ສົ່ງເສີມການຊົມໃຊ້ ສິນຄ້າພາຍໃນທີ່ຜະລິດໄດ້ແມ່ນໜຶ່ງໃນມາດຕະການກະຕຸ້ນເສດຖະກິດ

ສົ່ງເສີມການຊົມໃຊ້ ສິນຄ້າພາຍໃນທີ່ຜະລິດໄດ້ແມ່ນໜຶ່ງໃນມາດຕະການກະຕຸ້ນເສດຖະກິດ

ໂດຍ: ຜາຕຸງ ໃນກອງປະຊຸມສະໄໝສາມັນແຕ່ລະຄັ້ງ ຂອງສະພາແຫ່ງຊາດຊຸດທີ IX  ຜູ້ແທນຫລາຍທ່ານໄດ້ສະເໜີຕໍ່ສະພາວ່າໃຫ້ແກ້ໄຂເລື່ອງນັ້ນເລື່ອງຢ່າງເດັດຂາດ ໂດຍສະເພາະການສົ່ງເສີມຜະລິດຕະພັນພາຍໃນ ແລະ ການຫ້າມນຳເຂົ້າສິນຄ້າບາງຢ່າງທີ່ຜະລິດໄດ້, ແຕ່ໃນພາກປະຕິບັດຕົວຈິງນັ້ນຍັງບໍ່ທັນມີຜົນປາກົດອອກມາຢ່າງໃສແຈ້ງ, ກົງກັນຂ້າມຍັງເຫັນສິນຄ້າທີ່ບໍ່ຈໍາເປັນນໍາເຂົ້າຈາກຕ່າງປະເທດຢ່າງຫລວງຫລາຍ ນັບທັງພືດຜັກ, ສິນຄ້າປະເພດອຸປະໂພກ-ບໍລິໂພກ ແລະ ເຄື່ອງດື່ມປະເພດອື່ນໆອີກເຕັມຕະຫຼາດ  ຈາກການທີ່ບໍ່ເດັດບໍ່ຂາດຄືແນວນີ້ບໍຈຶ່ງເຮັດໃຫ້ການຜະລິດບໍ່ ກ້ວາງຂວາງ ນອກຈາກບໍ່ກວ້າງຂວາງແລ້ວຍັງເປັນການສ້າງໃຫ້ຄົນລາວມີນິໃສມັກງ່າຍອາໄສແຕ່ການຫາຍໃຈຮ່ວມກັບຮູດັງຄົນອື່ນຢູ່ຕະຫຼອດ ມັນເຖິງເວລາແລ້ວທີ່ພວກເຮົາຄວນປົດປ່ອຍບັນຫານີ້ໄປໃຫ້ພົ້ນໂດຍໄວ ເພື່ອ…

ສຶກສາຫາຄວາມຮູ້ ແລະ ສ້າງອາຊີບໃສ່ຕົນເອງ ຄືບາດກ້າວສູ່ຄວາມເປັນຜູ້ໃຫຍ່

ສຶກສາຫາຄວາມຮູ້ ແລະ ສ້າງອາຊີບໃສ່ຕົນເອງ ຄືບາດກ້າວສູ່ຄວາມເປັນຜູ້ໃຫຍ່

 ໂດຍ: ຜາຕຸງ ການທີ່ເຮົາຮຽນຕໍ່ຈາກມັດທະຍົມຕອນຕົ້ນກ້າວສູ່ມັດທະຍົມຕອນປາຍ ຫຼື ຈົບຈາກມັດທະຍົມຕອນປາຍ ກ້າເຂົ້າສູ່ ວິທະຍາໄລ, ມະຫາວິທະຍາໄລ, ສະຖາບັນວິຊາຊີບໃດໜຶ່ງ ລວມທັງການໄປຮຽນຕໍ່ຢູ່ຕ່າງປະເທດ ຂອງຜູ້ທີ່ມີເງື່ອນໄຂ ລ້ວນແລ້ວແຕ່ ເປັນການດີທີ່ຊອກສະແຫວງຫາຄວາມຮູ້ຄວາມສາມາດເພື່ອມາພັດທະນາຕົນເອງ ຄອບຄົວ ກໍຄືປະເທດຊາດໃຫ້ຈະເລີນກ້າວໜ້າ ຍັງດີກວ່າຈະປະຖິ້ມເວລາຖິ້ມໂອກາດໃນການພັດທະນາຕົນເອງໄປໂດຍບໍ່ມີປະໂຫຍດ ດີກວ່າການຫຼີ້ນກິນຟຸມເຟືອຍ, ເຂົ້າຮ້ານເຫຼົ້າ, ຮ້ານເບຍເຮຮາສະໜຸກສະໜານ ອາໄສພໍ່ແມ່ຜູ້ປົກຄອງໄປແຕ່ລະມື້ແຕ່ລະວັນ…

ການດຳເນີນການເຄື່ອນໄຫວທຸລະກິດຮ້ານກິນດື່ມ ຮ້ານບັນເທີງ ຕ້ອງສອດຄ່ອງກັບລະບຽບກົດໝາຍ

ການດຳເນີນການເຄື່ອນໄຫວທຸລະກິດຮ້ານກິນດື່ມ ຮ້ານບັນເທີງ ຕ້ອງສອດຄ່ອງກັບລະບຽບກົດໝາຍ

ໂດຍ: ຜາຕຸງ ໃນສະພາບເສດຖະກິດຝຶດເຄືອງ ເງິນກີບອ່ອນຄ່າ, ອັດຕາເງິນເຟີ້ສູງ ຄວາມຜັນຜວນຂອງອັດຕາແລກປ່ຽນບໍ່ຄົງທີ່ ລາຄາສິນຄ້າເຄື່ອງອຸປະໂພກ ບໍລິໂພກ ລ້ວນແລ້ວ ແຕ່ຖີບຕົວຂຶ້ນສູງ ຍັງເປັນບັນຫາທີ່ແກ້ໄຂບໍ່ທັນໄດ້ ແລະ ເປັນບັນຫາທີ່ທ້າທາຍຕໍ່ຫຼາຍພາກສ່ວນໃນການສືບຕໍ່ແກ້ໄຂໃຫ້ໂລ່ງລ່ຽນການຊອກສະແຫວງຫາຄວາມຢູ່ລອດຂອງທຸກຄົນໃນສັງຄົມຕ້ອງສືບຕໍ່ດຳເນີນໄປຕາມແຕ່ລະເງື່ອນໄຂຂອງໃຜມັນ ແລະ ການດຳເນີນການເຄື່ອນໄຫວທຸລະກິດຮ້ານກິນດື່ມ ຮ້ານບັນເທີງຕ່າງໆ ແມ່ນໜຶ່ງທາງອອກເພື່ອຄວາມຢູ່ລອດ ຈາກນັ້ນຈຶ່ງປາກົດເຫັນວ່າ ທຸລະກິດນີ້ເລີ່ມເກີດຂຶ້ນຢ່າງຫຼວງຫຼາຍ ຈິງຢູ່ວ່າ…

ເສດຖະກິດ ແລະ ການສຶກສາພັດທະນາຄົນ ສອງຢ່າງຕ້ອງໄປພ້ອມກັນ

ເສດຖະກິດ ແລະ ການສຶກສາພັດທະນາຄົນ ສອງຢ່າງຕ້ອງໄປພ້ອມກັນ

ໂດຍ: ຜາຕຸງ ສະພາບເສດຖະກິດຝືດເຄືອງ ເງິນກີບລາວອ່ອນຄ່າ ອາດເປັນສາເຫດໜຶ່ງທີ່ພາໃຫ້ແຮງງານລາວຈໍານວນບໍ່ໜ້ອຍໜີອອກຈາກປະເທດເພື່ອໄປຫາວຽກເຮັດງານທໍາຊອກເບ້ຍຫາເງິນຢູ່ຕ່າງແດນ, ໃນບັນ ດາແຮງງານລາວຫຼາຍໝື່ນຫຼາຍແສນທີ່ໄປຊອກເບ້ຍຫາເງິນຢູ່ຕ່າງປະເທດນັ້ນ ໃນນັ້ນມີແຮງງານໄວໜຸ່ມທີ່ເປັນນັກຮຽນນັກສຶກສາຈຳນວນບໍ່ໜ້ອຍປະລະການຮຽນເພື່ອໄປເປັນແຮງງງານ ມີທັງໄປຢ່າງຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍ, ຈົນເຮັດໃຫ້ຕົວເລກອັັດຕາການຮຽນ ທັງໃນຊັ້ນມັດທະຍົມສຶກສາ ແລະ ມະຫາວິທະຍາໄລແຫ່ງຊາດ ຫຼຸດລົງຢ່າງໜ້າເປັນຫ່ວງ. ເມື່ອເວົ້າເຖິງແຮງງານລາວ ໂດຍສະເພາະແມ່ນ ແຮງງານໄວໜຸ່ມໄວຄະນອງທີ່ກຳລັງສຶກສາຮ່ຳຮຽນໃນລະດັບມັດທະຍົມສຶກສາທີ່ໜີໄປເຮັດວຽກທໍາງານຢູ່ຕ່າງປະເທດນັ້ນ ສ່ວນໜຶ່ງອາດໄປຍ້ອນຕົນເອງບໍ່ຢາກຮຽນແດ່…

ແຮງງານຫຼັ່ງໄຫຼໄປຕ່າງປະເທດຫຼາຍ ຈະມີການຄຸ້ມຄອງແຮງງານເຫຼົ່ານັ້ນແນວໃດ?

ແຮງງານຫຼັ່ງໄຫຼໄປຕ່າງປະເທດຫຼາຍ ຈະມີການຄຸ້ມຄອງແຮງງານເຫຼົ່ານັ້ນແນວໃດ?

ໂດຍ: ຜາຕຸງ ການທີ່ມີແຮງງານລາວຫຼັ່ງໄຫຼໄປເຮັດວຽກຢູ່ຕ່າງແດນມັນກໍມີອັນດີທີ່ອັນຕັ້ງໜ້າສາມາດນຳເງິນຕາກັບຄືນປະເທດ, ມີລາຍຮັບເປັນກອບເປັນກຳ ມາຈູນເຈືອຄອບຄົວ, ມີວິຊາອາຊີບມາພັດທະນາຕໍ່ຍອດລ້ຽງຄົນເອງໄດ້ ເວລາກັບຄືນບ້ານ, ແຕ່ໃນຂະນະດຽວກັນກໍມີຜົນກະທົບບໍ່ໜ້ອຍຕໍ່ພາຍໃນປະເທດເປັນຕົ້ນ ເກີດບັນຫາການຂາດແຮງງານ ທີ່ຈະມາຂັບເຄື່ອນພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ຂະຫຍາຍຕົວໄປຕາມຈັງຫວະຄວາມເປັນຈິງຂອງປະເທດໃນປັດຈຸບັນ, ຊຶ່ງບັນຫານີ້ໄດ້ຖືກົກຂຶ້ນມາຄົ້ນຄວ້າໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການຄຸ້ມຄອງແຮງງານ ແລະ ແຮງງານເຄື່ອນຍ້າຍໄປຕ່າງປະເທດວ່າ ບັນຫານີ້ມີການຄຸ້ມຄອງແນວໃດ?…

ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ

ຢາກພັດທະນາປະເທດຊາດໃຫ້ເຂັ້ມແຂງ ຕ້ອງອອກແຮງພັດທະນາຊັບພະຍາກອນມະນຸດ

ໂດຍ: ຜາຕຸງ ແນວທາງປ່ຽນແປງໃໝ່ ຂອງປະທານໄກສອນ ພົມວິຫານ ກ່າວໄວ້ວ່າ: “ຕ້ອງເອົາການສຶກສາໄປກ່ອນກ້າວໜຶ່ງ” ເຊິ່ງໄດ້ກາຍເປັນທິດທາງຂອງພັກ-ລັດເຮົາໄດ້ສືບຕໍ່ປະຕິບັດເພື່ອພັດທະນາປະເທດຊາດ ນີ້ສ່ອງແສງໃຫ້ເຫັນວ່າ ການສຶກສາແມ່ນອົງປະກອບສຳຄັນທີ່ສຸດຂອງປະເທດໃນການສ້າງຊັບພະຍາກອນມະນຸດທີ່ມີຄຸນຄ່າແກ່ປະເທດປະເທດຊາດ ແລະ ຊັບພະຍາກອນມະນຸດແມ່ນມີຄວາມສຳຄັນ ຍິ່ງກວ່າຊັບພະຍາກອນອື່ນໃດທັງໝົດໃນໂລກ. ໃນການພັດທະນາເສດະຖະກິດ-ສັງຄົມຂອງຊາດ, ປະເທດຈະເລີນຮຸ່ງເຮືອງໄດ້ກໍແມ່ນອາໄສຊັບພະຍາກອນມະນຸດໃນການຂັບເຄື່ອນການພັດທະນາ ເຖິງວ່າຈະມີຊັບພະຍາກອນທຳມະຊາດ ເອື້ອຍອຳນວຍໝົດທຸກຢ່າງ ແຕ່ຫາກຂາດແຄນຊັບພະ ຍາກອນມະ ນຸດທີ່ມີຄຸນນະພາບແລ້ວ…

ທາງເຂດບ້ານນາຄູນ-ໜອງຍາວ ເປ່ເພເປັນບວກເປັນຂຸມເລິກ ສ່ຽງຕໍ່ການເກີດອຸປະຕິເຫດ

ທາງເຂດບ້ານນາຄູນ-ໜອງຍາວ ເປ່ເພເປັນບວກເປັນຂຸມເລິກ ສ່ຽງຕໍ່ການເກີດອຸປະຕິເຫດ

ວັນທີ 6 ມິຖຸນາ 2024 ນີ້, ຜູ້ໃຊ້ລົດໃຊ້ຖະໜົນສ່ອງແສງວ່າ: ເສັ້ນທາງເຂດບ້ານນາຄູນ-ໜອງຍາວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເປັນບວກເປັນຂຸມນ້ອຍ-ໃຫຍ່ ຫລາຍຈຸດ ສ່ຽງກໍ່ໃຫ້ເກີດອຸປະຕິເຫດຕໍ່ຜູ້ຂັບຂີ່ລົດທີ່ສັນຈອນໄປ-ມາ ເສັ້ນທາງດັ່ງກ່າວ ໂດຍສະເພາະໃນຍາມກາງຄືນ ເນື່ອງຈາກວ່າບໍ່ມີໄຟເຍືອງທາງ. ສະນັ້ນ, ຈຶ່ງເຕືອນຜູ້ສັນຈອນທີ່ໃຊ້ເສັ້ນທາງດັ່ງກ່າວມີສະຕິລະມັດລະວັງ ເພື່ອບໍ່ໃຫ້ເກີດອຸປະຕິເຫດ. ຝາກເຖິງພາກສ່ວນກ່ຽວຂ້ອງລົງກວດກາ ແລະ…

ປູກໄມ້ແລ້ວ ຢ່າລືມບົວລະບັດຮັກສາ ແລະ ປະເມີນຄືນຜົນໄດ້ຮັບ

ປູກໄມ້ແລ້ວ ຢ່າລືມບົວລະບັດຮັກສາ ແລະ ປະເມີນຄືນຜົນໄດ້ຮັບ

ໂດຍ: ທິດກໍ່າ ວັນທີ 1 ເດືອນມິຖຸນາທີ່ຜ່ານມາ ເປັນວັນເດັກນ້ອຍສາກົນ ແລະ ປູກຕົ້ນໄມ້ແຫ່ງຊາດ. ພັກ ແລະ ລັດຖະບານເຮົາໄດ້ເອົາໃຈໃສ່ ໃຫ້ຄວາມສຳຄັນສ້າງຂະບວນການ ຢ່າງກວ້າງຂວາງ ກໍຍ້ອນວ່າຢາກໃຫ້ປະຊາຊົນບັນດາເຜົ່າໂດຍລວມພ້ອມກັນສ້າງລູກຫລານໃຫ້ມີຈິດສໍານຶກຮັກທໍາມະຊາດ ແລະ ສິ່ງແວດລ້ອມ, ພ້ອມກັນອະນຸລັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມອ້ອມຕົວເຮົາໃຫ້ມີການເຕີບໃຫຍ່ແບບຍືນຍົງ, ເພື່ອເຮັດໃຫ້ຕົ້ນໄມ້ປ່າມີປະລິມານນັບມື້ເພີ່ມຂຶ້ນ…

ຄົນລາວສະໝອງໄຫລຍ້ອນໄພເງິນເຟີ້

ຄົນລາວສະໝອງໄຫລຍ້ອນໄພເງິນເຟີ້

ໂດຍ: ທິດກໍ່າ ສະພາບເງິນກີບລາວອ່ອນຄ່າພາໃຫ້ຄົນລາວຈໍານວນບໍ່ໜ້ອຍໜີອອກຈາກປະເທດເພື່ອໄປທໍາງານຫາເງິນຢູ່ຕ່າງແດນ. ໃນບັນດາປະເທດທີ່ແຮງງານລາວໄປຫລາຍກວ່າໝູ່ກໍແມ່ນປະເທດໄທ. ນອກຈາກນັ້ນ ກໍມີ ສ.ເກົາຫລີ ແລະ ປະເທດອື່ນໆອີກຫລາຍບ່ອນໃນພາກພື້ນອາຊີແຖວຕາເວັນອອກກາງ ແລະ ຍີ່ປຸ່ນເຫລົ່ານີ້ເປັນຕົ້ນ. ເມື່ອກ່າວເຖິງແຮງງານລາວທີ່ໜີໄປທໍາງານຢູ່ຕ່າງແດນມັນກໍມີອັນດີ ແລະ ອັນຕັ້ງໜ້າ, ແຕ່ວ່າມັນກໍມີຜົນກະທົບບໍ່ໜ້ອຍຕໍ່ແຮງງານພາຍໃນປະເທດເປັນຕົ້ນ ອັນດີ ແລະ ຕັ້ງໜ້ານັ້ນມັນກໍແມ່ນນໍາເອົາເງິນຕາເຂົ້າປະເທດ, ເປັນການຊ່ວຍໜູນເກື້ອກູນຄອບຄົວໃຫ້ມີຢູ່ມີກິນ, ມີໃຊ້ມີຈ່າຍ,…

ເຫັນຕໍາຫລວດລະຮູ້ສຶກຢ້ານ ເຫັນທະຫານຊໍ້າພັດອຸ່ນໃຈ

ເຫັນຕໍາຫລວດລະຮູ້ສຶກຢ້ານ ເຫັນທະຫານຊໍ້າພັດອຸ່ນໃຈ

ໂດຍ:​ ທິດກໍ່າ ໃນໄລຍະຜ່ານມາ ໃນສະພາກາເຟມີຫລາຍຄົນໄດ້ສະເໜີໃຫ້ທິດກໍ່າວິເຄາະຕາມຫົວຂໍ້ຂ້າງເທິງ ເຊິ່ງຫລາຍໆຄົນເກືອບວ່າທົ່ວສັງຄົມລາວໂດຍທົ່ວໄປ ເມື່ອເຫັນເຈົ້າໜ້າທີ່ຕໍາຫລວດພວມປະຕິບັດໜ້າທີ່ຢູ່ຕາມສະຖານທີ່ຕ່າງໆ ໂດຍສະເພາະຢູ່ຕາມຖະໜົນຫົນທາງຕ່າງກໍມີຄວາມຮູ້ສຶກສະທ້ານຢ້ານກົວ, ແຕ່ພັດກົງກັນຂ້າມ ເມື່ອເຫັນທະຫານພວມປະຕິບັດໜ້າທີ່ຢູ່ແຫ່ງຫົນຕ່າງໆພັດຮູ້ສຶກອຸ່ນໃຈໃນຄວາມຊາບຊຶ້ງຕໍ່ຜູ້ທີ່ໄດ້ພົບເຫັນ. ນີ້ມັນເໝືອນກັບວ່າ ມັນກາຍເປັນຈິດຕະສາດສັງຄົມແບບອັດຕະໂນມັດ. ໃນຄວາມເປັນຈິງແລ້ວ, ລະຫວ່າງພາລະບົດບາດ ແລະ ໜ້າທີ່ຂອງທະຫານກັບຕໍາຫລວດ ມັນກໍມີອັນຄ້າຍຄືກັນ ແລະ ແຕກຕ່າງກັນຄື: ທະຫານ ແມ່ນມີໜ້າທີ່ປ້ອງກັນປະເທດຊາດ,…