Twitter ຍື່ນຟ້ອງ Elon Musk ຍົກເລີກຂໍ້ຕົກລົງ ຫວັງສານສັ່ງໃຫ້ຊື້ກິດຈະການຄືເກົ່າ

ວັນທີ 12 ກໍລະກົດ, Twitter, Inc. ຍື່ນຟ້ອງ Elon Musk ຂໍ້ຫາລະເມີດຂໍ້ຕົກລົງຊື້ແພກຟອມໂຊຊຽວມີດຽວມູນຄ່າ 44 ພັນລ້ານໂດລາສະຫະລັດ, ພ້ອມທັງຂໍໃຫ້ສານລັດເດລາແວສັ່ງໃຫ້ Elon Musk ຊື້ກິດຈະການ Twitter ຕາມລາຄາທີ່ຕົກລົງກັນໄວ້ 54,20 ໂດລາຕໍ່ຫຸ້ນ.
“ເຫັນໄດ້ວ່າ Elon Musk ເຊື່ອວ່າລາວມີອິດສະຫລະທີ່ຈະປ່ຽນໃຈ ເຊິ່ງແຕກຕ່າງຈາກທຸກຝ່າຍທີ່ຢູ່ພາຍໃຕ້ກົດໝາຍສັນຍາຂອງລັດເດລາແວ, ລາວຖິ້ມບໍລິສັດ, ແຊກແຊງການດຳເນີນງານ, ທຳລາຍມູນຄ່າຜູ້ຖືຫຸ້ນ ແລະ ຍ່າງຈາກໄປ” ຄຳຮ້ອງລະບຸ.
Elon Musk ເຊິ່ງເປັນປະທານເຈົ້າໜ້າທີ່ບໍລິຫານຂອງບໍລິສັດຜະລິດລົດຍົນໄຟຟ້າ Tesla, Inc. ແລະ ເຈົ້າຂອງຕຳແໜ່ງບຸກຄົນຮັ່ງມີທີ່ສຸດໃນໂລກຂອງ Forbes ຍັງບໍ່ໄດ້ອອກມາສະແດງຄວາມເຫັນຫລັງຖືກຟ້ອງແຕ່ຢ່າງໃດ.
ໃນວັນທີ 8 ກໍລະກົດຜ່ານມາ, Elon Musk ກ່າວວ່າ: ລາວຕັດສິນໃຈຈະຍົກເລີກຂໍ້ຕົກລົງຊື້ກິດຈະການ ເນື່ອງຈາກ Twitter ບໍ່ສາມາດໃຫ້ຂໍ້ມູນກ່ຽວກັບບັນຊີປອມ ຫລື ສະແປມໃນແພກຟອມ ເຊິ່ງເປັນພື້ນຖານທຸລະກິດຂອງ Twitter.
ຄຳຟ້ອງຂອງ Twitter ລະບຸວ່າ: Elon Musk ລະເມີດຂໍ້ຕົກລົງຄວບລວມກິດຈະການຫລາຍຂໍ້ ເຊິ່ງສ້າງຄວາມຜິດຫວັງ ແລະ ບັນທອນ Twitter ແລະ ທຸລະກິດຂອງບໍລິສັດ. ນອກຈາກນີ້ ຖືເປັນຄັ້ງທຳອິດທີ່ມີການລະບຸວ່າ: ການເລີກຈ້າງພະນັກງານ “ເພີ່ມຂຶ້ນ” ນັບແຕ່ມີການປະກາດຂໍ້ຕົກລົງ.
Twitter ຍັງກ່າວຫາ Elon Musk ອີກວ່າ: “ລັກລອບ” ສະສົມຫຸ້ນຂອງບໍລິສັດເປັນຈຳນວນຫລາຍໃນລະຫວ່າງເດືອນມັງກອນຫາເດືອນມີນາ ໂດຍບໍ່ເປີດເຜີຍຕໍ່ໜ່ວຍງານກຳກັບເບິ່ງແຍງຢ່າງຖືກຕ້ອງ.
ຫຸ້ນ Twitter ປິດຕະຫລາດຢູ່ທີ່ 34,06 ໂດລາຕໍ່ຫຸ້ນໃນວັນທີ 12 ກໍລະກົດ ເພີ່ມຂຶ້ນ 4,3%, ແຕ່ຕໍ່າກວ່າລາຄາທີ່ປະມານ 50 ໂດລາຕໍ່ຫຸ້ນ ເມື່ອຂໍ້ຕົກລົງນີ້ໄດ້ຮັບການຍອມຮັບຈາກຄະນະກຳມະການຂອງ Twitter ໃນທ້າຍເດືອນເມສາ.
Twitter ອະທິບາຍສາເຫດທີ່ບໍ່ໄດ້ເປີດເຜີຍຂໍ້ມູນບັນຊີສະແປມກັບ Elon Musk ວ່າ: ເປັນຍ້ອນຢ້ານ Elon Musk ຈະສ້າງແພກຟອມຂຶ້ນມາແຂ່ງກັນ ຫລັງຍົກເລີກຂໍ້ຕົກລົງ. ພ້ອມລະບຸອີກວ່າ: ເຫດທີ່ຜົນ Elon Musk ເອົາມາອ້າງເພື່ອຍົກເລີກຂໍ້ຕົກລົງ ເປັນ “ຂໍ້ອ້າງ” ທີ່ຂາດຄຸນນະທຳ ແລະ ກ່າວວ່າ: ການທີ່ Elon Musk ຕັດສິນໃຈຍົກເລີກຂໍ້ຕົກລົງ Twitter ເປັນຍ້ອນຕະຫລາດຫຸ້ນຕົກ ໂດຍສະເພາະຫຸ້ນກຸ່ມເຕັກໂນໂລຊີ.
ອ້າງອີງ:
https://www.reuters.com/technology/twitter-sues-elon-musk-hold-him-44-bln-merger-2022-07-12/

