໍ້ຄວາມ​ທີ່​ຟັງ​…

ຊົມເຊີຍກຳລັງເຈົ້າໜ້າທີ່ຈະເຂັ້ມງວດດ້ານລະບຽບຈະລາຈອນ

​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ບໍ່​ວ່າ​ໃຜ​ກໍ​ຈະ​ດີ​ໃຈ​ເມື່ອເຫັນຂ່າວຂອງທ່ານຫົວໜ້າ​ພະ​ແນ​ກຕຳຫລວດ​ຈະລາຈອນ​ນະຄອນຫລວງ​ວຽງ​ຈັນ ອອກ​ມາ​ຊີ້​ແຈງ​ວ່າ: ນັບ​ແຕ່​ນີ້​ໄປ ກຳລັງ​ເຈົ້າໜ້າ​ທີ່​ຂອງ​ຕົນ​ຈະ​ເພີ່​ມທະວີ​ຄວາມ​ຂະຫຍັນ​ໃນ​ການ​ຄວບ​ຄຸມ​ລະບຽບ​ການ​ຈະລາຈອນ​ໃນ​ນະຄອນຫລວງ​ໃຫ້​ເຂັ້ມງວດ ​ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ດີ​ຂຶ້ນ ພາຍຫລັງ​ສັງ​ເກດ​ເຫັນ​ວ່າ​ສະພາບ​ການ​ສັນຈອນ​ໃນ​ນະຄອນຫລວງ​ນັບ​ມື້ມີ​ຄວາມ​ແອ​ອັດ​ສັບສົນ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ເວລາ​ເລັ່ງດ່ວນ​ເຂົ້າການ-​ເລີກ​ການ ​ໄດ້​ສົ່ງ​ຜົນ​ໃຫ້ການ​ສັນຈອນ​ຕິດ​ຂັດ​ຢູ່​ເສັ້ນທາງ​ຫລັກ​ຕ່າງໆ. ທັງ​ນີ້​ກໍ​ຍ້ອນ​ສະພາບ​ລົດ​ລາງ​ພາຫະນະ​ເພີ່ມ​ຂຶ້ນຢ່າງ​ໄວວາ ​ແລະ ການຈັດຕັ້ງປະຕິບັດ​ລະບຽບ​ກົດໝາຍ​ຈະລາຈອນ​ຂອງ​ຜູ້​ໃຊ້​ລົດ-​ໃຊ້​ຖະໜົນ​ຈຳນວນ​ໜຶ່ງ​ຍັງ​ເຮັດ​ບໍ່​ໄດ້​ດີ ​ໂດຍ​ເຈົ້າໜ້າ​ທີ່​ຈະ​ເພີ່ມ​ຄວາມ​ເຂັ້ມງວດ​ຕໍ່​ຜູ້​ລະ​ເມີດ ​ແລະ ຈະ​ອອກ​ແຮງ​ລະບາຍ​ການ​ຈະລາຈອນ​ໃນ​ເສັ້ນທາງ​ຫລັກ​ຕ່າງໆ​ໃຫ້​ດີ​ຂຶ້ນ ​ໂດຍ​ຈະ​ບໍ່​ໃຫ້​ມີ​ສະພາບ​ມີ​ເຈົ້າໜ້າ​ທີ່ຢູ່​ປ້ອມ​ປະຈຳການ​ເປັນ​ຈຳນວນ​ຫລາຍ ​ແຕ່​ຜູ້​ຈະ​ລົງ​ມາ​ເຮັດ​ໜ້າ​ທີ່​ລະບາຍ ​ແລະ ຄວບ​ຄຸມ​ການ​ຈະລາຈອນ​ແມ່ນ​ມີ​ໜ້ອຍ…

ພ້ອມກັນຫັນຄັນເລັ່ງ

ໂດຍ​: ທິດ​ກໍ່າ ຕາມ​ເຮົາ​ວ່າມາ​ຮອດ​ປີ 2017 ພວກ​ເຮົາ​ທັງຫລາຍ​ຕ້ອງ​ພ້ອມ​ກັນ​ຫັນ​ຄັນ​ເລັ່ງ​ໃຫ້​ເດີນ​ໜ້າ​ຫລາຍ​ກວ່າ​ນີ້ ​ແລະ ໄວກວ່າ​ນີ້. ເປັນຫຍັງ​ຈຶ່ງ​ວ່າ​ແນວ​ນັ້ນ ? ຍ້ອນ​ວ່າຕ້ອງຫັນ​​ເອົາມະຕິ​ 10 ຂອງ​ພັກ​​ໃຫ້ເຂົ້າ​ສູ່​ລວງ​ເລິກຢ່າ​ງມີ​ໝາກ​ຜົນ. ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ​ແຫ່ງລັດ​ 5 ປີ​ຄັ້ງ​ທີ 8 ພວກ​ເຮົາກໍ​ເດີນ​ມາ​ໄດ້ເຄິ່ງທາງ​ແລ້ວ ​ແລະ ​ຍັງຈະ​ສືບ​ຕໍ່​ໄປ​ອີກ 3…

ການກວດກາ-ກວດສອບແມ່ນພາລະກິດກູ້ຊາດ

ໂດຍ: ກ້ອງສ່ອງ ອິດສະຫລະ ກ່ອນ​ອື່ນ​ເຮົາ​ເອງ​ຂໍ​ຊົມ​ເຊີຍຜູ້​ແທນ​​ສະພາ​ແຫ່ງ​ຊາດຊຸດ​ທີ 8 ທີ່​ໄດ້​ມີ​ມະຕິ​ເອກະສັນ​ຮັບຮອງ​ເອົາທ່ານນາງ ວຽງ​ທອງ ສີ​ພັນ​ດອນ ​ເປັນ​ປະທານອົງການ​ກວດ​ສອບແຫ່ງ​ລັດອີກສະໄໝ​ໝຶ່ງ. ຄື​ດັ່ງ​ເຮົາ​ໄດ້​ຕັ້ງບັນຫາຢູ່​ຂ້າງ​ເທິງ​ນັ້ນ​ແລ້ວ​ວ່າ, ການ​ເຮັດ​ໜ້າ​ທີ່​ກວດ​ກາ-ກວດສອບມັນ​ປຽບ​ເໝືອນ​ເຮັດ​ການ​ປະຕິວັດ​ເພື່ອ​ກູ້​ເອົາ​ປະ​ເທດ​ຊາດ​ບ້ານ​ເມືອງ ​ແລະ ກໍປຽບ​ເໝືອນ​ນັກຮົບ. ເປັນ​ຫຍັງ​ຈຶ່ງ​ວ່າ​ແນວ​ນັ້ນ ? ຍ້ອນ​ວ່າ​ຖ້າ​ພວກ​ເຮົາມາປຽບທຽບ​ໃສ່​ການ​ປະຕິວັດ​ຊາດ​ປະຊາທິປະ​ໄຕ​ໃນ​ສະ​​ໄໝ​ກ່ອນ​ເປົ້າ​ໝາຍ​ແມ່ນ​ເພື່ອ​ປົດ​ປ່ອຍປະ​ເທ​ດ​ຊາດ​ໃຫ້​ມີ​ເອກະລາດ, ປະຊາທິປະ​ໄຕ ​ແລະ​ ເອກະ​ພາບ. ພໍ​ຕົກມາສະ​​ໄໝ​ນີ້​ພວກ​ເຮົາ​ເຮັດ​ການ​ປະຕິວັດເປົ້າ​ໝາຍແມ່ນ​ເພື່ອ​ປົດປ່ອຍປະ​ເທດ​ຊາດອອກ​ຈາກ​ຄວາມທຸກ​ຍາກ…

ຈະແກ້ໄຂສະພາບລົດລົ້ນທາງແນວໃດ ?

     ສະບາຍດີ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ນີ້​ຄື​ຄຳ​ຖາມ​ທີ່​ມີ​ຄຳ​ຕອບ​ໄດ້​ຍາກ. ດັ່ງ​ແຕ່​ລະມື້ກໍ​ເຄີຍ​ໄດ້​ຍິນ​ຂ່າວ​ຄາວ​ເລື່ອງ​ລົດ​ຕິດ-ລົດ​ລົ້ນທາງ​ຢູ່​ບ້ານ​ເພິ່ນ​ເມືອງ​ທ່ານ ດ່ັງ​ປະ​ເທດ​ຈີນ, ຫວຽດນາມ, ​ໄທ ​ແລະ ​ເດັ່ນ​ກວ່າ​ໝູ່​ແມ່ນ​ປະ​ເທດ​ໄທ​ ​ເຊິ່ງ​ເຈົ້າໜ້າ​ທີ່​ຕຳຫລວດ​ກໍ​ບໍ່​ໄດ້​ລົດ​ລະ ​ແລະ ບໍ່​ໄດ້​ພັກ​ໄດ້​ເຊົາ ​ເພື່ອ​ຄວບ​ຄຸມ​ສະພາບ​ການ​ສັນຈອນ​ໃນ​ຕົວ​ເມືອງ ​ແລະ ບໍ່ພໍ​ເທົ່າ​ໃດ​ປີ​ສະພາບ​ການ​ດັ່ງກ່າວ​ນັ້ນກໍ​ໄດ້​ມາ​ຮອດ​ມາ​ເຖິງ ສປປ ລາວ ​ແລ້ວ ຍ້ອນ​ວ່າ​ສະພາບ​ເສດຖະກິດ-ສັງຄົມ​ໄດ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ, ຄວາມ​ຕ້ອງການ​ນຳ​ໃຊ້​ລົດ​ລາງ​ພາຫະນະ​ນັບ​ມື້​ເພີ່ມ​ທະວີ​ຂຶ້ນ…

ຢ່າໃຫ້ບັນຍາກາດການທ່ອງທ່ຽວປະເທດເຮົາທົດຖອຍ

      ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ດັ່ງ​ພວກ​ເຮົາ​ຮັບ​ຮູ້​ນຳ​ກັນ​ແລ້ວ​ວ່າ: ການທ່ອງທ່ຽວ​ຢູ່​ປະ​ເທດ​ເຮົາ​ແມ່ນ​ມີ 3 ປະ​ເພດ​ຫລັກ ຄື​ການທ່ອງທ່ຽວ​ທຳ​ມະ​ຊາດ, ປະຫວັດສາດ ​ແລະ ວັດທະນະທຳ ​ແລະ ກໍ​ເປັນ​ທ່າ​ແຮງ​ຕົ້ນຕໍ​ໜຶ່ງ​ໃນ​ການ​ດຶງ​ດູດ ​ແລະ ນຳ​ລາຍ​ຮັບ​ເຂົ້າປະ​ເທດ, ​ແຕ່​ພວກ​ເຮົາ​ຈະ​ພັດທະນາ​ມັນ​ແນວ​ໃດ ​ເພື່ອ​ຄວາມ​ຍືນ​ຍົງ​ຂອງ​ມັນ ​ໂດຍ​ສະ​ເພາະ​ແມ່ນ​ແຫ​ລ່ງທ່ອງ​ທ່ຽວ​ທຳ​ມະ​ຊາດ ​ແລະ ວັດທະນະທຳ, ​ເບິ່ງ​ລວມ​ແລ້ວ​ໃນ​ຜ່ານ​ມາ​ນີ້…

ປັດໃຈໃໝ່ທີ່ຈະພາໃຫ້ຊາດຮັ່ງມີ

ໂດຍ: ທິດ​ກໍ່າ ທ່ານ ສົມ​ດີ ດວງ​ດີ ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ເງິນ ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 8 ​ຜ່ານ​ມາ​ນີ້​ວ່າ: ການຈັດ​ຕັ້ງ​ປະຕິບັດ​ແຜນງົບປະມານ​ແຫ່ງ​ລັດ​ໄລຍະ 3 ​ເດືອນ​ຂ້າມ​ຜ່ານ​ທ້າຍ​ປີ 2016 ມີ​ດັ່ງ​ນີ້: ​ດ້ານ​ລາຍ​ຮັບ​ປະຕິບັດໄດ້ 4.023 ກວ່າຕື້​ກີບ​…

ລະນຶກເອົາວັນວິສາຄະບູຊາເຂົ້າສູ່ຈິດໃຈຂອງຊາວພຸດ.

ໂດຍ: ກ້ອງສ່ອງ ອິດສະຫລະ ຕາມ​ພຸ​ດທະ​ປະຫວັດ​ໄດ້​ກ່າວ​ໄວ້​ວ່າ: ​ພຣະພຸດທະ​ເຈົ້າຊື່​ເດີມ​ເພິ່ນ​ແຕ່​ເກີດ​ອອກ​ມາ​ແມ່ນ​ສິດ​ທັດ​ທະ.​ ​ເວລາ​ເພິ່ນ​ເກີດ​ອອກ​ມາກໍ​ແຕກ​ຕ່າງ​ຈາກ​ຄົນ​ທົ່ວ​ໄປ ຄື​ມີ​ແຂ້ວ 32 ເຫລັ້ມ ​ແລະ ​ຍ່າງ​ໄດ້ 7 ບາດກ້າວ. ເມື່ອ​ເຫັນ​ວ່າ​ເປັນ​ຄົນ​ແປກ​ໝູ່​ ຜູ້​ເປັນ​ພໍ່​ກໍ​ເລີຍ​ເອົາ​ໝໍ​ໂຫນໝໍ​ທວາຍ (ໝໍ​ຫັກ​ໄມ້​ໄລ່​ຍາມ) ມາ​ດູມາ​ເດົາ​ເບິ່ງ​ວ່າ​ເມື່ອ​ເຕີບໃຫຍ່​ຂຶ້ນ​ທ້າວ ​ສິດ​ທັດ​ທະ ​ຈະ​ເປັນ​ຄົນ​ດີ ຫລື…

ແກ້ງຂີ່ລົດກວນເມືອງຍັງເປັນສິ່ງທ້າທາຍ

     ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ບໍ່​ຮູ້​ວ່າ​ດ້ວຍ​ເຫດຜົນ​ໃດ ກຸ່ມ​ແກ້ງ​ຂີ່​ລົດ​ກວນ​ເມືອງ​ຂອງ​ໄວ​ລຸ້ນຈຳນວນ​ໜຶ່ງ​ໄດ້​ກັບ​ມາ​ປາກົດ​ຕົວ​ຄືນ​ໃໝ່​ຢູ່​ຕາມ​ເສັ້ນທາງ​ຫລັກ​ຕ່າງໆ​ໃນ​ນະຄອນຫລວງ​ວຽງ​ຈັນ, ພາຍຫລັງ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ ​ແລະ ຕຳຫລວດ​ຈະລາຈອນ​ໄດ້​ເອົາ​ໃຈ​ໃສ່​ສະກັດ​ກັ້ນປາກົດການ​ຫຍໍ້​ທໍ້​ດັ່ງກ່າວ​ໄດ້​ຫລຸດຜ່ອນ​ລົງ ​ແລະ ​ເຮັດ​ໃຫ້​ບ້ານ​ເມືອງ​ມີ​ຄວາມ​ສະຫງົບ​ສຸກ. ​ແຕ່​ມາ​ຮອດ​ປັດຈຸບັນ​ ສະພາບ​ກໍ່​ຄວາມ​ບໍ່​ສະຫງົບ​ດັ່ງກ່າວ​ພັດ​ມາ​ປາກົດ​ຕົວ​ຄືນ​ອີກ ​ໂດຍ​ສະ​ເພາະ​ຢູ່​ຖະໜົນ​ລ້ານ​ຊ້າງ. ປະຊາຊົນ​ຜູ້​ຢູ່​ເຂດ​ຖະໜົນ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ​ເວລາ​ປະມານ​ທ່ຽງ​ຄືນ​ຂອງ​ແຕ່​ລະ​ວັນ​ຈະ​ມີ​ໄວ​ລຸ້ນຈຳນວນ​ບໍ່​ໜ້ອຍ​ເຂົ້າມາ​ລວມຕົວ​ກັນ ພ້ອມ​ລົດຈັກ​ຫລາຍ​ຂະໜາດ​ທີ່​ມີ​ການ​ດັດ​ແປງ​ໃຫ້​ເກີດ​ສຽງ​ດັງ. ຈາກ​ນັ້ນ ພວກ​ເຂົາ​ຈະ​ໃຊ້​ແມ​ວມອງ​ຂີ່​ລົດ​ອອກ​ໄປ​ສັງ​ເກດ​ເບິ່ງ​ເຈົ້າໜ້າ​ທີ່, ຖ້າ​ປອດ​ໄພ​ແລ້ວ​ພວກ​ເຂົາ​ກໍ​ຈະ​ພາກັນ​ເລັ່ງລົດ​ເປັນ​ພຶງ​ອອກ​ຈາກ​ເຂດ​ຕະຫລາດ​ເຊົ້າຜ່ານ​ອານຸສາລະ​ວີ​ຕັດ​ໃສ່​ໂພນ​ເຄັງ ​ແລ້ວ​ກໍ​ກັບ​ຄືນ​ມາ​ໃນ​ສຽງ​ດັງ​ສະໜັ່ນ​ໄປ​ທົ່ວ​ເມືອງ ສົ່ງ​ຜົນ​ກະທົບ​ຮ້າຍ​ແຮງ​ຕໍ່​ຄວາມ​ສະຫງົບ…

ການລົງໂທດໃນຄະດີລະເມີດສິດທິຂອງເດັກຢູ່ບາງປະເທດ

ໂດຍ: ວິ​ເສດ ສະ​ແຫວ​ງສຶກສາ ນັບ​ແຕ່​ມື້ນີ້, ຍັງ​ອີກ​ປະມານ 2 ອາທິດ ກໍ​ຈະ​ຮອດ​ວັນ​ເດັກນ້ອຍ​ສາກົນ. ດັ່ງນັ້ນ ຈຶ່ງ​ຂໍ​ສະ​ເໜີ​ເລື່ອງ​ມາດ​ຕະການ​ຂອງ​ບາງ​ປະ​ເທດ​ໃນ​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ເດັກນ້ອຍ ກໍ​ຄື​ການ​ລົງ​ໂທດ​ຜູ້​ທີ່​ລະ​ເມີດ​ສິດທິ​ຂອງ​ເດັກ. ຢູ່​ມາ​ເລ​ເຊຍ ຫວ່າງ​ບໍ່​ດົນ​ມາ​ນີ້, ຫລາຍ​ໜ່ວຍ​ງານ​ທີ່​ເຮັດ​ໜ້າ​ທີ່​ປົກ​ປ້ອງ​ສິດທິ​ຂອງ​ເດັກ​ໄດ້​ອອກ​ມາ​ຮຽກຮ້ອງ​ໃຫ້​ລັດຖະສະພາ​ດັດ​ແກ້​ກົດໝາຍ​ທີ່​ພົວພັນ​ກັບ​ການ​ປົກ​ປ້ອງ​ສິດທິ​ຂອງ​ເດັກ ​ໂດຍ​ສະ​ເໜີ​ໃຫ້​ລຶບ້ລາງ​ເນື້ອ​ໃນ​ທີ່​ວ່າ: ຜູ້​ຊາຍ​ທີ່​ຂົ່ມຂືນ​ເດັກ​ຍິງ​ນັ້ນຈະ​ບໍ່​ໄດ້​ຮັບ​ໂທດ ຖ້າ​ຜູ້ກ່ຽວ​ແຕ່ງດອງ​ກັບ​ເດັກ​ຍິງ​ທີ່​ຕົກ​ເປັນ​ເຫຍື່ອ. ຜູ້​ຮຽກຮ້ອງ​ໃຫ້​ດັດ​ແກ້​ຈຸດ​ນີ້ ບອກ​ວ່າ​ໂທດ​ການ​ຂົ່ມຂືນ​ບໍ່​ສາມາດ​ໄຖ່​ໄດ້​ດ້ວຍ​ການ​ແຕ່ງດອງ, ຜູ້​ກໍ່​ໂທດ​ຕ້ອງ​ໄດ້​ຮັບ​ໂທດ,…