ຝຣັ່ງຍົກເລີກຖ້ຽວບິນໄລຍະສັ້ນພາຍໃນປະເທດ ສໍາລັບເສັ້ນທາງທີ່ເດີນທາງດ້ວຍລົດໄຟໄດ້ ຫລຸດການປ່ອຍແກັສເຮືອນແກ້ວ

ສະມາຊິກສະພາຜູ້ແທນລາຊະດອນຝຣັ່ງລົງມະຕິຮັບຮອງກົດໝາຍສະບັບໃໝ່ ຫ້າມໃຫ້ບໍລິການຖ້ຽວບິນໄລຍະສັ້ນພາຍໃນປະເທດສໍາລັບເສັ້ນທາງທີ່ສາມາດເດີນທາງດ້ວຍລົດໄຟໄດ້ພາຍໃນເວລາບໍ່ເກີນ 2 ຊົ່ວໂມງ 30 ນາທີ ເພື່ອຫລຸດການແພ່ກະຈາຍຂອງແກັສກາກບອນ ເຊິ່ງເປັນສາເຫດຂອງສະພາບໂລກຮ້ອນ.

ໂດຍກົດໝາຍດັ່ງກ່າວຈະມີຜົນບັງຄັບໃຊ້ 2 ປີ, ຂະນະທີ່ຍົກເວັ້ນເສັ້ນທາງລະຫວ່າງນະຄອນຫລວງປາຣີສ ແລະ ບາງເມືອງເຊັ່ນ: ນ໊ອງ, ລີຍົງ ແລະ ບໍໂດ. ຂະນະທີ່ຖ້ຽວບິນເຊື່ອມຕໍ່ຈະບໍ່ໄດ້ຮັບຜົນກະທົບ.

ເຖິງຢ່າງໃດກໍຕາມ, ນັກວິຈານເບິ່ງວ່າ: ມາດຕະການຫລ້າສຸດນີ້ຈະເປັນພຽງການຫ້າມທາງສັນຍາລັກ ແລະ ຈະສົ່ງຜົນພຽງເລັກໜ້ອຍຕໍ່ການແພ່ກະຈາຍຂອງແກັສກາກບອນ. ຂະນະທີ່ເບິ່ງວ່າລັດຖະບານຄວນສະໜັບສະໜູນວິທີແກ້ໄຂບັນຫາທີ່ແທ້ຈິງ ແລະ ເຫັນຜົນຫລາຍຂຶ້ນ.

ການຜ່ານກົດໝາຍຫ້າມຖ້ຽວບິນໄລຍະສັ້ນນີ້ມີຂຶ້ນຫລັງການເຮັດ “ອະນຸສັນຍາພົນລະເມືອງ ວ່າດ້ວຍສະພາບອາກາດ” ໃນປີ 2019 ເຊິ່ງໄດ້ຮັບການສະໜັບສະໜູນຈາກປະທານາທິບໍດີ ເອັມມານູເອລ ມາຄຣົງ.

ໂດຍກ່ອນໜ້ານີ້ເຄີຍມີການສະເໜີໃຫ້ຍົກເລີກການເດີນທາງໂດຍເຮືອບິນໃນເສັ້ນທາງທີ່ສາມາດເດີນທາງດ້ວຍລົດໄຟໄດ້ໃນເວລາບໍ່ເກີນ 4 ຊົ່ວໂມງ ກ່ອນຈະມີການຫລຸດລົງເຫລືອ 2 ຊົ່ວໂມງ 30 ນາທີ ຫລັງມີການຄັດຄ້ານຈາກບາງພາກພື້ນ ລວມທັງສາຍການບິນ Air France-KLM. ຂະນະທີ່ກຸ່ມເຄື່ອນໄຫວເພື່ອຜູ້ບໍລິໂພກ UFC-Que Choisir ຂອງຝຣັ່ງ ຮຽກຮ້ອງໃຫ້ ສສ ຮັກສາໄລຍະເວລາໄວ້ບໍ່ເກີນ 4 ຊົ່ວໂມງ.