ມີຜູ້ຕິດເຊື້ອມາລາເລຍ-ໄຂ້ເລືອດອອກ ຈຳນວນຫລາຍຫລັງນ້ຳຖ້ວມໃຫຍ່ຢູ່ອາຊີໃຕ້

ເຈົ້າໜ້າທີ່ ແລະ ໜ່ວຍງານບັນເທົາທຸກ ກ່າວວ່າ: ປະຊາຊົນນັບໝື່ນຄົນໄດ້ຮັບເຊື້ອພະຍາດຖອກທ້ອງ, ມາລາເລຍ ແລະ ໄຂ້ເລືອດອອກລະບາດຢູ່ບັງກະລາເທດ ແລະ ເນປານ, ຂະນະທີ່ລະດັບນ້ຳຈາກອຸທົກກະໄພຄັ້ງຮຸນແຮງທີ່ສຸດໃນຮອບ 10 ປີເລີ່ມບັນເທົາລົງແລ້ວ.
ປະຊາຊົນກວ່າ 1.400 ຄົນເສຍຊີວິດຈາກນ້ຳຖ້ວມຢູ່ອາຊີໃຕ້ໄລຍະ 2 ເດືອນຜ່ານມາ ແລະ ອີກຫລາຍໝື່ນຄົນຕ້ອງອາໄສຢູ່ໃນເຕັ້ນ ແລະ ໂຮງຮຽນ. ທ່ານ ມາຣຕິນ ຟໍເລີ ຮອງຜູ້ອຳນວຍການຄະນະກຳມະການກາແດງສາກົນ ປະຈຳພາກພື້ນອາຊີ-ປາຊີຟິກ ກ່າວວ່າ: ຄົນເຫລົ່ານີ້ຕ້ອງການການຊ່ວຍເຫລືອ ແລະ ພວກເຂົາຈະດຳເນີນການຢ່າງດີທີ່ສຸດ ເພື່ອໃຫ້ພຽງພໍຕໍ່ຄວາມຕ້ອງການ, ປະຊາຊົນປະມານ 13.000 ຄົນປ່ວຍຈາກພະຍາດຖອກທ້ອງ ແລະ ຕິດເຊື້ອລະບົບທາງເດີນຫາຍໃຈຢູ່ບັງກະລາເທດ ພາຍຫລັງນ້ຳຖ້ວມທາງພາກເໜືອ. ກາແດງບັງກະລາເທດຖະແຫລງວ່າ: ພົບພະຍາດລະບາດເຊັ່ນ: ຖອກທ້ອງ, ມາລາເລຍ ແລະ ໄຂ້ເລືອດອອກເພີ່ມຂຶ້ນຢູ່ບາງພື້ນທີ່ ແລະ ຕ້ອງປ້ອງກັນບໍ່ໃຫ້ມີລາຍງານຜູ້ເສຍຊີວິດ ແລະ ຕິດເຊື້ອອີກ, ສ່ວນຢູ່ເນປານມີລາຍງານຜູ້ປ່ວຍ 26.944 ຄົນ. ອົງການເຊຟເດອະຊິລເດນລາຍງານວ່າ: ເດັກນ້ອຍ 17 ລ້ານຄົນຈຳເປັນຕ້ອງໄດ້ຮັບການເບິ່ງແຍງດ້ານສາທາລະນະສຸກ ແລະ ໂພຊະນາການຢູ່ອິນເດຍ.

