ເຮືອບິນໂດຍສານລໍາທໍາອິດທີ່ຜະລິດຢູ່ຈີນ ຂຶ້ນບິນທາງການຄ້າຖ້ຽວບິນທໍາອິດແລ້ວ

ສະຖານີໂທລະພາບແຫ່ງຊາດຈີນເປີດເຜີຍວ່າ: ເຮືອບິນໂດຍສານລຸ້ນ C919 ທີ່ຜະລິດໂດຍບໍລິສັດ Commercial Aircraft Corporation of China (COMAC) ເປັນເຮືອບິນໂດຍສານລໍາທໍາອິດທີ່ຜະລິດຂຶ້ນພາຍໃນປະເທດ ໄດ້ຂຶ້ນບິນທາງການຄ້າຖ້ຽວບິນທໍາອິດແລ້ວ ໃນວັນທີ 28 ພຶດສະພາ ໂດຍເດີນທາງຈາກຊຽງໄຮ້ໄປນະຄອນຫລວງປັກກິ່ງຂອງຈີນ.
ການຜະລິດ ແລະ ພັດທະນາເຮືອບິນໂດຍສານຂອງຈີນເກີດຂຶ້ນດ້ວຍຄວາມຫວັງຈະເພີ່ມທາງເລືອກໃຫ້ອຸດສາຫະກໍາການບິນ ແລະ ປົດລັອກການຄອບງໍາ ຫລື ຜູກຂາດຕະຫລາດຂອງຜູ້ຜະລິດເຮືອບິນລາຍໃຫຍ່ຂອງໂລກຄື Airbus ແລະ Boeing ຖືເປັນຜົນສໍາເລັດກ້າວສໍາຄັນຂອງອຸດສາຫະກໍາການບິນຂອງຈີນ.
ເຖິງຢ່າງໃດກໍຕາມ, ການຜະລິດເຮືອບິນໂດຍສານລຸ້ນ C919 ຂະໜາດ 164 ບ່ອນນັ່ງຂອງຈີນລຸ້ນນີ້ຍັງຕ້ອງອາໄສຊິ້ນສ່ວນປະກອບ ລວມທັງເຄື່ອງຈັກ ແລະ ເຕັກໂນໂລຊີດ້ານການບິນຂອງຕາເວັນຕົກຢູ່.
ໂດຍ China Eastern Airline ທີ່ໄດ້ຮັບການສະໜັບສະໜູນຈາກພາກລັດຂອງຈີນ ໄດ້ສັ່ງຊື້ເຮືອບິນໂດຍສານລຸ້ນດັ່ງກ່າວແລ້ວຈໍານວນ 5 ລໍາ.
COMAC ມີແຜນຈະຜະລິດເຮືອບິນ 150 ລໍາຕໍ່ປີໃນໄລຍະເວລາ 5 ປີຕໍ່ຈາກນີ້. ພ້ອມເປີດເຜີຍວ່າ: ປັດຈຸບັນມີຍອດສັ່ງຊື້ເຮືອບິນໂດຍສານ C919 ແລ້ວຫລາຍກວ່າ 1.200.
ອ້າງອີງ:
https://www.bbc.com/news/world-asia-china-65737081

