ອິນໂດເນເຊຍ ກຽມບັອກ “Facebook-Google-WhatsApp” ຖ້າບໍ່ຈົດທະບຽນໃບອະນຸຍາດ
ວັນທີ 19 ກໍລະກົດ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທາງການອິນໂດເນເຊຍກຽມປິດກັ້ນການນຳໃຊ້ຫລາຍແອັບພລິເຄຊັນໂຊຊຽວມີເດຍ ແລະ ເວັບໄຊອອນລາຍ ເຊິ່ງລວມທັງ Google, Facebook ແລະ WhatsApp ໃນມໍ່ໆນີ້ ຖ້າບໍລິສັດດັ່ງກ່າວບໍ່ຈົດທະບຽນນຳກະຊວງການສື່ສານ ແລະ ຂໍ້ມູນຂ່າວສານຂອງອິນໂດເນເຊຍ. ບັນດາຍັກໃຫຍ່ດິຈິຕອນສາມາດຈົດທະບຽນເພື່ອຮັບໃບອະນຸຍາດໃຫ້ສຳເລັດພາຍໃນວັນທີ 20 ກໍລະກົດ….









