ຢຶດລົດ 12 ລໍ້ 2 ຄັນ ທີ່ລັກລອບນຳເຂົ້າບໍ່ມີເອກະສານອະນຸຍາດນຳເຂົ້າເສຍພາສີ-ອາກອນ
ວັນທີ 7 ມິຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ຫຼື ພສປ; ປະຈໍາຈຸດປະສານງານນາເຕີຍ, ໄດ້ສົມທົບກັບເຈົ້າໜ້າທີ່ພາສີ ປະຈໍາດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາຕາມແຫຼ່ງຂ່າວລາຍງານພົບເຫັນລົດບັນທຸກ 12 ລໍ້ຈຳນວນ 2…









