ອະດີດນາຍົກລັດຖະມົນຕີມາເລເຊຍຖືກຕັດສິນ ຕິດຄຸກ 12 ປີ ຂໍ້ຫາທຸຈະລິດເງິນມະຫາສານ ກອງທຶນ 1MDB

ທ່ານ ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີມາເລເຊຍ ຖືກຕັດສິນຕິກຄຸກ 12 ປີ ຈາກຂໍ້ຫາທຸຈະລິດກອງທຶນ 1MDB.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສານສູງສຸດມາເລເຊຍມີຄຳພິພາກສາຍື່ນຄຳຕັດສິນຂອງສານຊັ້ນຕົ້ນ ແລະ ສານອຸທອນ ໃຫ້ອະດີດນາຍົກລັດຖະມົນຕີ ນາຈິບ ຣາຊັກ ຮັບໂທດຕິດຄຸກ 12 ປີ ໃນຄວາມຜິດຄະດີທຸຈະລິດທີ່ກ່ຽວຂ້ອງກັບການຢັກຢອກເງິນມູນຄ່າຫລາຍພັນລ້ານໂດລາຈາກກອງທຶນເພື່ອການພັດທະນາເສດຖະກິດແຫ່ງຊາດມາເລເຊຍ (1MDB).

ຄຳຕັດສິນດັ່ງກ່າວຂອງສານສູງສຸດສົ່ງຜົນໃຫ້ທ່ານ ຣາຊັກ ອາຍຸ 69 ປີ ຕ້ອງເຂົ້າຮັບໂທດຕິດຄຸກທັນທີ ແລະ ສົ່ງຜົນໃຫ້ທ່ານກາຍເປັນນາຍົກລັດຖະມົນຕີຄົນທຳອິດຂອງມາເລເຊຍທີ່ຖືກໂທດຕິດຄຸກ ໂດຍປັດຈຸບັນທ່ານ ຣາຊັກ ຢູ່ລະຫວ່າງການຍື່ນຂໍປະກັນຕົວ.

ທັງນີ້, ທ່ານ ຣາຊັກ ຖືກສານຊັ້ນຕົ້ນມາເລເຊຍຕັດສິນວ່າມີຄວາມຜິດໃນເດືອນກໍລະກົດ 2020 ໃນຄະດີຄວາມ 7 ຂໍ້ຫາ ເຊິ່ງລວມທັງຂໍ້ຫາຟອກເງິນ, ໃຊ້ອຳນາດໃນທາງບໍ່ຖືກຕ້ອງ ແລະ ລະເມີດຄວາມໄວ້ວາງໃຈ ຈາກການຢັກຢອກເງິນ 42 ລ້ານຣິງກິດ ຈາກບໍລິສັດ SRC International ເຊິ່ງເປັນບໍລິສັດລູກຂອງກອງທຶນ 1MDB ໂດຍມີໂທດຕິດຄຸກ 12 ປີ ແລະ ປັບໄໝ 210 ລ້ານຣິງກິດ.

ກ່ອນທີ່ທີມກົດໝາຍຂອງທ່ານ ນາຈິບ ໄດ້ຍື່ນອຸທອນສານໃນເວລາຕໍ່ມາ, ແຕ່ສານອຸທອນມີຄຳພິພາກສາຍື່ນຄຳຕັດສິນຂອງສານຊັ້ນຕົ້ນ ເຊິ່ງທ່ານ ນາຈິບ ໄດ້ປະຕິເສດຂໍ້ກ່າວຫາທັງໝົດມາໂດຍຕະຫລອດ.

ເຖິງຢ່າງໃດກໍຕາມ, ໃນອາທິດຜ່ານມາ ທະນາຍຄວາມຂອງທ່ານ ນາຈິບ ໄດ້ພະຍາຍາມໃຫ້ສານສູງສຸດເລີ່ມການພິຈາລະນາຄະດີ ໂດຍໃຊ້ຫລັກຖານໃໝ່ ໂດຍໃຫ້ເຫດຜົນວ່າ: ຜູ້ພິພາກສາສານສູງສຸດ ໂມຮຳໝັດ ນາລັນ ໂມຮຳໝັດ ກາຊາລີ ເຊິ່ງເປັນຜູ້ຕັດສິນຄະດີຂອງທ່ານ ນາຈິບ ບໍ່ມີຄຸນສົມບັດເໝາະສົມທີ່ຈະມາຕັດສິນຄະດີນີ້ ແຕ່ສານໄດ້ປະຕິເສດຄຳຮ້ອງດັ່ງກ່າວ.

ລາຍງານຂ່າວລະບຸວ່າ: ທ່ານ ນາຈິບ ເຂົ້າຮັບຟັງຄຳຕັດສິນຂອງສານ ພ້ອມພັນລະຍາ ແລະ ລູກ ໂດຍກ່ອນເຂົ້າຫ້ອງພິຈາລະນາຄະດີ ທ່ານໄດ້ລະບຸກັບນັກຂ່າວວ່າ: ທ່ານຕົກເປັນເຫຍື່ອຂອງຄວາມຸຕິທຳ ແລະ ຈະຍື່ນອຸທອນຄຳຕັດສິນຕໍ່ສານລັດຖະບານກາງຕໍ່ໄປ.

ອ້າງອີງ:

https://www.straitstimes.com/…/malaysia-ex-pm-najib-to…

https://www.reuters.com/…/malaysias-ex-pm-najib…/