ປັດຈຸບັນ ເມືອງ ມູຈຸ ແຂວງ ເຈີນມາຍຸກ ສ.ເກົາຫຼີ ໄດ້ສະແດງເຈດຈໍານົງ ໃນການນໍາໃຊ້ແຮງງານລາວ ຈໍານວນ 40 ຄົນ

ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງວຽງຈັນ ແຈ້ງມາຍັງທ່ານຊາບວ່າ: ປັດຈຸບັນ ເມືອງ ມູຈຸ ແຂວງ ເຈີນມາຍຸກ ສ.ເກົາຫຼີ ໄດ້ສະແດງເຈດຈໍານົງ ໃນການນໍາໃຊ້ແຮງງານລາວ ຈໍານວນ 40 ຄົນ ລວມມີ ຄູ່ຜົວເມຍ 10 ຄູ່ (ຊາຍ 10 ຄົນ, ຍິງ 10 ຄົນ) ເພື່ອໄປເຮັດວຽກຕາມລະດູການ ຢູ່ເມືອງດັ່ງກ່າວ ໃນເດືອນມີນາ 2024, ສະນັ້ນ ເພື່ອເປັນການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ແກ່ການຄັດເລືອກແຮງງານທີ່ມີຄຸນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງນາຍຈ້າງ, ພະແນກ ຮສ ແຂວງວຽງຈັນ ແຈ້ງມາຍັງຫ້ອງການ ຮສສ ເມືອງໂພນໂຮງ ເພື່ອປະກາດຮັບສະໝັກ ແລະ ຂຶ້ນທະບຽນແຮງງານ ນັບແຕ່ວັນໄດ້ຮັບແຈ້ງການ ຈົນຮອດວັນທີ 15 ມັງກອນ 2024 ສໍາລັບພິທີສໍາພາດ ແລະ ຄັດເລືອກຈະໄດ້ຈັດຂຶ້ນໃນວັນທີ 16 ມັງກອນ 2024, ສໍາລັບຄ່າລົງທະບຽນ, ສະໝັກ ແລະ ຄັດເລືອກແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍ.

ເງື່ອນໄຂການສະໝັກ

  1. ເປັນພົນເມືອງລາວ ແລະ ອາໄສຢູ່ ເມືອງໂພນໂຮງ ຢ່າງໜ້ອຍ 1 ປີ;
  2. ເປັນຜູ້ປະກອບອາຊີບ ໃນຂະແໜງກະສິກໍາ: ເຮັດນາ, ເຮັດສວນ, ເຮັດໄຮ່ ເປັນພື້ນຖານ ໃນການດໍາລົງຊີວິດ ແລະທໍາຫາກິນ;
  3. ອາຍຸ 25-45 ປີ (ສໍາລັບເພດຍິງ ແມ່ນບໍ່ຢູ່ໃນໄລຍະຖືພາ ແລະ ມີລູກນ້ອຍຕໍ່າກວ່າ 1 ປີ);
  4. ມີສຸຂະພາບແຂງແຮງ, ຕາບໍ່ບອດສີ, ບໍ່ເປັນໂລກຕ້ອງຫ້າມ ເປັນຕົ້ນ: ໄວຣັດຕັບມີ, ພະຍາດຕິດຕໍ່ທາງ ເພດສໍາພັນ, ວັນນະໂລກ, ໂຄວິດ, ປອດແຫ້ງ ແລະ ຜູ້ທີ່ພົວພັນກັບຢາເສບຕິດ;
  5. ບໍ່ມີຄະດີ, ບໍ່ມີປະຫວັດຫ້າມເຂົ້າ-ອອກ ສ.ເກົາຫຼີ ຫຼື ບໍ່ຖືກຈໍາກັດການເດີນທາງອອກນອກປະເທດ;
  6. ຈົບການສຶກສາຂັ້ນປະຖົມສຶກສາຂຶ້ນໄປ ສາມາດອ່ານ, ຂຽນ ພາສາລາວໄດ້;
  7. ສາມາດຊໍາລະຄ່າໃຊ້ຈ່າຍຕ່າງໆດ້ວຍຕົນເອງ;
  8. ຕ້ອງມີໂທລະສັບ ສະມາດໂຟນ ເພື່ອໃຊ້ລົງທະບຽນຢູ່ ສ.ເກົາຫຼີ.

ເອກະສານປະກອບ

ໃນເວລາລົງທະບຽນ ໃຫ້ແຮງງານຖືເອກະສານຈໍາເປັນມາພ້ອມ ດັ່ງນີ້: 1 ຮູບຂະຫນາດ 3 x 4 ພື້ນສີຂາວ ຈໍານວນ 10 ໃບ;

  1. ກອບປີ່ ສໍາມະໂນຄົວ 1 ສະບັບ;
  2. ກອບປີ່ບັດປະຈໍາຕົວ 1 ສະບັບ;
  3. ກ໊ອບປີ່ພັດສະປອດ 1 ສະບັບ (ຖ້າບໍ່ມີໃຫ້ໄປດໍາເນີນການພາຍຫຼັງທີ່ໄດ້ຮັບການຄັດເລືອກ);
  4. ໃບຢັ້ງຢືນທີ່ຢູ່ຈາກນາຍບ້ານທີ່ຕົນເອງອາໄສຢູ່;

ໝາຍເຫດ: ເນື່ອງຈາກເວລາໃນການຮັບສະໝັກ, ສໍາພາດ ແລ ະຄັດເລືອກມີໄລຍະເວລາຈໍາກັດ, ແຮງງານຜູ້ທີ່ຄົບມາດຖານ ເງື່ອນໄຂ ແລະ ມີພັດສະປອດຈະພິຈາລະນາເປັນພິເສດ.