ອິດສະລາແອນ-ປາແລັສຕິນ ປະທະກັນໜັກສຸດໃນຮອບຫລາຍເດືອນ ຫລັງຄວາມພະຍາຍາມໃນການເຈລະຈາຢຸດຍິງລົ້ມເຫລວ

ເກີດເຫດປະທະກັນລະຫວ່າງກອງກໍາລັງອິດສະລາແອນ ແລະ ກຸ່ມຕິດອາວຸດຊາວປາແລັສຕິນໃນເຂດກາຊາ ວັນທີ 10 ພຶດສະພາ ຕາມເວລາທ້ອງຖິ່ນ ໂດຍທາງການອິດສະລາແອນລະບຸວ່າ: ກອງກຳລັງປາແລັສຕິນຍິງຈະຫລວດ 460 ກວ່າລູກເຂົ້າໃສ່ເຂດພື້ນທີ່ຂອງຕົນ. ຂະນະທີ່ກອງກໍາລັງອິດສະລາແອນໄດ້ໂຈມຕີເປົ້າໝາຍໃນເຂດກາຊາແລ້ວຫລາຍກວ່າ 130 ຈຸດ. ຖືເປັນການປະທະກັນໜັກທີ່ສຸດໃນຮອບ 9 ເດືອນ.

ຂະນະທີ່ໜ່ວຍແພດໃນພື້ນທີ່ລາຍງານວ່າ: ເຫດປະທະກັນດັ່ງກ່າວເຮັດໃຫ້ຢູ່ເຂດກາຊາມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 6 ຄົນ ແລະ ໄດ້ຮັບບາດເຈັບອີກຢ່າງໜ້ອຍ 45 ຄົນ. ຂະນະທີ່ປະຊາຊົນຢູ່ເບື້ອງອິດສະລາແອນຕ່າງແລ່ນໜີຫລົບໄພ ໂດຍຈະຫລວດສ່ວນຫລາຍຕົກລົງໃນພື້ນທີ່ກາງແຈ້ງ ເຊິ່ງການປະທະກັນຄັ້ງໃຫຍ່ນີ້ມີຂຶ້ນຫລັງຈາກຊາວປາແລັສຕິນຢ່າງໜ້ອຍ 15 ຄົນ ເສຍຊີວິດຈາກການໂຈມຕີໃສ່ເຂດກາຊາຂອງກອງກໍາລັງອິດສະລາແອນ ເຊິ່ງໃນຈໍານວນນີ້ມີສະມາຊິກລະດັບສູງຂອງກຸ່ມຢິຮາດອິສລາມປາແລັສຕິນ (PIJ) ລວມຢູ່ນໍາ.

ໂດຍ PIJ ຖືເປັນກຸ່ມຕິດອາວຸດຂອງຊາວປາແລັສຕິນທີ່ມີຂະໜາດໃຫຍ່ເປັນອັນດັບສອງຮອງຈາກກຸ່ມຮາມັດ (Hamas) ເຊິ່ງພວກເຂົາສາບານວ່າຈະລ້າງແຄ້ນກອງກໍາລັງອິດສະລາແອນໃຫ້ບັນດາສະມາຊິກ PIJ ທີ່ຕ້ອງເສຍຊີວິດ.

ອ້າງອີງ:

www.bbc.com/news/world-middle-east-65544214

http://apnews.com/…/israel-palestinians-gaza-west-bank…

http://www.nation.com.pk/…/israel-and-gaza-militants-in…