ລົ້ມມວຍເອົາຄວາມຊວຍມາໃຫ້ປະເທດຊາດ

ໂດຍ: ທິດກໍ່າ
ທິດກໍ່າໄດ້ເຫັນແຫຼ່ງຂ່າວໃນສື່ອອນລາຍວ່າ ກິລາບານເຕະທີມຊາດລາວຊຸດລຸຍຊີເກມຄັ້ງທີ 29 ຢູ່ມາເລເຊຍຜ່ານມາ ລະຫວ່າງລາວເຮົາສູ້ກັບມາເລເຊຍເຈົ້າພາບ ມາເລເຊຍຊະນະໄປ 3-1 ແມ່ນເປັນການຜິດສັງເກດ ແລະ ສົງໄສທີ່ສຸດ ວ່າຊັ້ນ !. ນອກນັ້ນ ກໍຍັງມີທີມອື່ນໆອີກທີ່ເປັນລັກສະນະຄ້າຍຄືກັນ. ນີ້ແມ່ນຜ່ານການວິເຄາະເຈາະເລິກຂອງນັກພະນັນບານຊາວອີຕາລີທີ່ເຄີຍເປັນທີ່ປຶກສາຂອງສະຫະພັນບານເຕະເອີຣົບ (ຢູຟາ). ດ້ວຍສາເຫດໃດເພິ່ນຈຶ່ງວ່າມີການລົ້ມບານ ? ຍ້ອນວ່າຜົນໄດ້ກັບຜົນເສຍມັນຕົງເປະກັບເຂົາລົງກັນຢູ່ຂ້າງນອກຢ່າງບໍ່ຜິດປານກໍ່າປັ້ນຕີດິນ. ຕໍ່ບັນຫານີ້ຈະເປັນຄວາມຈິງ ຫຼື ບໍ່ນັ້ນ ກໍຍັງບໍ່ທັນມີຝ່າຍໃດອອກມາຮ້ອງຂໍຕໍ່ວ່າ ຫຼື ຮ້ອງຟ້ອງແຕ່ປະການໃດ ເພາະວ່າມັນເປັນພຽງການວິເຄາະຂອງນັກພະນັນບານຂັ້ນເທບຈາກອີຕາລີເທົ່ານັ້ນ. ຕໍ່ມາຢູ 18 ທີມຊາດລາວເຕະກັບໄທໃນອາທິດທີ່ຜ່ານມາ ໄທກໍຊະນະໄປ 2-1 ອາດຈະແມ່ນການລົ້ມບານ ຫຼື ບໍ່ນັ້ນ ນັກພະນັນບານຄົນລາວກໍຍັງບໍ່ທັນມີໃຜອອກມາວິເຄາະ, ແຕ່ຕາມທິດກໍ່າເຫັນ ເລີ່ມເຕະບໍ່ພໍເທົ່າໃດນາທີ ໄທກໍເສືອກໄດ້ລູກໂທດຕໍ່ໜ້າປະຕູ ແລ້ວເຂົາກໍເຕະບານເຂົ້າໄດ້ຢ່າງສວຍງາມ. ເວົ້າເລື່ອງວົງການບານເຕະຂອງບ້ານເຮົາ ໂດຍສະເພາະແມ່ນໃນເວລາໄປແຂ່ງຢູ່ຕ່າງປະເທດ ສ່ວນຫລາຍແມ່ນບໍ່ສູ່ເຫັນຊະນະເຂົາຢ່າງຖ້ວມທົ້ນ ແລະ ຂາດລອຍ ມັນກໍເລີຍເປັນເລື່ອງປົກກະຕິທຳມະດາ ຈະວ່າເປັນການລົ້ມບານ ຫຼື ບໍ່ນັ້ນ ກໍບໍ່ມີໃຜກ້າອອກໜ້າອອກຕາມາວິເຄາະວິຈານເຖິງຄວາມເປັນຈິງ. ນອກຈາກນັ້ນ ເວລາໄປແຂ່ງກັບມາແລ້ວກໍເຫັນເພິ່ນມິດຈີ່ລີ່ປານວ່າໝີໄດ້ກິນເຜິ້ງ.
ຕາມທິດກໍ່າຄິດ, ການແຂ່ງຂັນເຕະບານ ບໍ່ວ່າຈະໄປແຂ່ງຢູ່ໃສ, ຢູ່ພາຍໃນ ຫຼື ຕ່າງປະເທດມັນກໍປຽບເໝືອນການໄປສູ້ຮົບ, ຕົບຕີ, ເປັນການແກ່ງແຍ້ງແຂ່ງຂັນ ເພື່ອສະແດງໃຫ້ເຫັນເຖິງທັກສະຄວາມສາມາດ, ຄວາມແຂງແກ່ນດ້ານພະລະກຳລັງຂອງແຕ່ລະຄົນ, ແຕ່ລະທີມ ແລະ ແຕ່ລະປະເທດທີ່ໄດ້ເຂົ້າຮ່ວມແຂ່ງຂັນ. ສິ່ງສຳຄັນອັນຍອດຍິ່ງທີ່ທຸກຄົນໄຝ່ຝັນຫານັ້ນແມ່ນເພື່ອກຽດສັກສີຂອງຕົນເອງ ແລະ ປະເທດຊາດເປັນເດີມພັນ. ນອກຈາກສິ່ງທີ່ໄດ້ກ່າວມານີ້ແລ້ວ ການໄປແຂ່ງຂັນກິລາຍັງເປັນການເຮັດໜ້າທີ່ການທູດອີກແບບໜຶ່ງຕໍ່ຕ່າງປະເທດ ຍ້ອນວ່າສິ່ງທີ່ບົ່ງບອກໃຫ້ເພື່ອນມິດໄດ້ເຫັນຢ່າງຈະແຈ້ງ ແລະ ປະຈັກຕານັ້ນຄືຄຸນສົມບັດ, ທັດສະນະ, ການເວົ້າຈາພາທີ ຕະຫລອດເຖິງການພັດທະນາໃນດ້ານເຕັກນິກວິທະຍາສາດການກິລາ ລາມໄປຮອດດ້ານການພັດທະນາສ້າງສາເສດຖະກິດ-ສັງຄົມຂອງປະເທດຊາດໃນເງື່ອນໄຂແຕ່ລະປະເທດພວມກ້າວຂຶ້ນຕາມຂະບວນວິວັດທະນາການຂອງໂລກ. ດ້ວຍເຫດນັ້ນ ຈຶ່ງເວົ້າໄດ້ວ່າການໄປແຂ່ງຂັນກິລາຢູ່ຕ່າງປະເທດບໍ່ແມ່ນໄປທ່ອງທ່ຽວເພື່ອກຳໄລຊີວິດ, ເພື່ອຢາກຮູ້ຢາກເຫັນ ຫຼື ໄປເພື່ອພໍແລ້ວຮີດແລ້ວຄອງ ແລະ ຕາມພັນທະໜ້າທີ່ແບບໜ້າວຽກຕົກໃສ່ຫົວເຮືອນຊຽງໝ້ຽງ, ແຕ່ແມ່ນໄປເພື່ອເອົາກຽດສັກສີມາໃຫ້ຕົນເອງ ແລະ ປະເທດຊາດເປັນໃຫຍ່.
ເທົ່າທີ່ທິດກໍ່າໄດ້ຕິດຕາມວົງການກິລາບານເຕະຂອງບ້ານເຮົາໃນໄລຍະຜ່ານມາ ເວລາໄປແຂ່ງກັບຕ່າງປະເທດ ໂດຍສະເພາະຢູ່ພາກພື້ນ ຫຼື ໃນກຸ່ມອາຊຽນດ້ວຍກັນ ຈະຖືວ່າເປັນການລົ້ມບານ ຫຼື ບໍ່ນັ້ນ ເຮົາກໍຕ້ອງໄດ້ມີການວິເຄາະເບິ່ງໃນຫຼາຍດ້ານ ແລະ ຫຼາຍແງ່ມຸມ ຄືອັນທີໜຶ່ງຕ້ອງມາທຽບເບິ່ງລະຫວ່າງໝູ່ກັບເຮົາ ເຊິ່ງກ່ອນອື່ນແມ່ນເວົ້າເຖິງອັນລວມຍອດໄດ້ແກ່ການພັດທະນາກິລາ ເປັນຕົ້ນໄທ, ມາເລເຊຍ ແລະ ບາງປະເທດໃນກຸ່ມອາຊຽນແມ່ນພວກເພິ່ນມີການພັດທະນາມາດົນນານຫຼາຍປີກວ່າເຮົາແລ້ວ. ປັດຈຸບັນ ເພິ່ນໄດ້ກ້າວສູ່ອັນທັນສະໄໝ ແລະ ມີສາຍອາຊີບກັນແລ້ວ, ສ່ວນວ່າໄທເຮົາຍັງຢູ່ໃນເງື່ອນໄຂສະໝັກຫລິ້ນ ໃກ້ຈະຮອດຍາມແຂ່ງຂັນຈຶ່ງຮ້ອງກັນມາເຂົ້າສູນ, ເຝິກແອບບໍ່ພໍເທົ່າໃດເດືອນກໍພາກັນໄປແຂ່ງ ເພາະຢູ່ດົນບໍ່ໄດ້ງົບປະມານມີອັນຈຳກັດ, ສະເພາະນັກກິລາບາງຄົນກໍວ່າຄານຳຄອບຄົວ, ບໍ່ມີໃຜສົ່ງລູກໄປໂຮງຮຽນ, ຄານຳການຮໍ່າການຮຽນ ແລະ ເງື່ອນໄຂອື່ນໆສັບປຸສັບປຸ້ຍ. ອັນສອງມາຕ້ອງໄດ້ເວົ້າເຖິງພັນກະດູກ. ຄວາມໝາຍຂອງຄຳວ່າ ພັນກະດູກນັ້ນແມ່ນຄວາມແຂງແກ່ນທາງດ້ານພາລະກຳລັງຕ້ອງເຖິງຂັ້ນສຸດຍອດ, ສາມາດໃກ້ຄຽງ ແລະ ທຽບກັບໝູ່ໄດ້. ອັນສາມມາຕ້ອງເບິ່ງໃນດ້ານບົດຮຽນ ແລະ ປະສົບການກໍຕ້ອງໃນລະດັບຂັ້ນສູງສາມາດລື່ນຄູ່ຕໍ່ສູ້, ສ່ວນວ່າອັນສຸດທ້າຍທີ່ເປັນໂຕຕັດສິນແມ່ນປັດໄຈເລື່ອງເສດຖະກິດ ຕ້ອງມີພຽງພໍຈຶ່ງຈະສາມາດເຮັດໃຫ້ວົງການກິລາບານເຕະບ້ານເຮົາກ້າວສູ່ລະດັບສາກົນໄດ້. ເວົ້າແຈ້ງຍາມໃດກໍຕ້ອງຫ້າວ ແລະ ເຫິງປານມ້າມະນີກາບ. ເມື່ອເອີ່ຍເຖິງປັດໄຈພື້ນຖານທີ່ຍົກມານີ້ ທິດກໍ່າກໍສຸດທີ່ເຫັນໃຈຕໍ່ວົງການກິລາບານເຕະບ້ານເຮົາ ຖ້າຈະເວົ້າເລື່ອງຄວາມຫ້າວຄວາມຫັນຂຶ້ນມາມັນຄືສິເກີດເປັນຕົນເປັນໂຕຂຶ້ນອີ່ຫລີ, ແຕ່ພໍເວົ້າເລື່ອງງົບກັບເລື່ອງເງິນພັດບໍ່ໄດ້ຕາມຄວາມທີ່ເຮົາຄິດ ມັນກໍເລີຍຄືໄມ້ຄ້ຳກ້ວຍກັບກ້ວຍຄ້ຳໄມ້.
ເຖິງຢ່າງໃດກໍດີ, ຕາມເຮົາຄິດ ເວົ້າເຖິງວົງການກິລາຢູ່ບ້ານເຮົາ ໂດຍສະເພາະແມ່ນປະເພດບານເຕະ ເຊິ່ງເປັນປະເພດຂວັນໃຈຂອງມວນຊົນທັງບ້ານ ແລະ ທັງໂລກ ຈະຕ້ອງໄດ້ມີການປ່ຽນແປງ ແລະ ມີການພັດທະນາໄປຢ່າງບໍ່ຢຸດຢັ້ງ ຂໍແຕ່ວ່າເຮົາໃຈເຖິງ ແລະ ມີປັດໄຈຢ່າງຄົບເຄື່ອງ. ໃນຜ່ານມາ ກິລາບານເຕະບ້ານເຮົາກໍເຄີຍມີມູນເຊື້ອ ແລະ ມີຊື່ສຽງໂດ່ງດັງມາໃນຍຸກປະຫວັດສາດສົມຄວນ, ແຕ່ວ່າເມື່ອເຖິງເວລານັ້ນແລ້ວ ຢ່າໃຫ້ພາກັນຊ່າວ່າມີການລົ້ມບານ. ຖ້າທີມໃດກ້າເຮັດກໍບໍ່ຕ່າງຫຍັງກັບລົ້ມມວຍເອົາຄວາມຊວຍມາໃຫ້ປະເທດຊາດນັ້ນມັນບໍ່ດີ. ເຂົາຈະວ່າເປັນຄົນຂາຍຊາດ ແລະ ຈະຖືກລົງໂທດຢ່າງສາສົມ.

