ຕຳຫລວດໄທ ບຸກທຳລາຍເຄືອຂ່າຍເວັບພະນັນອອນລາຍ TS911.com ພົບຜູ້ເສຍຫາຍ ຫລາຍກວ່າ 24 ພັນຄົນ

ສຳນັກຂ່າວຊ່ອງ3ໄທ ລາຍງານວ່າ: ວັນທີ 23 ພຶດສະພາ 2023 ຜ່ານມາ, ຜູ້ບັນຊາການຕຳຫລວດແຫ່ງຊາດໄທ ເຂົ້າກວດຄົ້ນເຄືອຂ່າຍເວັບພະນັນອອນລາຍ TS911.com ເຊິ່ງລັກລອບເປີດໃຫ້ຫລິ້ນການພະນັນອອນລາຍ ໂດຍໄດ້ປິດລ້ອມພື້ນທີ່ 6 ຈັງຫວັດ.
ຜົນການກວດຄົ້ນສາມາດຈັບກຸມຜູ້ຕ້ອງຫາ 1 ຄົນ ຊື່ ທ້າວ ສົມກຽດ ພ້ອມຢຶດຄອມພິວເຕີ 2 ໜ່ວຍ, ໂທລະສັບ 2 ໜ່ວຍ, ກ່ອງໂທລະສັບເປົ່າ 2 ກ່ອງ, ພົບຜູ້ເສຍຫາຍ 24,389 ຄົນ ມູນຄ່າຄວາມເສຍຫາຍ 69,258,378 ບາດ ປະມານ 34 ຕື້ກີບ, ຄາດວ່າມີເງິນໝູນວຽນ 10,000,000 ບາດ ປະມານ 500 ລ້ານກີບ/ເດືອນ ທັງນີ້ຜູ້ກ່ຽວມີຄວາມຜິດຖານ ຮ່ວມກັນຈັດໃຫ້ມີການຫລິ້ນ ຫລື ເຮັດກົນອຸບາຍລໍ້ຫລວງ ປະກາດໂຄສະນາ ຫລື ຊັກຊວນ ໂດຍທາງກົງ ແລະ ທາງອ້ອມໃຫ້ຜູ້ອື່ນເຂົ້າຫລິ້ນ ຜ່ານສື່ທາງເອເລັກໂຕນິກ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່.
ຈາກການສືບສວນພົບວ່າ: ກຸ່ມຜູ້ໃຫ້ບໍລິການເວັບພະນັນດັ່ງກ່າວໄດ້ລັກລອບໃຫ້ບໍລິການພະນັນເຕະບານ, ໄພ່ບາຄາຣ່າ ແລະ ການພະນັນອອນລາຍອື່ນໆ ຜ່ານທາງເວັບດັ່ງກ່າວ ແລະ ພົບວ່າມີຄວາມເຊື່ອມໂຍງກັບປະທານສະໂມສອນບານເຕະລຳພຸນອໍຣິເວີ ຈາກນັ້ນຈຶ່ງນຳໝາຍຄົ້ນຂອງສານອາຍາເຂົ້າກວດຄົ້ນເຮືອນປະທານສະໂມສອນບານເຕະ ພົບ ລົດຫລູ ຈຳນວນຫລາຍຄັນ ແລະ ຊັບສິນອີກຈຳນວນໜຶ່ງ ໂດຍໄດ້ບັນທຶກກວດສອບໄວ້ເພື່ອດຳເນີນການຂະຫຍາຍຜົນຕໍ່ໄປ.

