ປກສ ເມືອງຍົມມະລາດ ກັກຕົວຄົນຮ້າຍລັກລົດ 4 ຄົນ ພ້ອມເກັບຄືນຂອງກາງໄດ້ 19 ຄັນ

ວັນທີ 28 ມິຖຸນາ 2023 ຜ່ານມາ, ທ່ານ ພັທ ຄຳອອນ ອຸດົມສິງ ຫົວໜ້າກອງບັນຊາການ ປກສ ເມືອງຍົມມະລາດ ລາຍງານວ່າ: ໃນຊ່ວງເດືອນ 8 ປີ 2022 ທາງຫ້ອງການ ປກສ ເມືອງຍົມມະລາດ ໄດ້ຮັບແຈ້ງຄວາມຈາກຜູ້ຖືກ ເສຍຫາຍມີຈຳນວນຫຼາຍຄັ້ງ ພາຍໃນເມືອງຍົມມະລາດ. ຈາກນັ້ນທາງເຈົ້າໜ້າທີ່ວິຊາສະເພາະ ໄດ້ສົມທົບກັບພາບສ່ວນທີ່ກ່ຽວຂ້ອງ ອຳນາດການປົກຄອງບ້ານ, ປກສ ກຸ່ມ ຂື້ນບັນຊີຕິດຕາມ ເຮັດວຽກງານ ຊອກຄົ້ນຫາ ຜ່ານການຕິດຕາມຊອກຫາຈຶ່ງຂຶ້ນບັນຊີເປົ້າໝາຍຫຼັກ, ທີ່ເປັນຫົວໂປ່ໂຕການຢູ່ກຸ່ມບ້ານເໝືອງ ເມືອງຍົມມະລາດ ມີເປົ້າໝາຍ 2 ຄົນ. ຈາກນັ້ນຈຶ່ງໄດ້ຕິດຕາມຊອກຈັບຕົວເປົ້າໝາຍດັ່ງກ່າວ ມາຮອດວັນທີ 19 ພຶດສະພາ 2023 ຈຶ່ງກັກຕົວໄດ້ ອີກ 2 ຄົນ, ພ້ອມທັງເກັບກູ້ ເຄື່ອງຂອງກາງ ລົດຈັກ ຄືນມາໄດ້ຈຳນວນ 19 ຄັນ. ສ່ວນທີ່ບໍ່ທັນເກັບກູ້ຄືນໄດ້ພວກກ່ຽວສາລະພາບໄດ້ຂາຍໄປຕ່າງແຂວງຈຳນວນໜຶ່ງ.

