ທ່ານ Ranil Wickremesinghe, ນາຍົກສີລັງກາ, ຮັກສາການປະທານາທິບໍດີ ປະກາດສະພາວະສຸກເສີນ

ຂ່າວ​ຈາກ VOVWORLD,ວັນທີ 13 ກໍລະກົດ, ທ່ານ Ranil Wickremesinghe, ນາຍົກລັດຖະມົນຕີສີລັງກາ, ຮັກສາການປະທານາທິບໍດີ ໄດ້ປະກາດສະພາວະສຸກເສີນໃນສະພາບທີ່ທ່ານ Gotabaya Rajapaksa, ປະທານາທິບໍດີໄດ້ເດີນທາງອອກຈາກປະເທດ​ແລ້ວ.

ບັນດາ ນັກຊ່ຽວຊານ ໄດ້ໄຈ້ແຍກວ່າ: ສະພາບຄວາມວຸ່ນວາຍດ້ານການເມືອງໃນປັດຈຸບັນອາດຈະເຮັດໃຫ້ຄວາມມານະພະຍາຍາມເພື່ອແນໃສ່ຊ່ວຍໃຫ້ປະເທດອາຊີໃຕ້ ຫລຸດພົ້ນອອກຈາກວິກິດການທາງດ້ານເສດຖະກິດທີ່ໂຫດຮ້າຍທີ່ສຸດໃນໄລຍະ 7 ທົດສະວັດຜ່ານມາສັບສົນຂຶ້ນຕື່ມ, ໂດຍເລີ່ມມາຈາກສະພາບການຂາດແຄນເງິນຕາຕ່າງປະເທດຢ່າງຮ້າຍແຮງເຮັດໃຫ້ສີລັງກາບໍ່ສາມາດນຳເຂົ້າປະເພດສິນຄ້າ ທີ່ຈຳເປັນຄື: ນ້ຳມັນເຊື້ອໄຟ, ສະບຽງອາຫານ ແລະ ຢາປິ່ນປົວພະຍາດ​ເປັນຕົ້ນ.