ປາຕາຍຈຳນວນຫລາຍຍ້ອນການລະບາຍນໍ້າເຂື່ອນທີ່ມີການຕົກຕະກອນຊີວະມວນ    

ປາຕາຍຈຳນວນຫລາຍຍ້ອນການລະບາຍນໍ້າເຂື່ອນທີ່ມີການຕົກຕະກອນຊີວະມວນ    

ວັນທີ 27 ມິຖຸນາ 2023 ຜ່ານມານີ້ ມີກໍລະນີປາຕາຍຈຳນວນຫລາຍຢູ່ ລຸ່ມ ເຂື່ອນໄຟຟ້າຂອງ ບໍລິສັດຜະລິດໄຟຟ້າພະລັງນໍ້າ ນໍ້າອູຈໍາກັດ ຫລວງພະບາງ ເຮັດໃຫ້ສັງຄົມເກີດມີຄວາມສົງໄສ ແລະ ຢາກຮູ້ທີ່ໄປທີ່ມາຕໍ່ກໍລະນີດັ່ງກ່າວ, ຫລ້າສຸດ ວັນທີ 28 ມິຖຸນາ 2023 ນີ້…

ຈັບກຸ່ມຄ້າໃບກະທ່ອມ 5 ຄົນ ພ້ອມຂອງກາງໃບກະທ່ອມ 600 ກິໂລ

ຈັບກຸ່ມຄ້າໃບກະທ່ອມ 5 ຄົນ ພ້ອມຂອງກາງໃບກະທ່ອມ 600 ກິໂລ

ປກສ ນະຄອນຫລວງວຽງຈັນ ລາຍງານ ວັນທີ 29 ມິຖຸນາ 2023 ນີ້ວ່າ:  ວັນທີ 19 ມິຖຸນາ 2023 ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ເມືອງສີໂຄດ ນະຄອນຫລວງວຽງຈັນ ຈັບຜູ້ຄ້າຂາຍໃບກະທ່ອມ 5 ຄົນ…

ອາກາດຮ້ອນປົກຄຸມ ແລະ ຈະມີຝົນຕົກຢູ່ທົ່ວທຸກພາກຂອງປະເທດລາວ

ອາກາດຮ້ອນປົກຄຸມ ແລະ ຈະມີຝົນຕົກຢູ່ທົ່ວທຸກພາກຂອງປະເທດລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດພະຍາກອນອາກາດປະຈໍາວັນທີ 29 ມິຖຸນາ 2023 ນີ້ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນທີ່ມີກໍາລັງປານກາງໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສຽງໃຕ້ພັດປົກຄຸມ ຊື່ງຈະເຮັດໃຫ້ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 29/06/2023 ຫາ…

ປກສ ເມືອງຍົມມະລາດ ກັກຕົວຄົນຮ້າຍລັກລົດ 4 ຄົນ ພ້ອມເກັບຄືນຂອງກາງໄດ້ 19 ຄັນ

ປກສ ເມືອງຍົມມະລາດ ກັກຕົວຄົນຮ້າຍລັກລົດ 4 ຄົນ ພ້ອມເກັບຄືນຂອງກາງໄດ້ 19 ຄັນ

  ວັນທີ 28 ມິຖຸນາ 2023 ຜ່ານມາ, ທ່ານ ພັທ ຄຳອອນ ອຸດົມສິງ ຫົວໜ້າກອງບັນຊາການ ປກສ ເມືອງຍົມມະລາດ ລາຍງານວ່າ: ໃນຊ່ວງເດືອນ 8 ປີ 2022 ທາງຫ້ອງການ ປກສ…

ປັບປຸງຮ່າງດຳລັດວ່າດ້ວຍສະຖານທີ່ທ່ອງທ່ຽວ ເພື່ອນໍາໃຊ້ເປັນເຄື່ອງມືໃນການພັດທະນາ ສົ່ງເສີມ ແລະ ຄຸ້ມຄອງ ການທ່ອງທ່ຽວ ຂອງ ສປປ ລາວ

ປັບປຸງຮ່າງດຳລັດວ່າດ້ວຍສະຖານທີ່ທ່ອງທ່ຽວ ເພື່ອນໍາໃຊ້ເປັນເຄື່ອງມືໃນການພັດທະນາ ສົ່ງເສີມ ແລະ ຄຸ້ມຄອງ ການທ່ອງທ່ຽວ ຂອງ ສປປ ລາວ

ກະຊວງ​ຖະແຫລງຂ່າວ, ວັດທະນະທຳ​ ແລະ​ ທ່ອງທ່ຽວ​ ໄດ້ຈັດກອງປະຊຸມປັບປຸງຮ່າງດຳລັດວ່າດ້ວຍສະຖານທີ່ທ່ອງທ່ຽວ ຂື້ນໃນວັນທີ 22-23​ ມິຖຸນາ​ 2023​ໂດຍການເຂົ້າຮ່ວມ ຂອງທ່ານ ອຸ່ນທວງ​ ຂາວພັນ​ ຮອງລັດຖະມົນຕີ ກະຊວງຖວທ,​ ທ່ານ​ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ​ ກະຊວງຍຸຕິທຳ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປັບປຸງກວດກາເນື້ອໃນຄືືນໃຫ້ສອດຄ່ອງຕາມລະບຽບ,​…

ເຈົ້າໜ້າທີ່ປາບປາມປາມການລັກລອບພາສີ ຢຶດລົດ Camry ບໍ່ມີເອກະສານຢັ້ງຢືນ

ເຈົ້າໜ້າທີ່ປາບປາມປາມການລັກລອບພາສີ ຢຶດລົດ Camry ບໍ່ມີເອກະສານຢັ້ງຢືນ

ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ລາຍງານວ່າ:  ເວລາ 08:30 ໂມງຂອງວັນທີ 23 ມິຖຸນາ 2023 ຜ່ານມານີ້ ໄດ້ກວດກາ ຢຶດລົດ TOYOTA Camry  ສີດຳ, ບໍ່ຕິດປ້າຍທະບຽນ, ກຳລັງແລ່ນມາຕາມເສັ້ນທາງແຕ່ເມືອງສັງທອງ ຫາ ເມືອງສີໂຄດຕະບອງ (ເສັ້ນທາງແຄມຂອງ). ຜ່ານການສືບສວນ-ສອບສວນເບື້ອງຕົ້ນເຫັນວ່າ: ບໍ່ມີເອກະສານຢັ້ງຢືນຕ່າງໆ…ຈຶ່ງໄດ້ນໍາລົດຄັນດັ່ງກ່າວມາມອບໃຫ້ຂະແໜງກວດກາ ແລະ ສືບສວນສອບສວນຂອງພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ທີ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເພື່ອດຳເນີນການຕາມຂັ້ນຕອນຂອງກົດໝາຍ…

ຈຳປາສັກ ຫາລືແກ້ໄຂປາກົດການຫຍໍ້ທໍ້ ໃນວຽກງານທ່ອງທ່ຽວ ແລະ ຊອກຫາວິທີການເພື່ອດຶງດູດນັກທ່ອງທ່ຽວ

ແຫລ່ງຂ່າວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈຳປາສັກ ຈັດກອງປະຊຸມປຶກສາຫາລືລະຫວ່າງ ຂະແໜງການພາກລັດ ແລະ ພາກທຸລະກິດ ເພື່ອແກ້ໄຂປາກົດການຫຍໍ້ທໍ້ໃນວຽກງານທ່ອງທ່ຽວ ໃນວັນທີ 23 ມິຖຸນາ 2023 ໂດຍການເປັນປະທານຂອງ ທ່ານ ນາງ…

ແຂວງໄຊສົມບູນ ຂາດຄູສອນຫລາຍກວ່າ 200 ຄົນ ສ່ວນອັດຕາການປະລະຂອງເດັກກວມ 10,5% ຂອງຈຳນວນນັກຮຽນ

ແຂວງໄຊສົມບູນ ຂາດຄູສອນຫລາຍກວ່າ 200 ຄົນ ສ່ວນອັດຕາການປະລະຂອງເດັກກວມ 10,5% ຂອງຈຳນວນນັກຮຽນ

ທ່ານ ຕົ່ງມົວຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ໄດ້ລາຍງານຕໍ່ກອງປະຊຸມປຶກສາຫາລື ກ່ຽວກັບການຂາດຄູສອນ, ການຂາດຮຽນ ແລະ ການຮຽນບໍ່ຈົບຂອງນັກຮຽນໃນຊົນນະບົດ ທົ່ວປະເທດ ໃນວັນທີ 22 ມິຖຸນາ 2023 ນີ້ວ່າ: ແຂວງໄຊສົມບູນ ແມ່ນຂາດຄູສອນ 245 ຄົນ ແຕ່ກໍໄດ້ຈັດວາງຄູອາສາສະໝັກ…

ຄະນະເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານພະລັງງານອາຊຽນ ຄັ້ງທີ 41 ທີ່ປະເທດອິນໂດເນເຊຍ

ໃນລະຫວ່າງວັນທີ 19-23 ມິຖຸນາ 2023 ຜ່ານມາ, ທ່ານ ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື ໃນນາມເປັນຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ແຫ່ງ ສປປ ລາວ ພ້ອມດ້ວຍ  ຄະນະກົມກ່ຽວຂ້ອງທີ່ຮັບຜິດຊອບຫຼັກໃນແຕ່ລະໜ້າວຽກທີ່ຕິດພັນຂອງຂະແໜງ ພບ ໃນ 7…

ມື້ນີ້໋! ພາກກາງ ແລະ ພາກໃຕ້ຈະມີອາກາດຮ້ອນ ອຸນຫະພູມລະຫວ່າງ 33-35 ອົງສາ

ມື້ນີ້໋! ພາກກາງ ແລະ ພາກໃຕ້ຈະມີອາກາດຮ້ອນ ອຸນຫະພູມລະຫວ່າງ 33-35 ອົງສາ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານການຄາດຄະເນສະພາບອາກາດໃນ ວັນທີ 24 ມິຖຸນາ 2023 ວ່າ:ຄວາມກົດດັນຕໍ່າຂອງ ອາກາດຮ້ອນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງ ປານກາງ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະ ເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບ…