BREAKING NEWS: ທ່ານ ຊິນໂຊ ອາເບະ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ຖືກຍິງ

ວັນທີ 8 ກໍລະກົດ 2022 ນີ້, ສຳນັກງານຂ່າວ NHK  ຂອງ ຍີ່ປູ່ນ ແລະ ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຊິນໂຊ ອາເບະ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ຖືກນຳຕົວສົ່ງໄປໂຮງໝໍ ໂດຍອະດີດຜູ້ນຳຍີ່ປຸ່ນລົ້ມລົງ ແລະ ມີເລືອດອອກຫລັງມີສຽງຄ້າຍຄືສຽງປືນແຕກດັງຂຶ້ນຂະນະທີ່ທ່ານກຳລັງກ່າວຄຳປາໄສໃນເມືອງນາຣາ ເບື່ອງຕົ້ນເຈົ້າໜ້າທີ່ຕຳຫລວດຄຸມຕົວຊາຍຜູ້ຕ້ອງສົງໃສໃນພື້ນທີ່ດັ່ງກ່າວໄດ້ 1 ຄົນ.