ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ

ສປປ ເກົາຫລີ ແຕ່ງຕັ້ງ ລັດຖະມົນຕີຕ່າງປະເທດຜູ້ຍິງຄົນທຳອິດ

ທ່ານ ນາງ ໂຈ ຊອນ ຮີ ເຊິ່ງເປັນນັກການເມືອງຜູ້ຍິງລະດັບສູງພຽງບໍ່ເທົ່າໃດຄົນຂອງ ສປປ ເກົາຫລີ ສ້າງປະຫວັດສາດເປັນຜູ້ຍິງຄົນທຳອິດ ທີ່ດຳລົງຕຳແໜ່ງລັດຖະມົນຕີການຕ່າງປະເທດ. ວັນທີ 11 ມິຖຸນາ 2022, ສຳນັກຂ່າວກາງເກົາຫລີ (KCNA) ກະບອກສຽງຂອງລັດຖະບານພຽງຢາງ ລາຍງານວ່າ: ທ່ານ ກິມ…

ອົງການອະນາໄມໂລກເຕືອນ ຄວາມສ່ຽງແພ່ລະບາດຂອງພະຍາດໝາກສຸກລີງ(monkeypox) ເປັນໄປໄດ້ສູງ

ອົງການອະນາໄມໂລກເຕືອນ ຄວາມສ່ຽງແພ່ລະບາດຂອງພະຍາດໝາກສຸກລີງ(monkeypox) ເປັນໄປໄດ້ສູງ

ອີງຕາມການລາຍງານຂອງອົງການອະນາໄມໂລກໃນວັນທີ 9 ມິຖຸນານີ້ໃຫ້ຮູ້ວ່າ: ມີຜູ້ຕິດເຊື້ອໄວຣັດໝາກສຸກລີງນອກເຂດລະບາດໃນຂະນະນີ້ແມ່ນ 1.000 ຄົນ ແລະ ໃນເຂດລະບາດ 1.400 ຄົນ ແລະ ມີປະ ມານ 30 ປະເທດນອກເຂດລະບາດທີ່ມີຜູ້ຕິດເຊື້ອແລ້ວ, ແຕ່ບໍ່ທັນມີຜູ້ເສຍຊິວິດ. ຂະນະນີ້ມີຜູ້ຕິດເຊື້ອໄວຣັດໝາກສຸກລີງທົ່ວໂລກ 2.400 ຄົນ, ໃນນີ້ມີຜູ້ເສຍຊີວິດແລ້ວ…

ຫວຽດນາມ ປົດເຈົ້າຕາແສງ ອອກຈາກຕຳແໜ່ງ

ຫວຽດນາມ ປົດເຈົ້າຕາແສງ ອອກຈາກຕຳແໜ່ງ

ຂ່າວຈາກໜັງສືພິມ ຫວຽດນາມເນັດ ວັນທີ 9 ມິຖຸນາ 2022 ໃຫ້ຮູ້ວ່າ: ເຈົ້າເມືອງໆຢຽນເຈົາ ແຂວງເຫງະອານຂອງຫວຽດນາມ ໄດ້ອອກຂໍ້ຕົກລົງ ລົງໂທດເຈົ້າຕາແສງ ຢຽນກີມ ທ່ານ ຟາມຊວັນບາງ ໂດຍການ ປົດອອກຈາກຕຳແໜ່ງ ເນື່ອງຈາກວ່າຜູ້ກ່ຽວທຸດຈະລິດໃນການບໍລິຫານເງິນອູດໜູນຊ່ວຍເຫຼືອປະຊາຊົນຂະ ຫຍາຍນາເກືອ 453 ລ້ານດົງ.

ຣັດເຊຍ-ຈີນ ເປີດຂົວເຊື່ອມຕໍ່ຊາຍແດນລະຫວ່າງກັນ ຢ່າງເປັນທາງການ

ຣັດເຊຍ-ຈີນ ເປີດຂົວເຊື່ອມຕໍ່ຊາຍແດນລະຫວ່າງກັນ ຢ່າງເປັນທາງການ

ສຳນັກຂ່າວສານຫວຽດນາມ ລາຍງານວັນທີ 10 ມິຖຸນາ 2022 ວ່າ: ຣັດເຊຍ ແລະ ຈີນ ໄດ້ຈັດພິທີເປີດ ນຳໃຊ້ຂົວຂ້າມແມ່ນໍ້າ ອາມູ(Amur) ລະຫວ່າງເມືອງ Blagoveshchensk ຂອງຣັດເຊຍ ກັບເມືອງ ບັກຮ່າ ຂອງຈີນ ຢ່າງເປັນທາງການ ແລ້ວ…

ເອີຣົບ ຈະຫ້າມບໍ່ໃຫ້ຈຳໜ່າຍລົດທີ່ໃຊ້ນ້ຳມັນເຊື້ອໄຟພາຍໃນ2035

ເອີຣົບ ຈະຫ້າມບໍ່ໃຫ້ຈຳໜ່າຍລົດທີ່ໃຊ້ນ້ຳມັນເຊື້ອໄຟພາຍໃນ2035

ວັນທີ 8 ມິຖຸນາ 2022ນີ້,  ​ສຳນັັກຂ່າວ CRI ຂອງ​ຈີນ ໄດ້ລາຍງານຂ່າວວ່າ: ສະພາ ເອີຣົບ ໄດ້ລົງຄະແນນສຽງ ແລະ ຮັບຮອງເອົາຍັດຕິ ນິຕິບັນຍັດ ທີ່ຄະນະກຳມາທິການ ສະຫະພາບ ເອີຣົບ ສະເໜີ ໃນເດືອນກໍລະກົດ ປີ…

ຊອດເຜັດສີລາຊາ ກາໄກ່ ໃນອາເມລິກາ ຂາດແຄນໝາກເຜັດ ເຂົ້າໃນການຜະລິດສິນຄ້າ

ຊອດເຜັດສີລາຊາ ກາໄກ່ ໃນອາເມລິກາ ຂາດແຄນໝາກເຜັດ ເຂົ້າໃນການຜະລິດສິນຄ້າ

ວັນທີ 9 ມິຖຸນາ 2022 ບໍລິສັດ Huy Fong Inc ຊຶ່ງຕັ້ງຢູ່ໃນແຄລິຟໍເນຍຕອນໃຕ້ ແຈ້ງກັບລູກຄ້າທາງອີເມວເມື່ອຕົ້ນປີນີ້ວ່າ:ຈະລະງັບການຂາຍຊອດເຜັດທີ່ມີຊື່ສຽງໃນຊ່ວງລະດູຮ້ອນເນື່ອງຈາກການຂາດແຄນໝາກເຜັດ. ບໍລິສັດດັ່ງກ່າວໄດ້ລະບຸໃນອີເມວເມື່ອວັນທີ 19 ເມສາ 2022 ວ່າ: ຄຳສັ່ງຊື້ທັງໝົດທີ່ສົ່ງຫາບໍລິສັດຫລັງວັນທີ 19 ເມສາ ຈະຈັດສົ່ງໃຫ້ຫລັງວັນກຳມະກອນສາກົນທີ່ຜ່ານມາ. ບໍລິສັດຈັດຫາໝາກເຜັດ…

ຈູຫງອກແອັງ ອະດີດເຈົ້າຄອງນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ ຖືກກັກຕົວຊົ່ວຄາວ ຂໍ້ຫາ ຄອບຄອງ, ນຳໃຊ້ຊັບສິນຂອງລັດຢ່າງຟຸມເຟືອຍ

ວັນທີ 10 ມິຖຸນາ 2022ນີ້, ໜັງສືພິມ ຟາບຫລວດ(ກົດໝາຍ) ຂອງຫວຽດນາມ ລາຍງານຂ່າວວ່າ: ທ່ານ ຈູຫງອກແອັງ ອະດີດເຈົ້າຄອງນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ ຖືກກັກຕົວຊົ່ວຄາວ ຈາກການຖືກກ່າວຫາວ່າ ຄອບຄອງ, ນຳໃຊ້ຊັບສິນຂອງລັດຢ່າງຟຸມເຟືອຍ ພາໃຫ້ເກີດຄວາມເສຍຫາຍຢ່າງຫລວງ ຫລາຍ…

ມາເລເຊຍກຽມຕັ້ງ “ສາງສຳຮອງໄກ່” ເພື່ອແກ້ໄຂບັນຫາຂາດເຂີນ

ມາເລເຊຍກຽມຕັ້ງ “ສາງສຳຮອງໄກ່” ເພື່ອແກ້ໄຂບັນຫາຂາດເຂີນ

ລັດຖະບານມາເລເຊຍກຽມຈັດຕັ້ງ “ສາງສຳຮອງໄກ່” ເພື່ອບັນເທົາວິກິດການຂາດເຂີນໄກ່ ຈົນເຖິງຂັ້ນຕ້ອງໂຈະການສົ່ງອອກ. ວັນທີ 10 ມິຖຸນາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງກະສິກຳ ແລະ ອຸດສາຫະກຳອາຫານຂອງມາເລເຊຍ ອອກຖະແຫລງການໃນວັນທີ 9 ມິຖຸນາ ເລື່ອງການຈັດຕັ້ງ “ສາງສຳຮອງໄກ່” ເພື່ອເພີ່ມປະສິດທິພາບໃຫ້ແກ່ຄວາມພະຍາຍາມຮັກສາຄວາມໝັ້ນຄົງທາງອາຫານ ເຊິ່ງລວມທັງການຄວບຄຸມລາຄາອາຫານຂອງຕະຫລາດພາຍໃນປະເທດບໍ່ໃຫ້ສູງຈົນເກີນໄປ. ທັງນີ້,…

ປາກິດສະຖານຫລຸດມື້ເຮັດວຽກ ເພື່ອຮັບມືວິກິດພະລັງງານ

ປາກິດສະຖານຫລຸດມື້ເຮັດວຽກ ເພື່ອຮັບມືວິກິດພະລັງງານ

ປາກິດສະຖານກຽມປັບຈຳນວນມື້ເຮັດວຽກຕໍ່ອາທິດຈາກ 6 ມື້ ລົງມາຢູ່ 5 ມື້ ເພື່ອຫລຸດການໃຊ້ເຊື້ອໄຟ ແລະ ພະລັງງານ ເຊິ່ງເປັນສ່ວນໜຶ່ງຂອງແຜນອະນຸລັກພະລັງງານທີ່ໄດ້ຮັບການອະນຸມັດຈາກຄະນະລັດຖະບານ. ວັນທີ 10 ມິຖຸນາ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ການຫລຸດມື້ເຮັດວຽກ ເກີດຂຶ້ນເນື່ອງຈາກບັນຫາໄຟຟ້າດັບຫລາຍຊົ່ວໂມງ. ຂະນະທີ່ຄວາມຕ້ອງການໃຊ້ໄຟຟ້າໃນຊ່ວງລະດູຮ້ອນເພີ່ມສູງຂຶ້ນ ໃນເວລາດຽວກັບລາຄາເຊື້ອໄຟທົ່ວໂລກເຊິ່ງແພງຂຶ້ນ ຖືເປັນປັດໄຈພາຍນອກທີ່ເຂົ້າມາເພີ່ມແຮງກົດດັນ…

ສະມັດຊາໃຫຍ່ ສປຊທົບທວນຄວາມຄືບໜ້າ  ວຽກງານຕ້ານພະຍາດ HIV/AIDS

ສະມັດຊາໃຫຍ່ ສປຊທົບທວນຄວາມຄືບໜ້າ ວຽກງານຕ້ານພະຍາດ HIV/AIDS

ໃນວັນທີ 9 ມິຖຸນາ 2022 ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມລະດັບສູງ ເພື່ອທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດຖະແຫຼງການທາງການເມືອງ ວ່າດ້ວຍວຽກງານຕ້ານພະຍາດ HIV/AIDS ທີ່ໄດ້ຖືກຮັບຮອງໃນວັນທີ 8 ມິຖຸນາ 2021 ຜ່ານມາ. ວຽກງານຕ້ານ HIV/AIDS ແມ່ນສ່ວນໜຶ່ງຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ 3…