ປັບປຸງຮ່າງດຳລັດວ່າດ້ວຍສະຖານທີ່ທ່ອງທ່ຽວ ເພື່ອນໍາໃຊ້ເປັນເຄື່ອງມືໃນການພັດທະນາ ສົ່ງເສີມ ແລະ ຄຸ້ມຄອງ ການທ່ອງທ່ຽວ ຂອງ ສປປ ລາວ

ກະຊວງ​ຖະແຫລງຂ່າວ, ວັດທະນະທຳ​ ແລະ​ ທ່ອງທ່ຽວ​ ໄດ້ຈັດກອງປະຊຸມປັບປຸງຮ່າງດຳລັດວ່າດ້ວຍສະຖານທີ່ທ່ອງທ່ຽວ ຂື້ນໃນວັນທີ 22-23​ ມິຖຸນາ​ 2023​ໂດຍການເຂົ້າຮ່ວມ ຂອງທ່ານ ອຸ່ນທວງ​ ຂາວພັນ​ ຮອງລັດຖະມົນຕີ ກະຊວງຖວທ,​ ທ່ານ​ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ​ ກະຊວງຍຸຕິທຳ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອປັບປຸງກວດກາເນື້ອໃນຄືືນໃຫ້ສອດຄ່ອງຕາມລະບຽບ,​ ຫລັກການຂອງນິຕິກຳ​ກໍຄືຮ່າງດຳລັດວ່າດ້ວຍສະຖານທີ່ທ່ອງທ່ຽວ ໃຫ້ຖືກຕ້ອງ​ ແລະ​ ຮັບປະກັນສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.​ ໃນນັ້ນ,​ ທ່ານ​ ອຸ່ນທວງ​ ຂາວພັນ​ ຮອງລັດຖະມົນຕີ​ປະທານກອງປະຊຸມກ່າວວ່າ: ທ່າມກາງບັນຍາກາດການທ່ອງທ່ຽວໃນທົ່ວໂລກ ໄດ້ກັບມາມີຊີວິດຊີວາ ກັບເຂົ້າສູ່ສະພາບປົກກະຕິຄືກັບກ່ອນການລະບາດຂອງພະຍາດໂຄວິດ-19.  ການທ່ອງທ່ຽວ ຢູ່ ສປປ ລາວ ກໍມີທ່າອ່ຽງດີຂື້ນ ສະແດງອອກຈໍານວນນັກທ່ອງທ່ຽວ ເພີ່ມຂື້ນ ໃນໄລຍະ ແຕ່ເດືອນມັງກອນ ຫາເດືອນ ເມສາ ປີ 2023 ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ສປປ ລາວ ເຖິງ 1 ລ້ານກວ່າຄົນ ແລະ ມີທ່າອ່ຽງເພີ່ມຂື້ນຢ່າງຕໍ່ເນື່ອງ ພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກ ເພື່ອຮອງຮັບໃຫ້ແກ່ການທ່ອງທ່ຽວໄດ້ຮັບການພັດທະນາ ຍົກລະດັບຄຸນນະພາບເທື່ອລະກ້າວ ໂດຍສະເພາະການພັດທະນາສະຖານທີ່ທ່ອງທ່ຽວ ທີ່ມີທ່າແຮງທາງດ້ານທໍາມະຊາດ, ວັດທະນະທໍາ, ປະຫວັດສາດ ແລະ ກະສິກໍາ ຊຶ່ງສາມາດດຶງດູດການລົງທຶນເຂົ້າໃນການພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວຄົບວົງຈອນໃນຕໍ່ໜ້າ.

ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງສະຖານທີ່ທ່ອງທ່ຽວ ແມ່ນຕ້ອງໄດ້ອີງໃສ່ນິຕິກໍາອື່ນ ທີ່ຕິດພັນກັບວຽກງານດັ່ງກ່າວ ເປັນຕົ້ນ: ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍສິ່ງແວດລ້ອມ, ກົດໝາຍວ່າດ້ວຍທີ່ດິນ, ລັດຖະດໍາລັດວ່າດ້ວຍການເຊົ່າ ແລະ ສໍາປະທານທີ່ດິນຂອງລັດ, ລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ຊຶ່ງນິຕິກໍາຕ່າງໆເຫຼົ່ານັ້ນ ບໍ່ໄດ້ກໍານົດເນື້ອໃນລະອຽດ ຂອງຂັ້ນຕອນ ການພັດທະນາ, ການຈັດສັນເຂດທ່ອງທ່ຽວ, ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ-ທ້ອງຖິ່ນ ຈຶ່ງເຮັດໃຫ້ເກີດມີບັນຫາຕ່າງໆ ໃນວຽກງານການຄຸ້ມຄອງສະຖານທີ່ທ່ອງທ່ຽວ. ສະນັ້ນ ການສ້າງດໍາລັດວ່າດ້ວຍສະຖານທີ່ທ່ອງທ່ຽວນີ້ ຈຶ່ງເຫັນວ່າມີຄວາມເປັນຄວາມຈໍາເປັນຢ່າງຍິ່ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານກ່ຽວກັບສະຖານທີ່ທ່ອງທ່ຽວ ຊຶ່ງການນໍາກະຊວງ ຖວທ ກໍໄດ້ມີຄວາມເປັນເອກະພາບກັນ ກໍານົດເຂົ້າໃນແຜນການສ້າງ ແລະ ປັບປຸງນິຕິກໍາ ປີ 2021-2025 ແລະ ໄດ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ປະກອບດ້ວຍບັນດາກະຊວງ ແລະ ກົມກອງທີ່ກ່ຽວຂ້ອງ ແລະ ໄດ້ເລີ່ມປະຕິບັດ ແຕ່ປີ 2021 ເປັນຕົ້ນມາ ມາຮອດມື້ນີ້ ເຫັນວ່າການກະກຽມມີຄວາມຄືບໜ້າ ແລະ ມີຄວາມພ້ອມພໍສົມຄວນ.

ເຖິງຢ່າງໃດກໍຕາມ,  ເພື່ອໃຫ້ຂະບວນການສ້າງຮ່າງດໍາລັດດັ່ງກ່າວ ສອດຄ່ອງກັບກົດໝາຍວ່າດ້ວຍການສ້າງນິຕິກໍາ ເຮັດໃຫ້ດໍາລັດວ່າດ້ວຍສະຖານທີ່ທ່ອງທ່ຽວ ມີຄວາມສອດຄ່ອງ ມີເນື້ອໃນທີ່ສົມບູນ ກ່ອນການນໍາເຂົ້າສູ່ກອງປະຊຸມລັດຖະບານ ພວກເຮົາຈຶ່ງໄດ້ຮ່ວມກັນຈັດກອງປະຊຸມນີ້ຂື້ນ ເພື່ອຮ່ວມກັນກວດຄືນຢ່າງລະອຽດແຕ່ລະໝວດ ມາດຕາຂອງຮ່າງດັ່ງກ່າວ. ຫວັງຢ່າງຍິ່ງວ່າ ພາຍຫລັງກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ຮ່າງດໍາລັດທີ່ສົມບູນ ເພື່ອດໍາເນີນການຕາມຂັ້ນຕອນຕໍ່ໄປ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກໍາ.  ເຊື່ອວ່າ ນິຕິກໍາສະບັບດັ່ງກ່າວ ຈະໄດ້ຮັບການຮັບຮອງ ແລະ ຖືກນໍາໃຊ້ເປັນເຄື່ອງມື ໃນການ ພັດທະນາ,​ສົ່ງເສີມ ແລະ ຄຸ້ມຄອງ ການທ່ອງທ່ຽວ ຂອງ ສປປ ລາວ ໂດຍສະເພາະການຄຸ້ມຄອງ, ຕິດຕາມ, ກວດກາສະຖານທີ່ທ່ອງທ່ຽວ ໃຫ້ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ມີຄວາມເປັນລະບຽບຮຽບຮ້ອຍ.