ສປປ ລາວ ສາມາດກວດກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ຕ່າງໆໄດ້ 5.000–6.000 ເຮັກຕາ ຕໍ່ປີ

ສປປ ລາວ ສາມາດກວດກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ຕ່າງໆໄດ້ 5.000–6.000 ເຮັກຕາ ຕໍ່ປີ

ວັນທີ 8 ເມສາ 2024 ຢູ່ແຂວງຫລວງພະບາງ ໄດ້ຈັດພິທີສະເຫລີມສະຫລອງວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫລືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ວັນທີ 4 ເມສາ ຄົບຮອບ 19ປີ ພາຍໃຕ້ຄຳຂັວນ: “ປົກປ້ອງຊິວິດ ສ້າງສັນຕິພາບ”. ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ,…

ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ສົ່ງສານອວຍພອນປີໃໝ່ປະຈໍາຊາດ ຂອງ ສປປ ລາວ

ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ສົ່ງສານອວຍພອນປີໃໝ່ປະຈໍາຊາດ ຂອງ ສປປ ລາວ

ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ບັນດາຜົນງານທີ່ ສປປ ລາວ ບັນລຸໄດ້ໃນທຸກຂົງເຂດ ໄລຍະຜ່ານມາ. ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງ ສປປ ລາວ, ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ…

ຫາລືຄຸ້ມຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກຢູ່ສອງເມືອງຂອງ ແຂວງຫົວພັນ

ຫາລືຄຸ້ມຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກຢູ່ສອງເມືອງຂອງ ແຂວງຫົວພັນ

ວັນທີ 5 ເມສາ 2024 ຜ່ານມາ ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຈັດກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນສູນກາງກ່ຽວກັບບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ສະບັບເດືອນ ກຸມພາ…

ໂຈນງັດເຂົ້າເຮືອນລັກຊັບ ຖືກຈັບໄດ້ 1 ຄົນ ແລະ ເອົາຕົວຫລົບໜີ 1ຄົນ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ໂຈນງັດເຂົ້າເຮືອນລັກຊັບ ຖືກຈັບໄດ້ 1 ຄົນ ແລະ ເອົາຕົວຫລົບໜີ 1ຄົນ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ເວລາປະມານ 10:50 ໂມງ ຂອງວັນທີ 5 ເມສາ 2024 ໂຈນຊາຍໜຸ່ມ 2 ຄົນ ກໍ່ເຫດລັກງັດແງະເຂົ້າເຮືອນປະຊາຊົນຢູ່ບ້ານໂພນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອຫວັງລັກຊັບສິນມີຄ່າພາຍໃນເຮືອນ ໂຈນທັງສອງໄດ້ງັດປະຕູເຮືອນ, ງັດຕູ້ເຊບເປ່ເພ່ ແລະ ຄົ້ນເຄື່ອງຂອງກະແຈກກະຈາຍທົ່ວຫ້ອງ. ຂະນະກໍ່ເຫດມີປະຊາຊົນບ້ານໃກ້ຄຽງພົບເຫັນຈຶ່ງຮ້ອງໃສ່ ແລະ…

ເລີ່ມລົງມືກໍ່ສ້າງຂົວຂ້າມນ້ຳລີກຢູ່ເມືອງເຟືອງ ໃຫ້ສໍາເລັດພາຍໃນ 3 ປີ ລວມມູນຄ່າ 11 ຕື້ ກ່ວາກີບ

ເລີ່ມລົງມືກໍ່ສ້າງຂົວຂ້າມນ້ຳລີກຢູ່ເມືອງເຟືອງ ໃຫ້ສໍາເລັດພາຍໃນ 3 ປີ ລວມມູນຄ່າ 11 ຕື້ ກ່ວາກີບ

ທ່ານ ພວງເພັດ ສາຍທອງ ຮອງຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງເມືອງເຟືອງ ລາຍງານວ່າ: ໂຄງການກໍ່ສ້າງຂົວເບເລຂ້າມນ້ຳລີກ ຈຸດບ້ານເມືອງເຟືອງ – ບ້ານແກ້ງຊຽງ ຢູ່ເມືອງເຟືອງ ແຂວງວຽງຈັນ ມີຂະໜາດ 4,50 ແມັດ, ຍາວ 82,30 ແມັດ. ໂຄງການນີ້ຖືກສຳຫລວດອອກແບບ ໂດຍເຈົ້າຂອງໂຄງການຄື:…

ນາຍົກລັດຖະມົນຕີ ຢ້ຽມຢາມໂຮງຮຽນວິຈິດສິນແຂວງຈຳປາສັກ ແລະ ຊຸກຍູ້ປັບປຸງການກໍ່ສ້າງພື້ນຖານໂຄງລ່າງ

ນາຍົກລັດຖະມົນຕີ ຢ້ຽມຢາມໂຮງຮຽນວິຈິດສິນແຂວງຈຳປາສັກ ແລະ ຊຸກຍູ້ປັບປຸງການກໍ່ສ້າງພື້ນຖານໂຄງລ່າງ

ວັນທີ 5 ເມສາ 2024,​ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມໂຮງຮຽນວິຈິດສິນ ແຂວງຈຳປາສັກ ແລະ ໄດ້ເຂົ້າຊົມຫ້ອງວາງສະແດງຜະລິດຕະພັນຮູບແຕ້ມ, ຮູບປັ້ນ, ພາບຄວັດ, ແກະສະຫລັກ ເຊິ່ງເປັນຜົນງານອັນຊົງຄຸນຄ່າຂອງຄູອາຈານ ແລະ ນັກສຶກສາໂຮງຮຽນວິຈິດສິນ, ຊົມສາທິດການຮຽນ-ການສອນ…

ຄົ້ນຄວ້າສົ່ງເສີມການລົງທຶນ-ການຄ້າ ແລະ ທ່ອງທ່ຽວຢູ່ ສປປ ລາວ ຜ່ານຊ່ອງທາງການທູດ

ຄົ້ນຄວ້າສົ່ງເສີມການລົງທຶນ-ການຄ້າ ແລະ ທ່ອງທ່ຽວຢູ່ ສປປ ລາວ ຜ່ານຊ່ອງທາງການທູດ

ວັນທີ 5 ເມສາ 2024 ນີ້, ກົມເສດຖະກິດ ກະຊວງການ ຕ່າງປະເທດ ຈັດກອງປະຊຸມວຽກງານ “ການທູດເສດຖະກິດ ເພື່ອສົ່ງເສີມການລົງທຶນ-ການຄ້າ ແລະ ທ່ອງທ່ຽວ” ທີ່ນະຄອນຫລວງວຽງຈັນ, ເປັນປະທານຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ. ກອງປະຊຸມຄັ້ງນີ້…

ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງເຊກອງ ສືບຕໍ່ເອົາໃຈໃສ່ 6 ວຽກງານສໍາຄັນ

ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງເຊກອງ ສືບຕໍ່ເອົາໃຈໃສ່ 6 ວຽກງານສໍາຄັນ

ໃນໂອກາດເຂົ້າຮ່ວມ ແລະ ມີຄໍາເຫັນໂອ້ລົມຕໍ່ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງຄົບຮອບ 40 ປີ(14/4/1984-14/4/2024) ຈັດຂຶ້ນໃນວັນທີ 4 ເມສາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຄະນະພັກ- ອົງການປົກຄອງ ກໍຄື ແຂວງເຊກອງ ສືບຕໍ່ເອົາໃຈໃສ່ 6 ວຽກງານສໍາຄັນດັ່ງນີ້:…

ມື້ນີ້ອາກາດຈະຮ້ອນເອົ້າຫລາຍເຖິງ 40 ອົງສາ ສ່ວນແຂວງ ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ຈະມີຝົນຕົກ ລົມແຮງ ຟ້າຮ້ອງ ຟ້າເຫລື້ອມ

ມື້ນີ້ອາກາດຈະຮ້ອນເອົ້າຫລາຍເຖິງ 40 ອົງສາ ສ່ວນແຂວງ ສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ຈະມີຝົນຕົກ ລົມແຮງ ຟ້າຮ້ອງ ຟ້າເຫລື້ອມ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດເຊົ້າວັນທີ 5 ເມສາ 2024 ວ່າ:  ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາຕົກສ່ຽງໃຕ້ພັດປົກຄຸມ. ເຊິ່ງຈະເຮັດໃຫ້ ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າຢູ່ໃນແຕ່ລະພາກ, ພ້ອມຈະມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະຄ່ອຍ ພ້ອມຈະມີລົມພັດແຮງ…

ພົບງົວລົ້ມຕາຍຫລາຍໂຕໂດຍບໍ່ຮູ້ສາເຫດ ຢູ່ບ້ານໝາກນາວ ເມືອງໄຊບູລີ ແຂວງສະຫວັນນະເຂດ

ພົບງົວລົ້ມຕາຍຫລາຍໂຕໂດຍບໍ່ຮູ້ສາເຫດ ຢູ່ບ້ານໝາກນາວ ເມືອງໄຊບູລີ ແຂວງສະຫວັນນະເຂດ

ວັນທີ 3 ເມສາ 2024, ມີປະຊາຊົນພົບເຫັນງົວລົ້ມຕາຍຫລາຍໂຕ ໂດຍບໍ່ຮູ້ສາເຫດ ຢູ່ບ້ານໝາກນາວ ເມືອງໄຊບູລີ ແຂວງສະຫວັນນະເຂດ. ແນວໃດກໍຕາມ ເນື່ອງຈາກວ່າໄລຍະນີ້ມີການແພ່ລະບາດຂອງພະຍາດໄຂ້ເລືອດດຳ ທີ່ສາມາດຕິດຕໍ່ຈາກສັດສູ່ຄົນ ຢູ່ສອງແຂວງພາກໃຕ້, ສະນັ້ນ ພາກສ່ວນກ່ຽວຂ້ອງຄວນໄດ້ລົງກວດກາຫາສາເຫດການຕາຍຂອງ ງົວ-ຄວາຍ ສະກັດກັ້ນການລະບາດຂອງເຊື້ອພະຍາດດັ່ງກ່າວບໍ່ໃຫ້ລະບາດໄປເປັນວົງກວ້າງ ແລະ ເຕືອນໃຫ້ປະຊາຊົນມີສະຕິລະມັດລະວັງຂຶ້ນ ບໍ່ຄວນໄປສຳພັດ…