ຫວັງຂົ່ມຂືນທຳຊຳເລົາ ແລະ ພະຍາຍາມຂ້າ ແຕ່ເຮັດບໍ່ສຳເລັດ ສຸດທ້າຍຖືກເຈົ້າໜ້າທີ່ຈັບຕົວ

ວັນທີ 19 ທັນວາ 2023, ເຈົ້າໜ້າທີ່ພະແນກຕໍາຫລວດສືບສວນ-ສອບສວນ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ນຳທ້າວ ລຳໄພ ໄຊຍະວົງສາ ອາຍຸ 31 ປີ, ປະຊາຊົນ ບ້ານຕານ ເມືອງທ່າແຂກ ແຂວງຄຳມ່ວນ ໄປເຮັດແຜນປະກອບຄໍາສາລະພາບ ເພື່ອສະຫລຸບສໍານວນສົ່ງໃຫ້ໄອຍະການປະຊາຊົນສັ່ງຟ້ອງສານຕັດສິນຕາມກົດໝາຍ.
ພາຍຫລັງເຈົ້າໜ້າທີ່ສາມາດຈັບຕົວໄປສອບສວນສືບສວນ, ທ້າວ ລຳໄພ ໄຊຍະວົງສາ ຮັບສາລະ ພາບວ່າ: ໃນເວລາ 19:00 ໂມງຂອງວັນທີ 12 ພະຈິກຜ່ານມາ ໄດ້ໄປດື່ມເບຍຢູ່ເຮືອນຂອງໝູ່ທີ່ຢູ່ບ້ານດຽວກັນ, ພາຍຫລັງແຍກຍ້າຍກັນກັບເຮືອນໃຜລາວ, ເມື່ອຍ່າງມາຮອດເຮືອນຂອງ ນາງ ແພງ (ຜູ້ເສຍຫາຍ) ຈຶ່ງມີແນວຄິດຢາກຮ່ວມເພດສຳພັນກັບນາງແພງ ແລະ ໄດ້ໄປໄຂປະຕູທາງຫລັງເຮືອນເຂົ້າໄປນອນທາງຂ້າງນາງ ແພງ ເພື່ອຫວັງຈະຮ່ວມເພດ ແຕ່ບໍ່ສຳເລັດ ເພາະ ນາງແພງ ແລະ ລູກສາວ ຕື່ນຂຶ້ນມາເຫັນ ຈຶ່ງໄດ້ແລ່ນອອກຈາກຫ້ອງນອນ, ເວລາຕໍ່ມາ ທ້າວ ລຳໄພ ໄຊຍະວົງສາ ຄິດຢ້ານວ່ານາງ ແພງ ຈະໄປແຈ້ງເຈົ້າໜ້າທີ່ຕຳຫລວດມາຈັບ ຈຶ່ງໄດ້ໄປຈັບເອົາມີດປາຍແຫລມ ຍາວ 30 ຊັງຕີແມັດຢູ່ເຮືອນຄົວ ແລ້ວຍ່າງກັບໄປເຮືອນຂອງນາງ ແພງ ເພື່ອຫວັງຈະຄາຕະກຳປິດປາກ ດ້ວຍການປາດຄໍ ເຊິ່ງຜູ້ກ່ຽວໄດ້ປາດໄປ 1 ຄັ້ງ, ສ່ວນ ນາງ ແພງໄດ້ຕໍ່ສູ້ຄືນພ້ອມທັງໄດ້ຮ້ອງຂໍຄວາມຊ່ວຍເຫລືອນຳຄົນເຮືອນໃກ້ ຈົນເຮັດໃຫ້ທ້າວ ລຳໄພ ໄຊຍະວົງສາ ເກີດມີຄວາມຕົກໃຈ ແລ້ວແລ່ນອອກຈາກເຮືອນ ຂອງນາງ ແພງ ແລະ ປະຊາຊົນເຮືອນໃກ້ກໍໄດ້ນຳສົ່ງຜູ້ບາດເຈັບໄປປິ່ນປົວຢູ່ໂຮງໝໍ.
ຕໍ່ມາໃນເວລາ 00:10 ໂມງ ຂອງວັນທີ 13 ພະຈິກ 2023 ເຈົ້າໜ້າທີ່ ປກສ ກຸ່ມຈອມທອງ ແລະ ການຈັດຕັ້ງບ້ານຕານ ຈຶ່ງໄດ້ນຳກຳລັງເຈົ້າໜ້າທີ່ເຂົ້າໄປກັກຕົວ ທ້າວ ລຳໄພ ໄຊຍະວົງສາ ຢູ່ທີ່ເຮືອນຂອງຜູ້ກ່ຽວ. ແລ້ວນຳຕົວສົ່ງເຈົ້າໜ້າທີ່ພະແນກຕຳຫລວດ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.
ຂ່າວ: ປກສ ແຂວງຄຳມ່ວນ

