ລາຍງານ UN ຊີ້ ວິກິດສະພາບອາກາດໂລກຂ້າຊີວິດປະຊາຊົນໄປກວ່າ 2 ລ້ານຄົນໃນໄລຍະ 50 ປີຜ່ານມາ

ລາຍງານຫລ້າສຸດຂອງກົມອຸຕຸນິຍົມວິທະຍາໂລກ (WMO) ພາຍໃຕ້ອົງການສະຫະປະຊາຊາດ (UN) ຊີ້ວ່າ: ວິກິດການປ່ຽນແປງສະພາບອາກາດໂລກໄດ້ຂ້າຊີວິດປະຊາຊົນໄປແລ້ວຫລາຍກວ່າ 2 ລ້ານຄົນໃນໄລຍະ 50 ປີຜ່ານມາ ໂດຍກວ່າ 90% ຂອງຜູ້ເສຍຊີວິດມີສາເຫດມາຈາກໄພພິບັດທາງທໍາມະຊາດທີ່ເກີດຂຶ້ນໃນບັນດາປະເທດກໍາລັງພັດທະນາ.

ລາຍງານດັ່ງກ່າວຍັງລະບຸອີກວ່າ: ໂລກຜະເຊີນໄພພິບັດຄັ້ງໃຫຍ່ກ່ຽວຂ້ອງກັບສະພາບອາກາດຢ່າງໜ້ອຍ 11.778 ຄັ້ງ ໃນໄລຍະປີ 1970-2021 ຜ່ານມາ, ທັງຍັງສ້າງມູນຄ່າຄວາມເສຍຫາຍທາງເສດຖະກິດສູງເຖິງ 4,3 ພັນລ້ານໂດລາສະຫະລັດ.

ທ່ານ ເພດເຕຣີ ທາລາສ ຜູ້ອໍານວຍການ WMO ຊີ້ວ່າ: ບັນດາທ້ອງຖິ່ນທີ່ເບາະບາງທີ່ສຸດຕ່າງຕ້ອງຜະເຊີນສະພາບອາກາດອັນຮ້າຍແຮງ ແລະ ໄພອັນຕະລາຍຈາກນໍ້າເຊັ່ນ: ພາຍຸໂມຄາທີ່ພັດຖະຫລົ່ມມຽນມາ ແລະ ບັງກະລາເດັດຢ່າງໜັກໃນອາທິດຜ່ານມາ ໂດຍພາຍຸເຫລົ່ານີ້ມັກກໍ່ໃຫ້ເກີດຄວາມເສຍຫາຍເປັນວົງກວ້າງ ແລະ ສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ກຸ່ມປະຊາກອນທຸກຍາກທີ່ສຸດ.

WMO ອະທິບາຍວ່າ: ໃນລາຍງານປີ 2021 ຜ່ານມາ ເຊິ່ງຄວບຄຸມຕົວເລກຄວາມເສຍຫາຍ ແລະ ຍອດຜູ້ເສຍຊີວິດຈາກໄພພິບັດໃນໄລຍະປີ 1970-2019 ຊີ້ໃຫ້ເຫັນວ່າ: ໃນໄລຍະທໍາອິດຂອງໄລຍະເວລານັ້ນ ໂລກມີຈໍານວນຜູ້ເສຍຊີວິດຈາກໄພພິບັດປະມານ 50.000 ຄົນຕໍ່ປີ ຈົນຮອດປີ 2010 ທີ່ຕົວເລກດັ່ງກ່າວເລີ່ມມີທ່າອ່ຽງຫລຸດລົງຈົນເຫລືອປະມານ 20.000 ຄົນຕໍ່ປີ.

ໂດຍຕົວເລກຫລ້າສຸດຂອງຈໍານວນຜູ້ເສຍຊີວິດຈາກໄພພິບັດໃນປີ 2020 ແລະ 2021 ລວມກັນ 2 ປີມີ 22.608 ຄົນທົ່ວໂລກ ເຊິ່ງສ່ວນສໍາຄັນເປັນຜົນມາຈາກລະບົບເຕືອນໄພລ່ວງໜ້າ ແລະ ການບໍລິຫານແກ້ໄຂໄພພິບັດທີ່ມີປະສິດທິພາບຍິ່ງຂຶ້ນ ຈຶ່ງເຮັດໃຫ້ຈໍານວນຜູ້ເສຍຊີວິດຈາກໄພພິບັດເຫລົ່ານີ້ມີທ່າອ່ຽງຫລຸດລົງ.

UN ຈຶ່ງເລັ່ງຊຸກຍູ້ແຜນຈະສ້າງຫລັກປະກັນໃຫ້ທຸກປະເທດໃນປະຊາຄົມໂລກມີລະບົບເຕືອນໄພລ່ວງໜ້າໄວ້ນໍາໃຊ້ພາຍໃນປີ 2027 ນີ້ ເຊິ່ງປັດຈຸບັນມີປະມານເຄິ່ງໜຶ່ງເທົ່ານັ້ນທີ່ມີການຮອງຮັບລະບົບດັ່ງກ່າວ.

ແຕ່ຢ່າງໃດກໍຕາມ, WMO ໄດ້ເຕືອນວ່າ: ເຖິງວ່າອັດຕາການເສຍຊີວິດຈາກໄພພິບັດຈະມີທ່າອ່ຽງຫລຸດລົງ, ແຕ່ຄວາມເສຍຫາຍທາງເສດຖະກິດຈາກໄພພິບັດທີ່ກ່ຽວຂ້ອງກັບສະພາບອາກາດພັດສູງຂຶ້ນ ໂດຍ WMO ໄດ້ບັນທຶກສະຖິຕິໄວ້ວ່າ: ຄວາມເສຍຫາຍທາງເສດຖະກິດເພີ່ມສູງຂຶ້ນເຖິງ 7 ເທົ່າ ນັບແຕ່ປີ 1970-2019 ເພີ່ມຂຶ້ນຈາກ 49 ລ້ານໂດລາສະຫະລັດຕໍ່ວັນ ໃນທົດສະວັດທໍາອິດ ມາຢູ່ 383 ລ້ານໂດລາສະຫະລັດຕໍ່ວັນ ໃນໄລຍະ 10 ປີຜ່ານມາ.

ອ້າງອີງ:

https://www.aljazeera.com/…/climate-change-causes-2m…

https://www.news24.com/…/climate-change-causes-2…

https://www.aa.com.tr/…/extreme-weather-killed…/2903310