ແຂວງຜົ້ງສາລີໄດ້ຮັບທຶນຊ່ວຍເຫລືອການເກັບກູ້ລະເບີດບໍ່ທັນແຕກຫຫຼາຍກວ່າ 600.000 ກວ່າເອີໂຣ

ວິທະຍຸກະຈາຍສຽງແຫ່ງຊາດລາຍງານວ່າ: ວັນທີ 19 ທັນວາ 2023ນີ້, ຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ແລະ ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມປະຈໍາລາວ ໄດ້ເຊັນສັນຍາໃຫ້ການຊ່ວຍເຫຼືອການເກັບກູ້ລະເບີດບໍ່ທັນແຕກຫຫຼາຍກວ່າ 600.000 ກວ່າເອີໂຣ,

ມີທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ແລະ ທ່ານ ເຣເນຍ ຄາຣາໄບ ຫົວໜ້າອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມປະຈໍາລາວ ມີຜູ້ຕາງໜ້າຈາກກົມນະໂຍບາຍຜູ້ມີຜົນງານ ຜູ້ຕາງໜ້າຈາກຫ້ອງວ່າການແຂວງ ຜົ້ງສາລີ, ຮອງເຈົ້າເມືອງຂວາ ແລະ ເມືອງໃໝ່ແຂວງຜົ້ງສາລີ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການຊ່ວຍເຫຼືອ ຜູ້ຖືກເຄາະຮ້າຍແບບເຊື່ອມສານ ແລະ ສົ່ງເສີມຄວາມປອດໄພຈາກລະ ເບີດ ບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຜົ້ງສາລີ ໄດ້ຮັບທຶນສະໜັບສະໜູນຈາກກະຊວງການຕ່າງປະເທດ   ນັອກແວ ໃນມູນຄ່າ 618.750 ເອີໂຣ ໂດຍໄລຍະເວລາຈັດຕັ້ງປະຕິບັດນັບແຕ່ນີ້ໄປຈົນຮອດວັນທີ 31 ທັນວາ 2024  ເພື່ອສົ່ງເສີມປະສິດທິພາບວຽກງານແກ້ໄຂບັນຫາລະເບີດບໍທັນແຕກ ຜ່ານການຈັດຕັ້ງປະຕິບັດແບບເຊື່ອມສານ ຢູ່ແຂວງຜົ້ງສາລິ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ສົ່ງເສີມເສດຖະກິດແບບມີສ່ວນຮ່ວມ ແລະສົ່ງເສີມການດໍາລົງຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ,   ນັບແຕ່ປີ 2008 ມາຮອດປະຈັນ ແຂວງຜົ້ງສາລີມີອຸບັດເຫດເກີດຂຶ້ນຍ້ອນລະເບີດຕົກຄ້າງ 25 ກໍລະນີ ມີຜູ້ຖືກເຄາະຮ້າຍທັງໝົດ 31ຄົນ, ໄດ້ຮັບບາດເຈັບ 15 ຄົນ, ເສຍຊີວິດ 16 ຄົນ.