ສຳນັກຂ່າວເຢຍລະມັນເປີດເຜີຍພົບໄຂ່ໄກ່ ປົນເປື້ອນຢາຂ້າແມງໄມ້ໃນ 40 ປະເທດ

ສຳນັກຂ່າວ DPA ຂອງເຢຍລະມັນລາຍງານໂດຍບໍ່ມີການອ້າງແຫລ່ງຂ່າວໃນວັນທີ 5 ກັນຍານີ້ວ່າ: ພົບໄຂ່ໄກ່ປົນເປື້ອນສານຟິໂປຣນິລທີ່ໃຊ້ສຳລັບຂ້າແມງໄມ້ໃນ 40 ປະເທດ. ຂະນະທີ່ລັດຖະມົນຕີວ່າການກະຊວງກະສິກຳຈາກປະເທດສະມາຊິກສະຫະພາບເອີຣົບ ຫລື EU ນັດຫາລືບັນຫາດັ່ງກ່າວຢູ່ແອັດສະໂຕນີ.
ສຳນັກຂ່າວ DPA ລາຍງານວ່າ: ລັດຖະມົນຕີກະຊວງກະສິກຳຈາກປະເທດສະມາຊິກ EU ມີກຳນົດເຂົ້າຮ່ວມຫາລືບັນຫາໄຂ່ໄກ່ປົນເປື້ອນຢູ່ນະຄອນຫລວງທາລິນຂອງແອັດສະໂຕນີໃນວັນທີ 5 ກັນຍານີ້, ຫລັງກວດພົບ 24 ປະເທດຈາກທັງໝົດ 28 ປະເທດໄດ້ຮັບຜົນກະທົບຈາກໄຂ່ປົນເປື້ອນສານເຄມີ. ທັງນີ້ 4 ປະເທດສະມາຊິກ EU ທີ່ບໍ່ໄດ້ຮັບຜົນກະທົບປະກອບມີລິດຕົວນີ, ປ໋ອກຕຸຍການ, ໄຊປຣັດ ແລະ ໂຄເອເຊຍ.
ສ່ວນພື້ນທີ່ນອກ EU ທີ່ພົບໄຂ່ໄກ່ປົນເປື້ອນຢາຂ້າແມງໄມ້ມີຫລາຍແຫ່ງເຊັ່ນ: ອາເມລິກາ, ຣັດເຊຍ, ອາເມລິກາໃຕ້ ແລະ ຕວກກີ. ສານຟິໂປຣນິລຖືເປັນສານເຄມີທີ່ເປັນອັນຕະລາຍຕໍ່ອະໄວຍະວະຂອງມະນຸດ ມັກຖືກໃຊ້ສຳລັບກຳຈັດເຫັບມັດໃນສັດລ້ຽງ.
