ຫລວງພະບາງ ກຳນົດຍຸດທະສາດສ້າງເປັນ ສູນກາງການທ່ອງທ່ຽວ ທາງພາກເໜືອຂອງລາວ
ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ, ຄະນະຊີ້ນໍາ ປີທ່ອງທ່ຽວລາວ 2024 ຂອງແຂວງ ໄດ້ໃຫ້ສຳພາດໃນວັນທີ 11 ມັງກອນ 2024 ນີ້ຮູ້ວ່າ: ຕະຫລອດໄລຍະຜ່ານມາການນໍາແຂວງຫລວງພະບາງ ເຫັນໄດ້ຄວາມສໍາຄັນຕໍ່ວຽກງານການທ່ອງທ່ຽວ ເຊິ່ງໄດ້ກໍານົດແຜນຍຸດທະສາດຂອງແຂວງ ໂດຍຖືເອົາວຽກງານການທ່ອງທ່ຽວ ເປັນບູລິມະສິດອັນດັບໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນການສ້າງຫລວງພະບາງ…









