ໃນແຕ່ລະພາກອາກາດຈະໜາວເຢັນລົງຕື່ມ ແລະ ຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງາສະພາບອາກາດ ເຊົ້າວັນທີ 21 ທັນວາ 2023ວ່າ: ມວນອາກາດໜາວເຢັນທີ່ ປະເທດຈີນ ຈະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະໜາວເຢັນລົງຕື່ມອີກຢູ່ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າຢູ່ແຂວງພາກເໜືອ,…










