ຮອງເລຂາພັກແຂວງໆຄໍາມ່ວນ ຊຸກຍູ້ປຸກລະດົມປະຊາຊົນທຳການຜະລິດ ໃຫ້ກຸ້ມຢູ່ກຸ້ມກິນ ແລະ ຜະລິດເປັນສິນຄ້າ

ວັນທີ 8 ມັງກອນ 2024, ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງໆຄໍາມ່ວນ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ພ້ອມດ້ວຍພະແນກການຂັ້ນແຂວງ ໄດ້ເຄື່ອນໄຫວຕິດຕາມວຽກງານການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ບ້ານບວມລູ ເມືອງຫີນບູນ ໂດຍສະເພາະແມ່ນພື້ນຖານໂຄງລ່າງຂອງບ້ານ, ລະບົບເສັ້ນທາງ, ລະບົບຊົນລະປະທານທີ່ປະຊາຊົນສ້າງຂຶ້ນເອງ, ເນື້ອທີ່ທຳການຜະລິດ ແລະ ການດຳລົງຊີວິດການເປັນຢູ່ຂອງປະຊາຊົນ ລວມເຖິງຕິດຕາມເບິ່ງຈຸດທີ່ຈະສ້າງຊົນລະປະທານຝາຍນໍ້າລົ້ນ ແລະ ແຫລ່ງທ່ອງທ່ຽວຂຸນນໍ້າປະກັນ.
ໂອກາດນີ້, ທ່ານ ວົງເພັດ ຈິດປັນຍາ ໄດ້ໂອ້ລົມ ແລະ ເນັ້ນໃຫ້ອຳນາດການປົກຄອງ, ປະຊາຊົນ ສືບຕໍ່ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງໃນດ້ານຕ່າງໆຂອງບ້ານ, ພ້ອມກັນປົກປັກຮັກສາ ແລະ ອະນຸ ລັກທຳມະຊາດ ທີ່ຍັງຄົງຄວາມອຸດົມສົມບູນໄວ້ໃຫ້ຍືນຍົງ ເພື່ອເປັນເງື່ອນໄຂໃນການພັດທະນາທາງດ້ານການທ່ອງທ່ຽວທີ່ຕິດພັນກັບທຳມະຊາດ, ປຸກລະດົມປະຊາຊົນທຳການຜະລິດ ໃຫ້ກຸ້ມຢູ່ກຸ້ມກິນ ແລະ ຜະລິດເປັນສິນຄ້າ, ສ້າງຄວາມສາມັກຄີຮັກແພງ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເອົາໃຈໃສ່ຊຸກຍູ້ປຸກລະດົມລູກຫລານໃຫ້ໄດ້ເຂົ້າໂຮງຮຽນເປັນປົກກະຕິ ເພື່ອໃຫ້ມີຄວາມຮູ້ນຳໄປພັດທະນາຕົນເອງໃນອະນາຄົດ.

