ລະດູຝົນກ້າວເຂົ້າມາແລ້ວ ຈົ່ງເອົາໃຈໃສ່ອະນາໄມຕະຄອງຮ່ອງນ້ຳໃຫ້ດີ
ສະບາຍດີ ເພື່ອນຜູ້ອ່ານ, ພວກເຮົາມາພົບກັນອີກ ເຊິ່ງລະດູຝົນກໍພວມຄືບໜ້າເຂົ້າມາທຸກຂະນະແລ້ວ, ບັນຫາທີ່ພວກເຮົາຈະໄດ້ພ້ອມກັນເອົາໃຈໃສ່ນັ້ນກໍແມ່ນການອະນາໄມເສັ້ນທາງ, ຕະຄອງຮ່ອງນ້ຳໃນຕົວເມືອງໃຫ້ດີ ເພື່ອຫລີກເວັ້ນສະພາບນ້ຳອັ່ງຂັງ. ດັ່ງບົດຮຽນໄດ້ພິສູດໃຫ້ເຫັນມາແລ້ວ ເມື່ອຮອດຍາມຝົນຕົກລົງມາ ຢູ່ຕາມຕົວເມືອງໃຫຍ່ຕ່າງໆ ດັ່ງນະຄອນຫລວງວຽງຈັນມັກຈະປະສົບບັນຫາເລື່ອງນ້ຳອັ່ງຂັງຕາມເສັ້ນທາງຫລວງ ແລະ ເຮືອນຊານໃນເຂດພື້ນທີ່ຕໍ່າຕ່າງໆ, ສາເຫດຕົ້ນຕໍແມ່ນເນື່ອງມາຈາກຮ່ອງນ້ຳອຸດຕັນ ຍ້ອນຂາດການຮັກສາອະນາໄມ ແລະ ອີກອັນໜຶ່ງແມ່ນມາຈາກການຖົມດິນ ເພື່ອການກໍ່ສ້າງຕ່າງໆ ເຮັດໃຫ້ພື້ນທີ່ໂລ່ງໃນຕົວເມືອງນັບມື້ຄັບແຄບເຂົ້າ, ເມື່ອເປັນແນວນັ້ນ ກໍສົ່ງຜົນໃຫ້ການສັນຈອນໄປມາໃນຕົວເມືອງພົບຄວາມຫຍຸ້ງຍາກ, ຖະໜົນຫົນທາງເປ່ເພໄວກວ່າກຳນົດ ເຮັດໃຫ້ສູນເສຍວັດຖຸເງິນຄຳທີ່ລັດໄດ້ລົງທຶນເຂົ້າໃສ່ການພັດທະນາພື້ນຖານໂຄງລ່າງດັ່ງກ່າວໃນແຕ່ລະປີເປັນຈຳນວນບໍ່ໜ້ອຍ.
ຕໍ່ສະພາບດັ່ງກ່າວ, ທ່ຽງທຳ ຈຶ່ງຂໍແນະນຳວ່າ: ລະດູຝົນໃກ້ຈະເລີ່ມຂຶ້ນແລ້ວ ຈຶ່ງຂໍຮຽກຮ້ອງໃຫ້ພວກເຮົາທຸກຄົນໃນຕົວເມືອງໃຫຍ່ຈົ່ງໄດ້ເປັນເຈົ້າການຊ່ວຍກັນຮັກສາອະນາໄມເສັ້ນທາງ, ຮ່ອງລະບາຍນ້ຳຕ່າງໆໃຫ້ດີ ໂດຍສະເພາະໜ່ວຍງານບໍລິຫານ ແລະ ພັດທະນາຕົວເມືອງຍິ່ງຈະຕ້ອງໄດ້ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ດີ, ເອົາໃຈໃສ່ແນະນຳຕັກເຕືອນຜູ້ເຮັດວຽກອະນາໄມຕົວເມືອງເພີ່ມທະວີການອະນາໄມຕະຄອງຮ່ອງນ້ຳຕາມເສັ້ນທາງຕ່າງໆໃຫ້ດີ ເພື່ອບໍ່ໃຫ້ເກີດສະພາບຮ່ອງນ້ຳອຸດຕັນ ແລະ ເຮັດໃຫ້ການລະບາຍນ້ຳໄດ້ຍາກ ເຖິງວ່າໃນຜ່ານມາໜ່ວຍງານດັ່ງກ່າວກໍໄດ້ເປັນເຈົ້າການປະຕິບັດວຽກງານຂອງຕົນ, ແຕ່ກໍຍັງບໍ່ທັນໄດ້ດີພໍ ເຊິ່ງເປັນຈຸດບອດໜຶ່ງສົ່ງຜົນໃຫ້ນ້ຳຖ້ວມຖະໜົນຫົນທາງໄດ້ງ່າຍ, ພ້ອມນັ້ນກໍຈະຕ້ອງໄດ້ເຂັ້ມງວດກວດກາການຖົມດິນ, ຖົມດອນ ເພື່ອການກໍ່ສ້າງໃນຕົວເມືອງໃຫ້ດີຂຶ້ນກວ່າເກົ່າ.

