ຜູ້ນຳອີຣານຂູ່ຕອບໂຕ້ຖ້າອາເມລິກາ ໃຊ້ມາດຕະການຂວ້ຳບາດໃໝ່

ປະທານາທິບໍດີ ຮັດຊັນ ໂຣຮານີ ຜູ້ນຳອີຣານ ກ່າວໃນວັນທີ 19 ກໍລະກົດນີ້ວ່າ: ອີຣານຈະດຳເນີນການຕອບໂຕ້ຢ່າງເໝາະສົມກັບມາດຕະການຂວ້ຳບາດຄັ້ງໃໝ່ຂອງອາເມລິກາ, ແຕ່ອີຣານຈະຍັງຍຶດໝັ້ນຕາມຂໍ້ຕົກລົງນິວເຄຼຍທີ່ເຊັນໄວ້ກັບກຸ່ມປະເທດມະຫາອຳນາດ.
ຜູ້ນຳອີຣານກ່າວໃນກອງປະຊຸມສະພາທີ່ໄດ້ຮັບການຖ່າຍທອດທາງສະຖານີໂທລະພາບວ່າ: ອີຣານຈະຍຶດໝັ້ນຕາມຂໍ້ຕົກລົງທີ່ເຊັນໄວ້ຮ່ວມກັນ, ແຕ່ຖ້າອາເມລິກາຕ້ອງການກົດດັນອີຣານຫລາຍຂຶ້ນ ໂດຍການໃຊ້ມາດຕະການຂວ້ຳບາດຄັ້ງໃໝ່ດ້ວຍເຫດຜົນຂໍ້ອ້າງໃດໆກໍຕາມ, ອີຣານຈະດຳເນີນການຕອບໂຕ້ຢ່າງເໝາະສົມ. ຖະແຫລງການຂອງຜູ້ນຳອີຣານມີຂຶ້ນພາຍຫລັງອາເມລິກາ ແລະ ອີຣານໃຊ້ມາດຕະການຂວ້ຳບາດຕອບໂຕ້ກັນໄປມາຈາກຂໍ້ຂັດແຍ່ງທີ່ອີຣານພັດທະນາໂຄງການລູກສອນໄຟ ໂດຍອາເມລິກາຂຶ້ນບັນຊີດຳບໍລິສັດ ແລະ ບຸກຄົນທີ່ກ່ຽວຂ້ອງກັບອີຣານ, ສ່ວນອີຣານຕອບໂຕ້ດ້ວຍການຂວ້ຳບາດຄົນອາເມລິກາ ແລະ ບໍລິສັດທີ່ດຳເນີນການເປັນປໍລະປັກກັບຄົນອີຣານເຊັ່ນກັນ.

