ທູດລາວ ປະຈຳ ສສ ຫວຽດນາມ ຕ້ອນຮັບ ທູດເອຢິບ ເຂົ້າຍື່ນສານຕາຕັ້ງ
ວັນທີ 9 ມິຖຸນາ 2022 ຜ່ານມາ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ນະ ຄອນຫລວງຮ່າໂນ້ຍ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ນາງ…
ວັນທີ 9 ມິຖຸນາ 2022 ຜ່ານມາ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ນະ ຄອນຫລວງຮ່າໂນ້ຍ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ນາງ…
ສຳນັກ່າວ AP ລາຍງານເມື່ອວັນທີ 9 ມິຖຸນາ 2022 ຜ່ານມາ, ໃຫ້ຮູ້ວ່າ: ໄດ້ມີພະນັກງານຊ່ວຍວຽກລະດັບສູງ ແລະ ລະດັບຕໍ່າ ໃນທຳນຽບຂາວຂອງສະຫະລັດອາເມລິກາ ໄດ້ພາກັນລາອອກຈາກວຽກຢ່າງເປັນຂະບວນການ ເນື່ອງຈາກວ່າ ພວກເຂົາເຮັດວຽກຢູ່ໃນສະພາບທີ່ແກ່ຍາວເວລາຈົນເໜື່ອຍລ້າທາງດ້ານຈິດໃຈ ແລະ ຮ່າງກາຍ, ເງິນເດືອນກໍຕໍ່າ… ທັງໝົດນັ້ນໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງພວກເຂົາຢ່າງຮ້າຍແຮງ ແລະ…
ອົງການການຄ້າໂລກ (WTO) ເຕືອນວິກິດຂາດເຂີນອາຫານທີ່ເປັນຜົນມາຈາກສົງຄາມໃນຢູເຄຣນອາດຍືດເຍື້ອຕໍ່ໄປອີກຫລາຍປີ ໂດຍສະເພາະປະເທດໃນອາຟຣິກາ ເຊິ່ງຈະໄດ້ຮັບຜົນກະທົບຢ່າງໜັກຈາກການຂາດເຂີນເຂົ້າສາລີ ແລະ ປຸ໋ຍ. ຢູເຄຣນຖືເປັນຜູ້ສົ່ງອອກເຂົ້າສາລີລາຍໃຫຍ່ຂອງໂລກ ເຊິ່ງກວມອັດຕາການສົ່ງອອກ 9% ໃນຕະຫລາດໂລກ. ຂະນະດຽວກັນ ກໍເປັນຜູ້ສົ່ງອອກນ້ຳມັນດອກຕາເວັນລາຍໃຫຍ່ກວມອັດຕາສູງເຖິງ 42% ຂອງຕະຫລາດນ້ຳມັນດອກຕາເວັນທົ່ວໂລກ ແລະ 16% ຂອງຕະຫລາດເຂົ້າໂພດທົ່ວໂລກ. ຜົນຈາກສົງຄາມເຮັດໃຫ້ຕອນນີ້ມີເຂົ້າສາລີປະມານ 20-25…
ທ່ານ ຫງວຽນຊວັນຟຸກ ປະທານປະເທດຫວຽດນາມ ໄດ້ອອກລັດຖະບັນຍັດເລກທີ 658/QĐ-CTN ປົດທ່ານ ຫງວຽນແທັງລ໋ອງ ລັດຖະມົນຕີກະຊວງສາທາລະນະສຸກ ອອກຈາກຕຳແໜ່ງ ຫລັງພົບຄວາມບົກພ່ອງໃນການປະຕິບັດໜ້າທີ່ ທີ່ບໍ່ໂປ່ງໃສ ນັ້ບຕັ້ງແຕ່ວັນທີ 7 ມິຖຸນາ 2022 ເປັນຕົ້ນໄປ.
ທະນາຄານໂລກຫລຸດທ່າອ່ຽງການຂະຫຍາຍຕົວຂອງເສດຖະກິດໂລກ ແລະ ເຕືອນຄວາມສ່ຽງຂອງການທີ່ມະນຸດຕ້ອງຜະເຊີນສະພາບ “Stagflation”. ວັນທີ 8 ມິຖຸນາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານໂລກ ເຜີຍແພ່ລາຍງານ ການຄາດກະທ່າອ່ຽງການຂະຫຍາຍຕົວຂອງເສດຖະກິດໂລກໃນປີນີ້ວ່າ ອາດຫລຸດລົງມາຢູ່ 2,9% ໃນປີນີ້ ຫລຸດລົງມາຈາກ 5,7% ໃນປີຜ່ານມາ ແລະ ຫລຸດລົງ…
ນັບແຕ່ວັນທີ 6 ມິຖຸນາເປັນຕົ້ນມາ ພະນັກງານຫລາຍພັນຄົນຈາກບໍລິສັດປະມານ 70 ແຫ່ງໃນອັງກິດ ໄດ້ເລີ່ມຕົ້ນເຮັດວຽກ 4 ວັນຕໍ່ອາທິດ. ນີ້ເປັນໂຄງການທົດລອງຍາວ 6 ເດືອນ ທີ່ຈັດຂຶ້ນໂດຍກຸ່ມຮຽກຮ້ອງໃຫ້ບໍລິສັດຕ່າງໆ ໃຫ້ພະນັກງານເຮັດວຽກໜ້ອຍລົງ ແຕ່ໃຫ້ເງິນເດືອນຄືເກົ່າ. ລະຫວ່າງໂຄງການນີ້ ພະນັກງານທຸກຄົນຈະເຮັດວຽກພຽງ 80% ຂອງຈຳນວນຊົ່ວໂມງທັງໝົດທີ່ເຄີຍເຮັດຕໍ່ອາທິດ ແຕ່ຈະໄດ້ເງິນເດືອນຄືເກົ່າຢູ່…
ວັນທີ 7 ມິຖຸນາ 2022, ທ່ານ ຣານິລ ວິກຣາມາສິງຫະ ນາຍົກລັດຖະມົນຕີສີລັງກາ ເປີດເຜີຍວ່າ: ສີລັງກາຈະຜະເຊີນໄລຍະຍາກລຳບາກຕະຫລອດ 3 ອາທິດຕໍ່ໜ້າ ເນື່ອງຈາກວິກິດເສດຖະກິດອັນສາຫັດ, ພ້ອມກະຕຸ້ນເຕືອນປະຊາຊົນໃຊ້ເຊື້ອໄຟ ແລະ ແກັສຢ່າງປະຢັດ. ທ່ານ ວິກຣາມາສິງຫະ ກ່າວວ່າ: ພັນທະກິດຫລັກຂອງລັດຖະບານຄືສະຖຽນລະພາບທາງເສດຖະກິດ…
ວັນທີ 8 ມິຖຸນາ 2022 ນີ້, ສານໄທ ໄດ້ພິພາກສາ ພັນເອກ ທິຕິສັນ ອຸດທະນະຜົນ ຫລື ອະດີດຜູ້ກຳກັບ ໂຈ້ ແລະ ພັກພວກ ລວມທັງໝົດ 7 ຄົນ ໃນຄະດີໃຊ້ຖົງດຳຄຸມຫົວຜູ້ຕ້ອງຫາຈົນເສຍຊີວິດ. ສານພິພາກສາວ່າ:…
ຜູ້ພິພາກສາຊາວອິນເດຍເລົ່າປະສົບການການຕັດສິນຄະດີພິລຶກ ເມື່ອຊາຍໜຸ່ມຈາກອິນເດຍ ຍື່ນຟ້ອງຕໍ່ສານເພື່ອຂໍຢ່າຮ້າງຈາກເມຍ ທີ່ເຮັດອາຫານເປັນພຽງເຍື່ອງດຽວ ຄືຕົ້ມໝີ່. ສື່ທ້ອງຖິ່ນຈາກອິນເດຍລາຍງານວ່າ: ຜູ້ພິພາກສາ ເອັມ. ແອລ. ຣາກູນາດ ບັນຍາຍໃຫ້ສື່ມວນຊົນຟັງໃນການຖະແຫລງຂ່າວ ກ່ຽວກັບຄະດີປະຫລາດທີ່ເຄີຍເກີດຂຶ້ນຢູ່ສານໃນເມືອງໄມສູຣ໌ ລັດກໍນາກກະ ປະເທດອິນເດຍ ໃນວັນທີ 27 ພຶດສະພາຜ່ານມາ. ຜູ້ພິພາກສາຣາກູນາດ ເລົ່າວ່າຕອນນັ້ນ ທ່ານເປັນຜູ້ພິພາກສາປະຈຳເຂດບັລລາຣີ…
ວັນທີ 7 ມິຖຸນາ 2022, ຖະແຫລງການຈາກກະຊວງສາທາລະນະສຸກກຳປູເຈຍລະບຸວ່າ: ກຳປູເຈຍກາຍເປັນປະເທດບໍ່ມີພະຍາດໂຄວິດແລ້ວ ຫລັງຜູ້ຕິດເຊື້ອຄົນສຸດທ້າຍປິ່ນປົວຈົນຫາຍດີ. ກຳປູເຈຍບໍ່ມີລາຍງານພົບຜູ້ຕິດເຊື້ອພະຍາດໂຄວິດຕິດຕໍ່ກັນ 31 ວັນ ໂດຍມີຈຳນວນຜູ້ຕິດເຊື້ອສະສົມ 136.262 ຄົນ, ຜູ້ຕິດເຊື້ອປິ່ນປົວຫາຍດີ 133.206 ຄົນ ແລະ ຜູ້ເສຍຊີວິດ 3.056 ຄົນ…