ຄະນະເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານພະລັງງານອາຊຽນ ຄັ້ງທີ 41 ທີ່ປະເທດອິນໂດເນເຊຍ
ໃນລະຫວ່າງວັນທີ 19-23 ມິຖຸນາ 2023 ຜ່ານມາ, ທ່ານ ອາຄົມເດດ ວົງໄຊ ຫົວໜ້າກົມແຜນການ ແລະ ການຮ່ວມມື ໃນນາມເປັນຫົວໜ້າເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະກົມກ່ຽວຂ້ອງທີ່ຮັບຜິດຊອບຫຼັກໃນແຕ່ລະໜ້າວຽກທີ່ຕິດພັນຂອງຂະແໜງ ພບ ໃນ 7 (Sub-Sector Network) ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານພະລັງງານອາຊຽນ ຄັ້ງທີ 41 ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ (41st Senior Officials Meeting on Energy (SOME-41) and Its Associated Meeting) ທີ່ ເມືອງຫຼວງຈາກາຕ້າ ປະເທດອິນໂດເນເຊຍ. ການເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້ ອັນສໍາຄັນແມ່ນໄດ້ໄປຖອດຖອນບົດຮຽນຈາກປະເທດເຈົ້າພາບ (ອິນໂດເນເຊຍ) ໃນດ້ານພິທີການ, ການກະກຽມເນື້ອໃນກອງປະຊຸມ, ລະບົບ IT, ແລະ ຂອດປະສານງານຕ່າງໆ ເພື່ອເປັນຂໍ້ມູນພື້ນຖານໃຫ້ແກ່ການກະກຽມກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ລວມທັງກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ທີ່ ສປປ ລາວ ຈະໄດ້ເປັນເຈົ້າພາບຈັດໃນປີ 2024
ຈຸດປະສົງກອງປະຊຸມແມ່ນເພື່ອສະຫຼຸບ ແລະ ລາຍງານຄືນບັນດາໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດໃນປີ 2023 ໂດຍສະເພາະແມ່ນ 6 ເປົ້າໝາຍບູລິມະສິດໂດຍປະເທດອິນໂດເນເຊຍໃນນາມເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ SOME 41 ແລະ ປະທານ AMEM 41 ປີ 2023 ໄດ້ກໍານົດໄວ້ຄື:
1.) ຮອງຮັບການຖະແຫຼງການຮ່ວມ ລັດຖະມົນຕີພະລັງງານອາຊຽນຄັ້ງທີ 41 ກ່ຽວກັບຄວາມໝັ້ນຄົງດ້ານພະລັງງານແບບຍືນຍົງຜ່ານການເຊື່ອມສານພະລັງງານພາກພື້ນ;
2.) ຈັດກອງປະຊຸມລະດັບສູງດ້ານນະໂຍບາຍໃນຫົວຂໍ້ “Sustainable energy financing and mobilization of energy Investments to ensure energy security and achieve the NDCs in ASEAN”;
3.) ສ້າງຮ່າງ Long-Term ASEAN Renewable Energy Roadmap;
4.) ເຜີຍແຜ່ ແນວທາງການຈັດຕັ້ງປະຕິບັດດ້ານຄວາມໝັ້ນຄົງພະລັງງານ ແລະ ການຫັນປ່ຽນພະລັງງານ;
5.) ສົ່ງເສີມການພັດທະນາການນຳໃຊ້ CCUS ໃນຂະແໜງພະລັງງານ;
6.) ຈັດກອງປະຊຸມປຶກສາ ຫຼື ຝຶກອົບຮົມ ເພື່ອການກະກຽມໃນການສ້າງສັນຍາຫຼາຍຝ່າຍສຳລັບການຊື້-ຂາຍພະລັງງານຜ່ານຕາຂ່າຍພະລັງງານອາຊຽນ
ອັນພົ້ນເດັ່ນໃນກອງປະຊຸມຄັ້ງນີ້ ໂດຍທ່ານ ປອ ອາຄົມເດດ ວົງໄຊ ໄດ້ລາຍງານແກ່ກອງປະຊຸມເຖິງຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກພາຍໃຕ້ແຜນປະຕິບັດງານ APAEC 2016-2025 ໄລຍະ 2 (2021-2025) ຂອງແຕ່ລະຂະແໜງການຍ່ອຍ Sub-sector Network ເປັນຕົ້ນແມ່ນ: 1. ໄດ້ສໍາເລັດການລົງນາມໃນການຕໍ່ອາຍຸສັນຍາວ່າດ້ວຍຄວາມໝັ້ນຄົງດ້ານນ້ຳມັນເຊື້ອໄຟອາຊຽນ (ASEAN Petroleum Security Agreement); 2. ສໍາເລັດການລາຍງານຫາກະຊວງການຕ່າງປະເທດລາວ ເພື່ອຂໍອະນຸມັດໃນການຂໍລົງນາມຕໍ່ອາຍຸສັນຍາຊົ່ວຄາວ Instrument of Extension (IOE) ຂອງສັນຍາວ່າດ້ວຍຕາຂ່າຍພະລັງງານອາຊຽນ APG MOU ເຊິ່ງແຜນຄາດວ່າຈະໄດ້ຮັບການລົງນາມໃນກອງປະຊຸມລັດຖະມົນຕີພະລັງງານອາຊຽນ AMEM ຄັ້ງທີ 42, ພ້ອມກັນນີ້ ສປປ ລາວ ຍັງໄດ້ປະກອບຄໍາເຫັນໃນວາລະຕ່າງໆທີ່ຕິດພັນກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວຽກພາຍໃຕ້ແຕ່ລະ Sub-Sector Network ໂດຍສະເພາະໄດ້ປະກອບຄໍາເຫັນ ໃນການຍາດແຍ່ງເອົາການຊ່ວຍເຫຼືອໃນວຽກງານ Carbon credit ໃນວາລະກອງປະຊຸມ 1ST ASEAN EU-ENERGY DIALOGUE.
