ເຮັດລະບຽບແຈ້ງການມີຄວາມເຂັ້ມແຂງແລະສັກສິດ ຈຶ່ງຈະມິດສຽງແຕກຈາກກະໂພກ

ເຮັດລະບຽບແຈ້ງການມີຄວາມເຂັ້ມແຂງແລະສັກສິດ ຈຶ່ງຈະມິດສຽງແຕກຈາກກະໂພກ

ໂດຍ: ຜາຕຸງ ເມື່ອໃກ້ຈະຮອດງານສຳຄັນຕ່າງໆ ໃນແຕລະປີ ອຳນາດການປົກຄອງ ພ້ອມພະແນກອຸດສາຫະກຳ ແລະ ການຄ້າ, ປກຊ ປກສ ເພິ່ນໄດ້ອອກຄຳສັ່ງ ແຈ້ງເຕືອນໃຫ້ທົ່ວສັງຄົມປະຕິບັດຕາມ ເຊັ່ນ: ຫ້າມນຳເຂົ້າ ແລະ ຈຳໜ່າຍ ບັ້ງກະໂພກ, ບັ້ງໄຟດອກ, ວັດຖຸທີ່ມີສຽງແຕກທຸກຊະນິດ ທີ່ສ້າງຄວາມເນືອງນັນ…

ໜ້າເປັນຫ່ວງຫລາຍ ຂາຍທີ່ດິນໃຫ້ຄົນຕ່າງຊາດ

ໜ້າເປັນຫ່ວງຫລາຍ ຂາຍທີ່ດິນໃຫ້ຄົນຕ່າງຊາດ

ໂດຍ: ລູກເມືອງພວນ 17.12.24 ໄລຍະ 10 ປີມານີ້ປາກົດວ່າ ມີນັກທຸລະກິດຄົນຕ່າງຊາດເຂົ້າມາເຮັດທຸລະກິດຢູ່ໃນລາວນັບມື້ຫຼາຍຂຶ້ນ. ທຸລະກິດຂອງພວກເຂົາແມ່ນມີຫຼາກຫຼາຍວິຊາຊີບ ນັບຕັ້ງແຕ່ການຄ້າຂາຍ, ອະສັງຫາລິມະຊັບ, ຫຸ້ນສ່ວນ, ລົງທຶນ…ຈົນເຖິງການເຮັດທຸລະກິດທາງດ້ານການກະເສດ ປູກຝັງ ລ້ຽງສັດ… ເມື່ອດຳເນີນທຸລະກິດໃນດ້ານການກະສິກຳ ກໍເປັນອັນແນ່ນອນວ່າຕ້ອງມີດິນ ມີນໍ້າ ຈຶ່ງສາມາດດຳເນີນກິດຈະການນັ້ນໄດ້. ເພື່ອໃຫ້ໄດ້ມາທີ່ດິນ ຫຼື…

ເສັ້ນທາງດີ ມີຄວາມປອດໄພ ໄປມາກໍປະຢັດ ບົ່ງບອກເຖິງການພັດທະນາຂອງຊາດ

ເສັ້ນທາງດີ ມີຄວາມປອດໄພ ໄປມາກໍປະຢັດ ບົ່ງບອກເຖິງການພັດທະນາຂອງຊາດ

ໂດຍ: ທິດກໍ່າ ມີຫລາຍໆຄົນອາດເຂົ້າໃຈວ່າ ການປະຢັດເປັນພຽງບໍ່ໃຊ້ຈ່າຍຟຸມເຟືອຍໃນການກິນຢູ່ປະຈໍາວັນ ຫລື ການດໍາລົງຊີວິດ ໃນເງື່ອນໄຂທີ່ປະເທດຊາດບ້ານເມືອງຂອງພວກເຮົາພວມທຸກຍາກລໍາບາກ ແລະ ດ້ອຍພັດທະນາ, ຊໍ້າບໍ່ໜໍາ ໃນສະພາບປັດຈຸບັນຍິ່ງປະສົບບັນຫາວິກິດທາງດ້ານເສດຖະກິດ-ການເງິນ, ເຂົ້າຍາກໝາກແພງ, ຄ່າແຮງຊໍ້າພັດຍັງຕໍ່າ ກະທົບໄປເຖິງຊີວິດການເປັນຢູ່ຂອງຄົນໃນຊາດ ໂດຍສະເພາະຜູ້ມີລາຍຮັບຕໍ່າ. ແຕ່ໃນຄວາມເປັນຈິງແລ້ວ ເວົ້າເຖິງການປະຢັດມັນກໍກວມລວມໄປເຖິງທຸກຂົງເຂດວຽກງານທີ່ປິ່ນອ້ອມໃນການສ້າງສາພັດທະນາ ກໍຄືການເຄື່ອນໄຫວໄປມາ ນັບທັງຊີວິດການເປັນຢູ່ຂອງພວກເຮົາ ເຊັ່ນຖ້າເວົ້າເຖິງການຜະລິດກໍຕ້ອງມີການປະຢັດຕົ້ນທຶນ,…

ກອງປະຊຸມສະພາຂໍໃຫ້ເລັ່ງແກ້ໄຂບັນຫາທີ່ຍັງຊັກຊ້າອືດອາດ

ກອງປະຊຸມສະພາຂໍໃຫ້ເລັ່ງແກ້ໄຂບັນຫາທີ່ຍັງຊັກຊ້າອືດອາດ

ໂດຍ: ທິດກໍ່າ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການມາແຕ່ຕອນເຊົ້າວັນທີ 18 ພະຈິກ 2024 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,…

ໂຄສະນາຂາຍສິນຄ້າທາງອອນລາຍ ຕ້ອງໃສ່ໃຈຄຸນນະພາບ ແລະ ຖືກຕ້ອງກົດໝາຍ

ໂຄສະນາຂາຍສິນຄ້າທາງອອນລາຍ ຕ້ອງໃສ່ໃຈຄຸນນະພາບ ແລະ ຖືກຕ້ອງກົດໝາຍ

ໂດຍ: ຜາຕຸງ ທຸກມື້ນີ້ພໍແຕ່ເປີດເບິ່ງເຟສບຸກນຳໂທລະສັບ ກໍມັກເຫັນແຕ່ການໂຄສະນາຂາຍສິນຄ້າຕ່າງໆນາໆແຜ່ກະຈາຍຢ່າງຫຼວງຫຼາຍເຊິ່ງການໂຄສະນາຂາຍສິນຄ້າເຫຼົ່ານັ້ນມີທັງ ຍິງທັງຊາຍ ໂຄສະນາຊວນເຊື່ອໃຫ້ຮູ້ເຖິງຄຸນນະພາບຂອງສິນຄ້າ ພ້ອມດ້ວຍຄຳລົງທ້າຍດ້ວຍ ຈຣ່າ, ນະຈະ  ເມື່ອໄດ້ຟັງແລ້ວພາໃຫ້ຂົນຄີງລຸກ ຈັກເພິ່ນເອົາຄຳລົງທ້າຍນີ້ມາແຕ່ທາງໃດກໍບໍ່ຮູ້ ເມື່ອຟັງແລ້ວຈະວ່າແມ່ນສັບພາສາເວົ້າຂອງທ້ອງຖິ່ນລາວເບາະ ກໍບໍ່ແມ່ນອີກ ເພາະແຕ່ໃດໆມາຄົນລາວບໍ່ເຄີຍໃຊ້ ແລະ ບໍ່ນຳໃຊ້ອີກ. ນັ້ນເວົ້າເລື່ອງຄຳລົງທ້າຍຂອງການໂຄສະນາສິນຄ້າ, ສ່ວນສິນຄ້າກໍມີຫຼາຍຢ່າງໃຫ້ຜູ້ເຂົ້າເບິ່ງສາມາດເລືອກຊື້ໄດ້ຕາມໃຈມັກ ນັບແຕ່ອາຫານການກິນ, ເຄື່ອງໃຊ້ຂອງສອຍ,…

“ການສຶກສາສ້າງຄົນ ຄົນສ້າງຊາດ” ທຸກຄົນຮູ້ດີ ແຕ່ຍັງມີຫລາຍປັດໄຈທີ່ຕ້ອງປັບປຸງໃຫ້ສອດຄ່ອງ

“ການສຶກສາສ້າງຄົນ ຄົນສ້າງຊາດ” ທຸກຄົນຮູ້ດີ ແຕ່ຍັງມີຫລາຍປັດໄຈທີ່ຕ້ອງປັບປຸງໃຫ້ສອດຄ່ອງ

ໂດຍ: ທິດກໍ່າ ສົກຮຽນ 2024-2025 ໄດ້ເລີ່ມເປີດການຮຽນ-ການສອນມາແຕ່ວັນທີ 2 ກັນຍາ 2024 ເຊິ່ງຕາມປົກກະຕິແລ້ວ ແມ່ນເປີດໃນວັນທີ 1 ກັນຍາ ແຕ່ກົງກັບວັນອາທິດຈຶ່ງໄດ້ເລື່ອນມາໃສ່ວັນທີ 2 ກັນຍາ ອັນເປັນຕອນເຊົ້າວັນຈັນຈຶ່ງສາມາດເປີດການຮຽນ-ການສອນຢ່າງເປັນທາງການໄດ້. ແນວໃດກໍຕາມ, ເຖິງວ່າຢູ່ໃນຊ່ວງສະພາບການບ້ານເມືອງພວມປະສົບບັນຫາວິກິດທາງດ້ານເສດຖະກິດ-ການເງິນ ອັນມີຜົນກະທົບຢ່າງໃຫຍ່ຫລວງຕໍ່ຊີວິດການເປັນຢູ່ຂອງຕໍາຫລວດ, ທະຫານ,…

3 ບັນຫາທີ່ເຄັ່ງຮ້ອນ ແລະ ສຳຄັນທີ່ນະຄອນຫຼວງວຽງຈັນ ຈະເລັ່ງແກ້ໄຂໃຫ້ໄວ

3 ບັນຫາທີ່ເຄັ່ງຮ້ອນ ແລະ ສຳຄັນທີ່ນະຄອນຫຼວງວຽງຈັນ ຈະເລັ່ງແກ້ໄຂໃຫ້ໄວ

ໂດຍ: ຜາຕຸງ ກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ ຫຼື ຂອງສະພາປະຊາຊົນນະຄອນຫຼວງ ເຊິ່ງລ້ວນແລ້ວແຕ່ເປັນກອງປະຊຸມຮັບຟັງ, ຄົ້ນຄິດພິຈາລະນາ ແລະ ຮັບຮອງເອົາບັນຫາ ສຳຄັນຂອງຊາດ ຂອງແຂວງ ທີ່ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ເພື່ອພັດທະນາເສດຖະກິດ-ສັງຄົມໃຫ້ຮັ່ງມີເຂັ້ມແຂງ, ປັບປຸງຊີວິດຄວາມເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນ,ຊຶ່ງບັນຫາທັງໝົດນັ້ນແມ່ນ ສະມາຊິກສະພາໃນຖານະທີ່ເປັນຕົວແທນຂອງປະຊາຊົນໄດ້ນຳສະເໜີ ເພື່ອໃຫ່ທຸກພາກສ່ວນທີ່ກ່ຽວຂ້ອງພ້ອມກັນແກ້ໄຂ,  ໃນກອງປະຊຸມ ສະໄໝສາມັນ…

ຄອນເທັ້ນບໍ່ສ້າງສັນ ເຂົ້າຂ່າຍລາມົກອະນາຈານ ຂາດຄວາມຮັບຜິດຊອບຕໍ່ສັງຄົມ

ຄອນເທັ້ນບໍ່ສ້າງສັນ ເຂົ້າຂ່າຍລາມົກອະນາຈານ ຂາດຄວາມຮັບຜິດຊອບຕໍ່ສັງຄົມ

ບົດຄວາມໂດຍ: ຜາຕຸງ ຕ້ອງຍອມຮັບວ່າໃນຍຸກສະໄໝໃໝ່ນີ້ ການຄ້າຂາຍເຄື່ອງອອນລາຍ ສ້າງລາຍຮັບໃຫ້ສັງຄົມ, ສ້າງລາຍໄດ້ໃຫ້ປວງຊົນລາວໄດ້ເປັນຢ່າງດີ ບາງຄົນກໍຈົນມີເງິນມີຄຳ ສາມາດສ້າງເນື້ອສ້າງຕົວໃຫ້ລໍ້າລວຍມີຖານະໄດ້ດ້ວຍການໃຊ້ ຄວາມສາມາດພິເສດ, ຄວາມຖະໜັດ ແລະ ຄວາມມັກຮັກໃນອາຊີບຄ້າຂາຍ ຫລື ບາງຄົນກໍມີໄຫວພິບປາຕິພານ ສ້າງສິ່ງດຶງດູດ ໃຫ້ຄົນສົນໃຈ ເອີ້ນວ່າ “ຄອນເທັ້ນ”. ຄອນເທັ້ນ ຖືວ່າເປັນສິ່ງສຳຄັນໃນການຄ້າຂາຍທາງອອນລາຍ…

ຝົນຕົກຍາມໃດນໍ້າຖ້ວມຍາມນັ້ນ ສ່ວນງົບປະມານແກ້ໄຂຍັງໄກເກີນເອື້ອມ

ຝົນຕົກຍາມໃດນໍ້າຖ້ວມຍາມນັ້ນ ສ່ວນງົບປະມານແກ້ໄຂຍັງໄກເກີນເອື້ອມ

ໂດຍ: ທິດກໍ່າ ເວົ້າສະເພາະນະຄອນຫລວງວຽງຈັນເຮົາ ໃນສະພາບປັດຈຸບັນເຫັນວ່າຝົນຕົກມາຍາມໃດ ນໍ້າກໍຖ້ວມອັ່ງຂັງຍາມນັ້ນ ເຮັດໃຫ້ເສັ້ນທາງຫລາຍເສັ້ນຫລາຍສາຍເປັນອໍາມະພາດສ້າງຄວາມລໍາຄານໃຫ້ຄົນຈໍານວນຫລວງຫລາຍທີ່ພວມໄປວຽກໄປງານໃນຍາມເຊົ້າຕ້ອງລຸຍນໍ້າຖ້ວມຢ່າງທໍລະຫົດອົດທົນ, ລົດຈັກລົດເກັງຂອງຫລາຍໆຄົນກໍຖືກຈັກລົດດັບມອດຕາຍຟູມນໍ້າ, ບໍ່ສາມາດເດີນທາງເຖິງຈຸດທີ່ໝາຍ, ບາງຄົນກໍຕັດສິນໃຈລ້ຽວລົດກັບຄືນບ້ານ ລໍຖ້າໃຫ້ນໍ້າລົງແລ້ວຈຶ່ງວ່າກັນໃໝ່ໃນຊົ່ວໂມງໜ້າ ຫລື ມື້ໜ້າ. ເທົ່າທີ່ເຫັນສະພາບຄວາມເປັນຈິງແລ້ວ ຢູ່ນະຄອນຫລວງວຽງຈັນເຮົາ ເວລາເກີດມີຝົນຕົກໜັກປາກົດວ່າມີນໍ້າຖ້ວມອັ່ງຂັງຖ້ວມເຮືອນຊານບ້ານຊ່ອງ, ຖ້ວມຖະໜົນຫົນທາງ, ພື້ນຖານການຜະລິດ, ຖ້ວມໜອງປາແຕກສະລຸຜຸຜາຍ ຍ້ອນຟ້າຝົນຊົນລະທາມາອາລະວາດໃນຍາມວິກິດເຂົ້າຍາມໝາກແພງ. ຢ່າງໃດກໍດີ,…

ບັນຫາປາກທ້ອງ ແລະ ຄ່າຄອງຊີບ ຄືສິ່ງທີ່ຕ້ອງແກ້ໃຫ້ໄດ້ໄວ

ບັນຫາປາກທ້ອງ ແລະ ຄ່າຄອງຊີບ ຄືສິ່ງທີ່ຕ້ອງແກ້ໃຫ້ໄດ້ໄວ

ໂດຍ: ຜາຕຸງ ບັນຫາເລື່ອງປາກທ້ອງ ບັນຫາຄ່າຄອງຊີບ ຖືເປັນບັນຫາໃຫຍ່ຂອງປວງຊົນ ເຊິ່ງມັນໄດ້ແກ່ຍາວມາຫລາຍປີພໍສົມຄວນ ກ່ອນນີ້ພວກເຮົາຖິ້ມໂທດໃສ່ໂຄວິດ -19 ແຕ່ເຖິງແມ່ນວ່າໂຄວິດ-19 ຈະຈືດຈາງຫາຍໄປແລ້ວກໍຕາມ ບັນຫາຍິ່ງເພີ່ມທະວີຂຶ້ນ. ໃນກອງປະຊຸມສະພາແຫ່ງຊາດກໍເປັນບັນຫາທີ່ ສສຊ ສ່ອງແສງຫລາຍທີ່ສຸດ ແລະ ມາເຖິງ ວັນທີ 8 ກໍລະກົດ 2024…