
ວັນທີ 20 ທັນວາ 2023, ຢູ່ທີ່ອ່າງນໍ້າຫຸມນະຄອນຫລວງວຽງຈັນ ໄດ້ມີພິທີສະຫລຸບຜົນສໍາເລັດໂຄງການຮ່ວມມືເສີມສ້າງຂີດຄວາມສາມາດດ້ານຊ່ວຍເຫລືອມະນຸດສະທໍາ ແລະ ບັນເທົາທຸກໄພພິບັດລະຫວ່າງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດຍີ່ປຸ່ນ ປີ 2016-2023, ໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ມີທ່ານ ໂຄບາຢາຊິ ເຄັນອິຈິ ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາ ສປປ ລາວ.
ການຮ່ວມມືເສີມສ້າງຂີດຄວາມສາມາດດ້ານການຊວ່ຍເຫລືອມະນຸດສະທຳ ແລະ ບັນເທົ່າທຸກໄພພິບັດລະຫວ່າງກະຊວງປອ້ງກັນປະເທດຍີ່ປຸ່ນໃຫ້ກະຊວງປອ້ງກັນປະເທດ ສປປ ລາວ ໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດມາແຕ່ປີ 2017-2023 ເຊິ່ງມີໄລຍະເວລາຂອງການຮ່ວມມື 5 ເຊິ່ງໃນຊຸມປີຜ່ານມາ ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫລືອພາຫະນະ ແລະ ອຸປະກອນກູ້ໄພໃຫ້ ສປປ ລາວ ໂດຍ ລັດຖະບານ ສປປ ລາວມາໃຫ້ກະຊວງປອ້ງກັນປະເທດ ມູນຄ່າ 850.000 ໂດລາສະຫະລັດ ປະກອບມີ: ລົດກູ້ໄພ 1 ຄັນ ພ້ອມດ້ວຍອຸປະກອນກອບກູ້ໄພຕິດຕັ້ງໃນລົດ, ລົດຂົນສົ່ງຄົນເຈັບ 1 ຄັນ ພ້ອມດ້ວຍອຸປະກອນການແພດຕິດຕັ້ງໃນລົດ, ອຸປະກອນກູ້ໄພທາງບົກ 17 ລາຍການ ແລະ 2022-2023 ໄດ້ສົ່ງຄູເຝິກມາຈັດເຝິກອົບຮົມຍົກລະດັບຄວາມຮູ້,ຄວາມສາມາດດ້ານການຊອກຄົ້ນ-ກູ້ໄພ ແລະ ແພດຊ່ວຍເຫລືອສຸກເສີນຜູ້ປະສົບໄພພິບັດໃຫ້ກຳລັງກະຊວງປອ້ງກັນປະເທດ ສປປ ລາວ ຈຳນວນ 4 ຄັ້ງ ເຊິ່ງມີຜູ້ໄດ້ຮັບການເຝິກອົບຮົມຈຳນວນ 246 ຄົນ, ກະຊວງປ້ອງກັນປະເທດຍີ່ປຸ່ນໄດ້ໃຫ້ທຶນນາຍທະຫານລາວໄປທັດສະນະສຶກສາ ແລະ ເຝິກວິຊາຄູ, ຊອກຄົ້ນ-ກູ້ໄພ, ວິຊາແພດຊວ່ຍເຫລືອສຸກເສີນຢູ່ນຳກຳລັງປອ້ງກັນຕົນເອງແຫ່ງປະເທດຍີ່ປຸ່ນ ຈຳນວນ 2 ຄັ້ງ, ມີນາຍທະຫານ ລາວໄປຮວ່ມ 24 ຄົນ ໃຫ້ທຶນສະໜັບສະໜູນໃຫ້ນັກຂັບຂີ່ກົນຈັກໜັກຂອງເຫລົ່າຮົບຊ່າງແສງ 4 ປະເພດ (ລົດດຸດ, ລົດດາມ, ລົດຈົກ ແລະ ລົດຕັກ) ໄປເຝິກອົບຮົມຢູ່ໂຮງຮຽນຊ່າງແສງຂອງກອງປອ້ງກັນຕົນເອງແຫ່ງປະເທດຍີ່ປຸ່ນ ດ້ານການຊ່ວຍເຫລືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ 4 ຄັ້ງ ຈຳນວນ 20 ຄົນໄດ້ຍົກລະດັບຄວາມຊໍານິ-ຊຳນານໃນການນໍາໃຊ້ກົນຈັກໜັກແກ້ໄຂຜົນກະທົບພູເຈື່ອນຖັບຖົມທາງ, ຂົວ-ທາງຂາດ, ດິນເຊາະເຈື່ອນຖັບຖົມບ້ານເຮືອນປະຊາຊົນສ່ວນປີ 2023 ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຮັບມີລົດຂົນສົ່ງຄົນເຈັບ 1 ຄັນ ແລະ ເຮືອກູ້ໄພ ພອ້ມເຄື່ອງຈັກ ຈຳນວນ 100 ລຳ ຈາກລັດຖະບານຍີ່ປຸ່ນ.