ປູກໄມ້ຍັງມີປະສິດທິຜົນໜ້ອຍ
ເພື່ອນຜູ້ອ່ານທີ່ຮັກແພງ, ໂດຍລິງເຫັນຄວາມສຳຄັນຂອງປ່າໄມ້, ນັບແຕ່ປີ 1980, ພັກ ແລະ ລັດຖະບານເຮົາໄດ້ກຳນົດເອົາວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ນັບແຕ່ນັ້ນມາ ຂະບວນປູກໄມ້ຢູ່ປະເທດເຮົາກໍນັບມື້ຂະຫຍາຍຕົວກວ້າງຂວາງ ແລະ ມາຮອດປັດຈຸບັນ ທົ່ວປະເທດສາມາດປູກໄມ້ໄດ້ແລ້ວປະມານ 4-5 ແສນເຮັກຕາ ແລະ ສ່ວນໃຫຍ່ແມ່ນຕົ້ນຢາງພາລາມີເນື້ອທີ່ເກືອບ 3 ແສນເຮັກຕາ ອັນເປັນການລົງທຶນຂອງຕ່າງປະເທດຫລາຍກວ່າ, ສ່ວນການປູກໄມ້ອຸດສາຫະກຳອື່ນໆແມ່ນຍັງຂະຫຍາຍຕົວໜ້ອຍເມື່ອທຽບໃສ່ການລົງທຶນຢ່າງມະຫາສານຂອງລັດຖະບານໃນແຕ່ລະປີ. ມີຫລາຍຄົນໃຫ້ທັດສະນະວ່າ: ຍ້ອນຫຍັງ ການປູກໄມ້ຢູ່ປະເທດເຮົາຈຶ່ງມີປະສິດຜົນໜ້ອຍ ? ຕົ້ນຕໍແມ່ນຂາດການບົວລະບັດຮັກສາຢ່າງຈິງຈັງ ເມື່ອປູກລົງແລ້ວກໍປະປ່ອຍໄປຕາມມີຕາມເກີດ ໂດຍບໍ່ໄດ້ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ ຫລື ອົງການຈັດຕັ້ງໃດຄຸ້ມຄອງຮັກສາຢ່າງລະອຽດ, ປະປ່ອຍໃຫ້ສັດທຳລາຍ ຫລື ກໍຫ່ຽວແຫ້ງແລ້ວຕາຍໄປ ເຮັດໃຫ້ການລອດເຫລືອດຂອງຕົ້ນໄມ້ປູກໃໝ່ມີໜ້ອຍ ແລ້ວຮອດລະດູປູກໄມ້ປີໃໝ່ມາກໍຕ້ອງໄດ້ມາປູກໃສ່ແຕ່ຂຸມເກົ່າຕິດຕໍ່ໄປຢ່າງບໍ່ມີມື້ຊິ້ນສຸດ, ຜູ້ລົງທຶນກໍລົງທຶນ, ຜູ້ຜະລິດເບ້ຍໄມ້ຂາຍກໍບໍ່ໄດ້ເອົາຫົວຊາວ່າຕົນໄມ້ເຫລົ່ານັ້ນຈະໃຫຍ່ໂຕ ຫລື ບໍ່ ຂໍຕົນເອງໄດ້ຂາຍເບ້ຍໄມ້ ແລະ ໄດ້ເງິນມາກໍພໍແລ້ວ, ສ່ວນຂະແໜງການກ່ຽວຂ້ອງຈຳນວນໜຶ່ງກໍຍັງບໍ່ທັນໄດ້ຕັ້ງໜ້າສຶກສາຄົ້ນຄວ້າເຖິງສະພາບດິນຟ້າອາກາດວ່າໄມ້ຊະນິດໃດເໝາະສົມປູກຢູ່ໃສ ພາກໃຕ້ ຫລື ພາກເໜືອ, ໄມ້ເຂດຮ້ອນ ຫລື ເຂດໜາວ. ເວົ້າລວມແລ້ວ, ພວກເຮົາຍັງຂາດຂອດການຈັດສັນທີ່ດີ. ຈາກນັ້ນຈຶ່ງເຮັດໃຫ້ການປູກໄມ້ຢູ່ປະເທດເຮົາຍັງມີປະສິດທິຜົນໜ້ອຍ.
ເອົາລະວັນປູກໄມ້ແຫ່ງຊາດ ທີ 1 ມິຖຸນາ ກໍຫຍັບມາໃກ້ທຸກທີແລ້ວ, ພວກເຮົາຈະຕ້ອງໄດ້ເປັນເຈົ້າການຮ່ວມກັນ ເພື່ອເຮັດໃຫ້ການປູກໄມ້ປີນີ້ມີປະສິດທິຜົນ, ປູກແລ້ວຕ້ອງເອົາໃຈໃສ່ເຖິງຂອດບົວລະບັດ ແລະ ຄຸ້ມຄອງຮັກສາໃຫ້ດີ ເພື່ອຄວາມຈະເລີນເຕີບໃຫຍ່ຂອງມັນ ແນໃສ່ບັນລຸຕົວເລກຄາດໝາຍວາງໄວ້ ແຕ່ນີ້ຮອດປີ 2020 ໃຫ້ເນື້ອທີ່ປ່າໄມ້ຂອງປະເທດເຮົາກວມເອົາ 70%. ດັ່ງນັ້ນ ການປູກໄມ້ໃຫ້ເປັນປ່າບໍ່ແມ່ນວ່າພວກເຮົາຈະປູກສະເພາະແຕ່ໃນວັນປູກໄມ້ແຫ່ງຊາດເທົ່ານັ້ນ, ພວກເຮົາສາມາດປູກໄດ້ທຸກມື້ ແລະ ທຸກສະຖານທີ່ຕາມເງື່ອນໄຂ ແລະ ຄວາມເໝາະສົມຂອງມັນ, ແຕ່ສິ່ງສຳຄັນ ພາຍຫລັງປູກແລ້ວຕ້ອງເອົາໃຈໃສ່ບົວລະບັດຮັກສາ ເພື່ອໃຫ້ເບ້ຍໄມ້ນ້ອຍທີ່ປູກໃນມື້ນີ້ກາຍເປັນຕົ້ນໄມ້ໃຫຍ່ໃນມື້ໜ້າ ນຳເອົາຄວາມອຸດົມສົມບູນທາງດ້ານສິ່ງແວດລ້ອມ ແລະ ຊີວະນາໆພັນມາສູ່ພວກເຮົາໃນອະນາຄົດ.

