IMF ປັບຫຼຸດການຄາດຄະເນ GDP ອາເມລິກາໃນປີນີ້ເຫຼືອ 2,3%

IMF ປັບຫຼຸດການຄາດຄະເນ GDP ອາເມລິກາໃນປີນີ້ເຫຼືອ 2,3%

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 14 ກໍລະກົດ 2022 ຜ່ານມານີ້ວ່າ: ກອງທຶນເງິນຕາສາກົນ (IMF) ໄດ້ປັບຫຼຸດການຄາດຄະເນໂຕເລກການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງອາເມລິກາໃນປີ 2022 ລົງເຫຼືອ 2,3% ຈາກໂຕເລກການຄາດຄະເນໄວ້ທີ່ລະດັບ 2,9% ຫຼັງຈາກອາເມລິກາເປີດເຜີຍຂໍ້ມູນທີ່ສະແດງໃຫ້ເຫັນວ່າ ການໃຊ້ຈ່າຍຂອງຜູ້ບໍລິໂພກຫົດຕົວລົງ. ຂະນະດຽວກັນ IMF…

ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ

ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ

ທ່ານ ມາຣິໂອ ດຣາກີ ນາຍົກລັດຖະມົນຕີຂອງອິຕາລີ ຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານສຳຄັນ ຄືພັກ Five Star ຖອນການສະໜັບສະໜູນໃນການລົງມະຕິບໍ່ໄວ້ວາງໃຈ ໃນວັນທີ 14 ກໍລະກົດ. ທ່ານ ດຣາກີ ເຊິ່ງດຳລົງຕຳແໜ່ງຫົວໜ້າລັດຖະບານປະສົມ ມາແຕ່ເດືອນກຸມພາ 2021 ລະບຸໃນຖະແຫລງການວ່າ: ສັນຍາແຫ່ງຄວາມໄວ້ວາງໃຈທີ່ຄ້ຳຈູນລັດຖະບານແຫ່ງຊາດໄດ້ໝົດລົງແລ້ວ….

ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ

ປະທານາທິບໍດີສີລັງກາລາອອກຢ່າງເປັນທາງການແລ້ວ ຫລັງເດີນທາງເຖິງສິງກະໂປ

ວັນທີ 14 ກໍລະກົດ, ປະທານາທິບໍດີ ໂກຕາບາຢາ ຣາຊປັກສາ ຂອງສີລັງກາ ສົ່ງຈົດໝາຍລາອອກເຖິງປະທານລັດຖະສະພາສີລັງກາຢ່າງເປັນທາງການແລ້ວ ຫລັງຈາກເດີນທາງເຖິງສິງກະໂປດ້ວຍສາຍການບິນສັນຊາດຊາອຸດິອາຣະບີ. ເບື້ອງຕົ້ນທາງການສິງກະໂປຢືນຢັນ ຜູ້ນຳສີລັງກາເດີນທາງເຂົ້າປະເທດແທ້ ແຕ່ເປັນການເດີນທາງຢ້ຽມຢາມແບບສ່ວນຕົວ. ຫລັງຈາກທີ່ມີການກວດສອບ ແລະ ຢືນຢັນຄວາມຖືກຕ້ອງຂອງອີເມລທີ່ທ່ານ ໂກຕາບາຢາ ໃຊ້ສົ່ງຈົດໝາຍລາອອກຈາກຕຳແໜ່ງປະທານາທິບໍດີສີລັງກາແລ້ວ ກໍເປັນຈຸດປ່ຽນທາງປະຫວັດສາດການເມືອງທີ່ສຳຄັນຂອງສີລັງກາ ສະທ້ອນຈຸດສິ້ນສຸດຂອງຄອບຄົວຕະກູນຣາຊປັກສາທີ່ຄອງອຳນາດເໜືອການເມືອງຂອງປະເທດນີ້ມາ 2…

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງອົງການ ສປຊ ໃນໄລຍະແຕ່ວັນທີ 05 -18 ກໍລະກົດ 2022

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງອົງການ ສປຊ ໃນໄລຍະແຕ່ວັນທີ 05 -18 ກໍລະກົດ 2022

ຄະນະຜູ້ແທນ ສປປ ລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຈາກກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ໄດ້ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງອົງການ ສປຊ (2022 High-Level Political Forum on…

ໝໍຜ່າຕັດນິວຢອກປ່ຽນຫົວໃຈໝູໃຫ້ຄົນເຈັບສະໝອງຕາຍ 2 ຄົນສຳເລັດ

ໝໍຜ່າຕັດນິວຢອກປ່ຽນຫົວໃຈໝູໃຫ້ຄົນເຈັບສະໝອງຕາຍ 2 ຄົນສຳເລັດ

ກຸ່ມໝໍຜ່າຕັດຈາກມະຫາວິທະຍາໄລນິວຢອກ (NYU) ປະສົບຜົນສຳເລັດໃນການປູກປ່ຽນຫົວໃຈໝູດັດແປງທາງພັນທຸກຳໃຫ້ຄົນເຈັບສະໝອງຕາຍ 2 ຄົນ. ຖືເປັນອີກໜຶ່ງບາດກ້າວທີ່ເຂົ້າໃກ້ເປົ້າໝາຍໄລຍະຍາວຂອງການໃຊ້ຊິ້ນສ່ວນໝູ ເພື່ອແກ້ໄຂບັນຫາການຂາດເຂີນອະໄວຍະວະມະນຸດສຳລັບການປູກປ່ຽນ. ວັນທີ 14 ກໍລະກົດ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ຫລັງເຫດການການເສຍຊີວິດຂອງຄົນເຈັບຜ່າຕັດປ່ຽນຫົວໃຈໝູຄົນທຳອິດຂອງໂລກໃນເດືອນມີນາຜ່ານມາ ຜົນການທົດລອງປູກປ່ຽນຫົວໃຈຄັ້ງຫລ້າສຸດໃນເດືອນມິຖຸນາ-ກໍລະກົດ ພົບວ່າຫົວໃຈເຮັດວຽກໄດ້ຕາມປົກກະຕິ ແລະ ບໍ່ມີສັນຍານຂອງການປະຕິເສດອະໄວຍະວະຈາກຄົນເຈັບສະໝອງຕາຍທັງ 2 ຄົນ. ທີມນັກວິໄຈກ່າວວ່າ:…

ທ່ານ ໄບເດນ ຈັບມືຜູ້ນຳອິດສະລາແອນ ລົງນາມຂໍ້ຕົກລົງສະກັດອີຣານ ພັດທະນາອາວຸດນິວເຄຼຍ

ທ່ານ ໄບເດນ ຈັບມືຜູ້ນຳອິດສະລາແອນ ລົງນາມຂໍ້ຕົກລົງສະກັດອີຣານ ພັດທະນາອາວຸດນິວເຄຼຍ

ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ແລະ ທ່ານ ຢາອີຣ໌ ລາພິດ ນາຍົກລັດຖະມົນຕີອິດສະລາແອນ ເຫັນພ້ອມຮ່ວມລົງນາມໃນສົນທິສັນຍາການຮ່ວມມືເພື່ອຂັດຂວາງບໍ່ໃຫ້ອີຣານພັດທະນາ ແລະ ມີອາວຸດນິວເຄຼຍໃນຄອບຄອງ ລະຫວ່າງການເດີນທາງຢ້ຽມຢາມອິດສະລາແອນຢ່າງເປັນທາງການຂອງຜູ້ນຳອາເມລິກາ. ເຈົ້າໜ້າທີ່ອາເມລິກາ ເປີດເຜີຍວ່າ: ສົນທິສັນຍາການຮ່ວມມືທີ່ຈະມີການລົງນາມດັ່ງກ່າວຈະລວມທັງຄວາມພະຍາຍາມໃນການສະກັດກັ້ນການພັດທະນາອາວຸດນິວເຄຼຍຂອງອີຣານ. ໃນຂະນະທີ່ອາເມລິກາຈະໃຫ້ຄຳໝັ້ນວ່າຈະມອບການຊ່ວຍເຫລືອທາງທະຫານແກ່ອິດສະລາແອນຕໍ່ໄປ. ຖະແຫລງການເຊິ່ງໄດ້ຮັບການເຜີຍແຜ່ອອກມາກ່ອນພິທີລົງນາມຢ່າງເປັນທາງການໄດ້ມີການລະບຸເຖິງການສະໜັບສະໜູນຂອງອາເມລິກາ ໃນການສ້າງຄວາມໄດ້ປຽບທາງທະຫານ ແລະ…

ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ

ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ

ແຫລ່ງຂ່າວລະດັບສູງໃນລັດຖະບານສີລັງກາເປີດເຜີຍ ປະທານາທິບໍດີ ໂກຕາບາຢາ ຣາຊປັກສາ ເດີນທາງອອກຈາກມັລດີຟເພື່ອມຸ່ງໜ້າໄປສິງກະໂປແລ້ວ ທ່າມກາງຄວາມຄຽດແຄ້ນຂອງກຸ່ມຜູ້ປະທ້ວງພາຍໃນປະເທດ ຫລັງຈາກທ່ານປະຕິເສດລາອອກຈາກຕຳແໜ່ງປະທານາທິບໍດີຕາມທີ່ໃຫ້ສັນຍາໄວ້ກ່ອນຫລົບໜີ. ລາຍງານຂອງຊີເອັນເອັນອ້າງການຢືນຢັນຈາກແຫລ່ງຂ່າວລະດັບສູງທ່ານໜຶ່ງວ່າ: ທ່ານ ຣາຊປັກສາ ກຳລັງເດີນທາງໄປສິງກະໂປດ້ວຍສາຍການບິນຂອງຊາອຸດິອາຣະບີ ເຊິ່ງຄາດວ່າຈະເປັນຖ້ຽວບິນ Saudia 788 ໂດຍເດີນທາງອອກຈາກນະຄອນຫລວງມາເລ່ຂອງມັລດີຟ ເມື່ອເວລາປະມານ 11:30 ໂມງ ຕາມເວລາທ້ອງຖິ່ນ ແລະ…

ທ່ານ Ranil Wickremesinghe, ນາຍົກສີລັງກາ, ຮັກສາການປະທານາທິບໍດີ ປະກາດສະພາວະສຸກເສີນ

ທ່ານ Ranil Wickremesinghe, ນາຍົກສີລັງກາ, ຮັກສາການປະທານາທິບໍດີ ປະກາດສະພາວະສຸກເສີນ

ຂ່າວ​ຈາກ VOVWORLD,ວັນທີ 13 ກໍລະກົດ, ທ່ານ Ranil Wickremesinghe, ນາຍົກລັດຖະມົນຕີສີລັງກາ, ຮັກສາການປະທານາທິບໍດີ ໄດ້ປະກາດສະພາວະສຸກເສີນໃນສະພາບທີ່ທ່ານ Gotabaya Rajapaksa, ປະທານາທິບໍດີໄດ້ເດີນທາງອອກຈາກປະເທດ​ແລ້ວ. ບັນດາ ນັກຊ່ຽວຊານ ໄດ້ໄຈ້ແຍກວ່າ: ສະພາບຄວາມວຸ່ນວາຍດ້ານການເມືອງໃນປັດຈຸບັນອາດຈະເຮັດໃຫ້ຄວາມມານະພະຍາຍາມເພື່ອແນໃສ່ຊ່ວຍໃຫ້ປະເທດອາຊີໃຕ້ ຫລຸດພົ້ນອອກຈາກວິກິດການທາງດ້ານເສດຖະກິດທີ່ໂຫດຮ້າຍທີ່ສຸດໃນໄລຍະ 7 ທົດສະວັດຜ່ານມາສັບສົນຂຶ້ນຕື່ມ,…

Twitter ຍື່ນຟ້ອງ Elon Musk ຍົກເລີກຂໍ້ຕົກລົງ ຫວັງສານສັ່ງໃຫ້ຊື້ກິດຈະການຄືເກົ່າ

Twitter ຍື່ນຟ້ອງ Elon Musk ຍົກເລີກຂໍ້ຕົກລົງ ຫວັງສານສັ່ງໃຫ້ຊື້ກິດຈະການຄືເກົ່າ

ວັນທີ 12 ກໍລະກົດ, Twitter, Inc. ຍື່ນຟ້ອງ Elon Musk ຂໍ້ຫາລະເມີດຂໍ້ຕົກລົງຊື້ແພກຟອມໂຊຊຽວມີດຽວມູນຄ່າ 44 ພັນລ້ານໂດລາສະຫະລັດ, ພ້ອມທັງຂໍໃຫ້ສານລັດເດລາແວສັ່ງໃຫ້ Elon Musk ຊື້ກິດຈະການ Twitter ຕາມລາຄາທີ່ຕົກລົງກັນໄວ້ 54,20 ໂດລາຕໍ່ຫຸ້ນ. “ເຫັນໄດ້ວ່າ…

ລັດຖະບານສີລັງກາປະກາດສະຖານະການສຸກເສີນ ຫລັງປະທານາທິບໍດີຫລົບໜີໄປມັລດີຟ

ລັດຖະບານສີລັງກາປະກາດສະຖານະການສຸກເສີນ ຫລັງປະທານາທິບໍດີຫລົບໜີໄປມັລດີຟ

ສີລັງກາປະກາດສະຖານະການສຸກເສີນຫລັງປະທານາທິບໍດີ ໂກຕາບາຢາ ຣາຊປັກສາ ໃຊ້ເຮືອບິນທະຫານຫລົບໜີໄປມັລດີຟ, ຂະນະທີ່ຜູ້ປະທ້ວງຈຳນວນຫລາຍຍັງປັກຫລັກປິດລ້ອມສຳນັກງານນາຍົກລັດຖະມົນຕີເພື່ອກົດດັນໃຫ້ລາອອກ. ຈາກການເປີດເຜີຍຂອງໂຄສົກນາຍົກລັດຖະມົນຕີສີລັງກາ ການຕັດສິນໃຈປະກາດສະຖານະການສຸກເສີນມີຂຶ້ນພຽງບໍ່ເທົ່າໃດຊົ່ວໂມງຫລັງຈາກທ່ານ ຣາຊປັກສາ ຫລົບໜີອອກນອກປະເທດ ໂດຍໃຫ້ເຫດຜົນວ່າເພື່ອແກ້ໄຂສະຖານະການຄວາມບໍ່ສະຫງົບພາຍໃນປະເທດ ພາຍໃຕ້ການນຳຂອງນາຍົກລັດຖະມົນຕີ ຣານິລ ວິກຳສິງເຫ ເຊິ່ງປັດຈຸບັນເປັນຜູ້ຮັກສາການໃນຕຳແໜ່ງປະທານາທິບໍດີ. ສ່ວນບັນຍາກາດຢູ່ນອກທຳນຽບປະທານາທິບໍດີໃນຕອນນີ້ ກຸ່ມຜູ້ປະທ້ວງຍັງປັກຫລັກຢູ່ຢ່າງສະຫງົບ ບາງສ່ວນເລີ່ມມີການສະເຫລີມສະຫລອງຫລັງຮູ້ຂ່າວການຫລົບໜີຂອງທ່ານ ຣາຊປັກສາ ເຖິງວ່າຈະຍັງບໍ່ຊັດເຈນວ່າທ່ານຈະຍອມລາອອກຈາກຕຳແໜ່ງຕາມທີ່ຮັບປາກໄວ້ ຫລື…