ຫາລື ວຽກງານການປ່ຽນແປງດິນຟ້າອາກາດ ພາຍໃຕ້ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ

ໃນລະຫວ່າງ ວັນ​ທີ 5-15 ມິຖຸນາ 2023 ,ກອງປະຊຸມປຶກສາຫາລື ວຽກງານການປ່ຽນແປງດິນຟ້າອາກາດ ພາຍໃຕ້ ສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNFCCC) ທີ່ ​ເມືອງ ບອນ, ​ປະ​ເທດ ເຢຍລະມັນ. ສປປ ລາວ ໃນນາມລັດພາຄີຂອງສົນທິສັນຍາດັ່ງກ່າວ ໄດ້ເຂົ້າຮ່ວມກອງປະຊຸມ ຊື່ງນໍາພາໂດຍ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະວິຊາການ ຈາກກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ ແລະ ກົມແຜນການ ແລະ ການເງິນ, ກຊສ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສືບຕໍ່ການປຶກສາຫາລື ແລະ ເຈລະຈາດ້ານເນື້ອໃນເພື່ອກະກຽມໃຫ້ແກ່ ກອງປະຊຸມລັດພາຄີ ສົນທິສັນຍາ ຄັ້ງທີ 28 (Conference of the Parties, COP28) ເຊິ່ງຈະຈັດຂຶ້ນໃນເດືອນ ພະຈິກ 2023 ທີ່ ປະເທດສະຫະລັດອາຣັບເອມິເຣດ (UAE).

ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ປຶກສາຫາລື ວຽກງານຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ, ວຽກງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການສ້າງເງື່ອນໄຂ ທີ່ເອື້ອອຳນວຍໃຫ້ແກ່ການຈັດຕັ້ງປະຕິບັດວຽກງານການປ່ຽນແປງດິນຟ້າອາກາດ ພາຍໃຕ້ ສົນທິສັນຍາ UNFCCC ໂດຍສະເພາະກົນໄກການສະໜອງທຶນ ຈາກກອງທຶນ GEF, GCF ແລະ AF, ມາດຕະການໃນການຫຼຸດຜ່ອນທາດອາຍເຮືອນແກ້ວ, ການນໍາໃຊ້ເຕັກໂນໂລຊີນະວັດຕະກຳໃໝ່ທີ່ເປັນມິດກັບສິ່ງແວດລ້ອມ ໂດຍສະເພາະ ພະລັງງານທົດແທນ, ການສ້າງຄວາມສາມາດ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ລວມທັງ ການສູນເສຍ ແລະ ຄວາມເສຍຫາຍ ຈາກການປ່ຽນແປງດິນຟ້າອາກາດ ແລະ ພັນທະຕ່າງໆຂອງລັດພາຄີ ເພື່ອບັນລຸຕາມຈຸດປະສົງ ແລະ ຄາດໝາຍດັ່ງກ່າວ.

ກອງປະຊຸມໄດ້ດໍາເນີນເປັນ 2 ວາລະ ຄື: ລະດັບຫົວໜ້າຄະນະ ແລະ ລະດັບວິຊາການ ໂດຍມອບໃຫ້ ຄະນະກໍາມະການ ພາຍໃຕ້ ສົນທິສັນຍາ UNFCCC ເປັນຜູ້ນໍາພາ ຄື: ຄະນະກຳມະການ ​ດ້ານ​ການຈັດ​ຕັ້ງ​ປະຕິບັດ​ສົນທິສັນຍາ (Subsidiary Body for Implementation, SBI) ແລະ ຄະນະ​ກຳມະການ​ ໃຫ້ການ​ແນະນຳ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ (Subsidiary Body for Scientific and Technological Advice, SBSTA). ໂດຍມີການປຶກສາຫາລື, ການລະດົມແນວຄວາມຄິດ ແລະ ທັງເປັນການເຈລະຈາໄປພ້ອມໆກັນ ໂດຍມີຫຼາຍຮູບແບບ ເຊັ່ນ: ການແບ່ງກຸ່ມຍ່ອຍ ເພື່ອລົງເລິກຄົ້ນຄວ້າ ເພື່ອໃຫ້ສາມາດເປັນເອກະພາບກັນ ແລະ ຮັບຮອງເອົາທາງດ້ານຫຼັກການ ແລ້ວນໍາໄປສະເໜີ ຕໍ່ ກອງປະຊຸມ COP 28 ພິຈາລະນາຮັບຮອງຢ່າງເປັນທາງການ.

ກອງປະຊຸມ ໄດ້ຮຽກຮ້ອງໃຫ້ປະເທດພາຄີ ສະແດງອອກຢ່າງເປັນຮູບປະທຳ ເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ເຊິ່ງເປັນພັນທະ ແລະ ຄວາມຮັບຜິດຊອບ ລວມທັງເປັນຜົນປະໂຫຍດຮ່ວມກັນ ຂອງບັນດາປະເທດພາຄີ, ສິ່ງສໍາຄັນແມ່ນການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ເພື່ອຊ່ວຍຍົກລະດັບເປົ້າໝາຍຂອງແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ແລະ ແຜນດໍາເນີນງານການປ່ອຍທາດອາຍເຮືອນແກ້ວຕໍ່າ (LT-LEDS) ເພື່ອຂ້າມຜ່ານ ແລະ ສາມາດບັນລຸເປົ້າໝາຍ ການຫຼຸດຜ່ອນການປ່ອຍ ແລະ ການດູດຊັບທາດອາຍເຮືອນແກ້ວ  ໃຫ້ເປັນສູນ ໃນປີ 2050 (Net Zero Emission by 2050) ແລະ ໃຫ້ສໍາເລັດການລະດົມທຶນ ຈໍານວນ 100 ຕື້ ໂດລາສະຫະລັດ ແລະ ສ້າງກົນໄກການຈັດຕັ້ງປະຕິບັດວຽກງານການສູນເສຍ ແລະ ຄວາມເສຍຫາຍ ຈາກການປ່ຽນແປງດິນຟ້າອາກາດ (Loss and Damage) ເພື່ອແນໃສ່ການຊ່ວຍເຫຼືອຕໍ່ຜົນເສຍຫາຍ ທີ່ເກີດຈາກການປ່ຽນແປງດິນຟ້າອາກາດ ໃຫ້ທັນກັບສະພາບການ ແລະ ຫົວຂໍ້ອື່ນໆ.

ນອກຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ໄດ້ມີການພົບປະສອງຝ່າຍກັບບັນດາຄູ່ຮ່ວມພັດທະນາ ເຊັ່ນ: ອົງການ NDC Partnership ເພື່ອສືບຕໍ່ຮ່ວມມືການຈັດຕັ້ງປະຕິບັດຂອງວຽກງານ NDC ໃນຕໍ່ໜ້າ ພ້ອມທັງ ເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆ ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດຕົວຈິງ ພາຍໃຕ້ ຫົວຂໍ້ສໍາຄັນຕ່າງໆ ເປັນຕົ້ນ: ການຈັດຕັ້ງປະຕິບັດວຽກງານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ຂອງ ສປປ ລາວ.