ຢຸດຄວາມເຖົ້າໂດຍການປັບລີ້ນ

ການກຽມໂຕເພື່ອເຂົ້າສູ່ໄວຊະລານັບແຕ່ຕອນທີ່ຍັງຢູ່ໃນໄວກາງຄົນ ເປັນສິ່ງທີ່ເວົ້າກັນຫລາຍຂຶ້ນໃນຍຸກປະຈຸບັນ ເພາະຄົນໃນຍຸກຕໍ່ໄປ ບໍ່ວ່າຈະອາຍຸເທົ່າໃດກໍຕ້ອງພະເຊີນກັບການບີບຈາກສັງຄົມຫລາຍຂຶ້ນ ແລະ ການຈະກຽມໂຕເອງໃຫ້ພ້ອມສຳລັບກ້າວ ສູ່ໂລກແບບນັ້ນກໍເປັນສິ່ງທີ່ຕ້ອງວາງແຜນແຕ່ຫົວທີ, ແຕ່ແນວໃດຄວາມຊະລາກໍສາມາດເຮັດໃຫ້ຊ້າລົງໄດ້ ຖ້າຮູ້ຈັກເບິ່ງແຍງດູແລ ຮ່າງກາຍຂອງຕົນເອງ. ມີຫລາຍຄົນທີ່ມີພຶດຕິກຳດັ່ງກິນເຝີທຸກເທື່ອ ມັກປຸງແຕ່ງລົດຊາດຕື່ມໃຫ້ມີລົດຊາດເຂັ້ມຂຸ້ນຂຶ້ນ ຫລື ກິນອາຫານຄາວກໍມັກຂາດນຳ້ແຈ່ວບໍ່ໄດ້, ກິນໝາກໄມ້ກໍຕ້ອງຈຳ້ເກືອ ຫລື ນຳ້ປາ, ນຳ້ຕານຫວານໆຕະຫລອດ ເຊິ່ງຈະບອກວ່າພຶດຕິກຳເຫລົ່ານີ້ຈະສ້າງຄວາມເສື່ອມຖອຍໃຫ້ແກ່ຮ່າງກາຍຕົນເອງຫລາຍ.
- ອອກຫ່າງຈາກອາຫານລົດຊາດເຂັ້ມຂຸ້ນ ແລະ ອະນຸຍາດໃຫ້ອາຫານລົດຊາດຈືດຜ່ານສູ່ລີ້ນ.
- ວາງເປົ້າໝາຍທ່ີຈະແຈ້ງວ່າ ຖ້າຢາກມີສຸຂະພາບແຂງແຮງຢູ່ໄປດົນໆ ຕ້ອງກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍເທົ່ານັ້ນ.
- ງົດອາຫານແປຮູບທັງຫລາຍ ເຊັ່ນ : ອາຫານກະປ໋ອງ, ໝູຝອຍ, ໝີ່ເຄິ່ງສຳເລັດຮູບ, ໄສ້ກອກຫວານ, ປາເຄັມ, ໄຂ່ເຄັມ ເປັນຕົ້ນ ເພາະອາຫານເຫລົ່ານີ້ລ້ວນແຕ່ມີນຳ້ຕານ ແລະ ໂຊດຽມໃນປະລິມານທີ່ສູງຫລາຍ ທ່ານຕ້ອງຫລີກເວັ້ນໃຫ້ໄກ, ແຕ່ຫາກ ຈຳເປັນຕ້ອງກິນກໍກິນໃຫ້ໜ້ອຍ.
- ກາລະເປົາ, ເຂົ້າໜົມຫວານ, ເຂົ້າຈີ່, ເຂົ້າໜົມປັງ, ເບເກີຣີໜ້າຕາດີທັງຫລາຍ ຢຸດໄດ້ກໍຄວນຢຸດ ຫລື ກິນໃຫ້ໜ້ອຍລົງ ຈະ ໄດ້ມີຮູບຮ່າງງາມສົມສ່ວນ, ໜ້າຕາເບິ່ງອ່ອນກ່ວາອາຍຸທີ່ເປັນຢູ່.
- ພະຍາຍາມປຸງແຕ່ງອາຫານກິນເອງຢູ່ເຮືອນ ເພາະສາມາດຄວບຄຸມຄຸນນະພາບ ແລະ ລົດຊາດອາຫານໃຫ້ຈືດກົງກັບທີ່ ເຮົາຕ້ອງການໄດ້.
- ຫລຸດເຄື່ອງປຸງທຸກຊະນິດລົງເຄິ່ງໜຶ່ງໃນການປຸງແຕ່ງອາຫານ ນັບແຕ່ນຳ້ມັນ, ນຳ້ປາ, ກະປິ, ປາແດກ, ສະອິວ, ນຳ້ຊັອດ, ນຳ້ຕານ ເຊິ່ງເມື່ອລຶ້ງກັບລົດຊາດທີ່ຫລຸດລົງມາແລ້ວກໍໃຫ້ຫລຸດລົງອີກເຄິ່ງໜຶ່ງ.
7. ໃຊ້ເຄື່ອງປຸງແຕ່ງລົດຊາດຈາກທຳມະຊາດຕາມແບບຄົນສະໄໝເກົ່າ ເຊັ່ນ : ໃຊ້ໝາກນາວ, ໝາກຂາມ, ໝາກກ້ຽງ ໃນການເພີ່ມລົດຊາດສົ້ມ ຫລື ໃຊ້ຫົວກະຫລົດ, ພືດຜັກໃນການເພີ່ມລົດຊາດຫວານ, ລົດຊາດເຄັມກໍໃຊ້ເກືອແຕ່ບໍ່ໃສ່ຫລາຍ.
- ຢຸດນິໄສຕື່ມເຄື່ອງປຸງແບບຈັດເຕັມ, ພະຍາຍາມປຸງແຕ່ງລົດຊາດໜ້ອຍໆ ຫລື ບໍ່ປຸງແຕ່ງເລີຍຍິ່ງດີ.
- ເບິ່ງສະຫລາກສະເໝີ ກ່ອນຕັດສິນໃຈຊື້ອາຫານໃດໆ ໂດຍໃຫ້ເບິ່ງປະລິມານນຳ້ຕານ ແລະ ໂຊດຽມຕໍ່ໜ່ວຍບໍລິໂພກກ່ອນສະເໝີ.

