ຈີ7 ເລັ່ງປືກສາຫາລືແກ້ໄຂບັນຫາເຄັ່ງຮ້ອນໃນທົ່ວໂລກ

ວິທະຍຸສາ​ກົນ ຫວຽດນາມ ໄດ້ລາຍງານຂ່າວວ່າ: ກອງ​ປະຊຸມ ​ສຸດ​ຍອດ ປະຈຳ​ປີ ກຸ່ມ 7 ພື້ນຖານ ອຸດ​ສະຫະ​ກຳ ພັດທະນາ ​ແຖວ​ໜ້າ​ໂລກ (G7) ​ໄດ້​ຈັດ​ຂຶ້ນ​ ໃນ​ວັນ​ທີ 19 ພຶດສະພາ​ 2023 ນະຄອນ ຮິ​ໂຣຊິ​ມາ​ ຂອງຍີ່ປຸ່ນ ເພື່ອ​ປຶກສາ​ ຫາລື ​ແກ້​ໄຂ ບັນດາ ບັນຫາ​ ທີ່ເຄັ່ງຮ້ອນ ​​ໃນ​ພາກ​ພື້ນ ​ແລະ ​ທົ່ວ​ໂລກ ​ເປັນຕົ້ນ: ດ້ານເຕັກໂນໂລຊີ ປັນຍາ ປະດິດ, ເງິນເອເລັກ ໂຕຣນິກ, ຕີລາຄາຄືນ ລະບົບ ສະໜອງ ແລະ ຊຸກຍູ້ ພະລັງງານ ສະອາດ, ລວມທັງ ນະໂຍບາຍ ບໍ່ນຳໃຊ້ ອາວຸດນິວເຄລຍ, ການ​ປະ​ທະ​ກັນ ລະຫວ່າງ ຣັດ​ເຊຍ ​ແລະ ອູ​ແກຣນ ກໍ່​ແມ່ນ​ໜຶ່ງ​ ໃນ​ບັນດາ​ ເນື້ອ​ໃນ​ ປຶກສາ​ ຫາລື ທີ່ສຳຄັນ ​ໃນ​ກອງ​ປະຊຸມ ​ຄັ້ງນີ້ ຊຶ່ງ​ຈະ​ເປັນ​ ການ​ພິສູດ ​ໃຫ້​ເຫັນ ຄວາມ​ສຳຄັນ ຂອງ​ການ​ຮ່ວມ​ມື ຫລາຍ​ຝ່າຍ ​ໃນ​ການ​ແກ້​ໄຂ​ ບັນດາ ​ສິ່ງ​ທ້າ​ທາຍ ທີ່​ເກີດ​ຂຶ້ນ​ ໃນ​ປັດຈຸບັນ