ໜັງສືພິມການເງິນລາວ-ຫວຽດນາມ ແລກປ່ຽນບົດຮຽນດ້ານວິຊາການ

ເພື່ອເປັນການ ປັບປຸງ ໜັງສື ພິມການເງິນລາວ, ຕາມທິດຊີ້ນຳ ຂອງຄະນະນຳກະຊວງການເງິນ ທາງດ້ານຮູບແບບການອອກ ຂ່າວ, ດ້ານເນື້ອໃນ ລວມທັງບົດ ຂ່າວບັນຫາຕ່າງໆ…ໃຫ້ມີເນື້ອ ຫາສາລະທີ່ໜ້າສົນໃຈຂອງຜູ້ ອ່ານ ໃນທ້າຍເດືອນສິງຫານີ້, ທາງຄະນະຮັບຜິດຊອບໜັງສື ພິມການເງິນລາວ, ນຳໂດຍທ່ານ ສຸລິຍາ ສຸພິທັກ ຮອງຫົວໜ້າຫ້ອງ ການກະຊວງ ການເງິນ, ທັງເປັນ ຜູ້ຊີ້ນຳວຽກງານໂຄສະນາ- ຂ່າວ ສານກະຊວງການເງິນ, ພ້ອມ ດ້ວຍຄະນະວິຊາການໄດ້ຢ້ຽມ ຢາມ ແລະ ເຮັດວຽກກັບຫ້ອງ ການກະຊວງການເງິນ ສສ ຫວຽດນາມ, ໜັງສືພິມການເງິນ, ວາລະສານການເງິນ ແລະ ຫນັງ ສືພິມພາສີ ສສ ຫວຽດນາມ.

 

 

 

 

+ ໜັງສືພິມອີຣານວິຈານ ສສ ແຫ່ຖ່າຍຮູບຜູ້ແທນລະດັບສູງຂອງ EU

+ ກະຊວງການເງິນປັບປຸງຂໍ້ຕົກລົງການໃຊ້ຈ່າຍງົບປະມານບໍລິຫານຂອງລັດ

+ ລາວ-ຫວຽດນາມ ແລກປ່ຽນບົດຮຽນການພັດທະນາສື່ມວນຊົນໃນຍຸກໃໝ່

 

ເພື່ອແລກປ່ຽນບົດຮຽນຄັ້ງນີ້ແມ່ນໄດ້ແລກປ່ຽນບາງບັນ ຫາຄື: ທັດສະນະກ່ຽວກັບພາ ລະບົດບາດລະຫວ່າງ 2 ພະ ແນກໂຄສະນາ-ຂ່າວສານລາວ- ຫວຽດນາມ ໂດຍໄດ້ລົງເລິກ ດ້ານຮູບການບໍລິຫານວຽກງານ ແລະ ບົດຮຽນ-ປະສົບການຕົວ ຈິງສະເພາະການຜະລິດລາຍ ການໂທລະພາບ, ໜັງສືພິມການ ເງິນ, ວາລະສານການເງິນ, ໜັງ ສືພິມ ຂອງຫວຽດນາມ ໂດຍສະ ເພາະ ກົງຈັກການຈັດຕັ້ງ, ຮູບ ແບບບໍລິຫານຄຸ້ມຄອງດ້ານ ຕ່າງໆລວມທັງການຫັນໄປສູ່ ຮູບການກຸ້ມ ຕົນເອງທາງດ້ານ ງົບປະມານ; ແລກປ່ຽນ ແລະ ຊອກຮູ້ກ່ຽວກັບ ລະບົບການຈັດ ຕັ້ງ, ປະສົບການດ້ານການໂຄ ສະນາວຽກງານການເງິນ, ທຶນ ຮອນ, ບຸກຄະລາກອນ ແລະ ວິ ຊາສະເພາະຂ່າວຕ່າງໆ ແລະ ໄດ້ແລກປ່ຽນບົດຮຽນໃນການ ຄຸ້ມຄອງຈັດ ສັນລະບົບກົນໄກ ຕ່າງໆຂອງຂໍ້ມູນໃນການສະ ໜອງບົດຂ່າວ ໃຫ້ແກ່ໜັງສືພິມ ລວມທັງການ ໂຄສະນາຂ່າວ ສານການເງິນຜ່ານສື່ຕ່າງໆ.

 

 

 

ໃນໂອການທີ່ຄະນະຮັບຜິດຊອບໜັງສືພິມການເງິນຂອງ ລາວໄດ້ຢ້ຽມຢາມ ແລະ ເຮັດ ວຽກກັບໜັງສືພິມການເງິນ ຫວຽດນາມ ໂດຍມີທ່ານ ຟາມ ວັນຮວາຍ ຫົວໜ້າບັນນາທີ ການໃຫຍ່ໜັງສືພິມການເງິນ ຫວຽດນາມໄດ້ໃຫ້ຄຳເຫັນແລກປ່ຽນກັບຝ່າຍລາວບາງບັນຫາສຳຄັນວ່າ: ໜັງສືພິມການເງິນ ຫວຽດນາມໄດ້ຮັບການສ້າງ ຕັ້ງຂຶ້ນມາເປັນເວລາ 50 ກວ່າປີ ໂດຍເລີ່ມຈາກສ້າງເປັນວາລະ ສານໃນປີ 1993 ແລະ ໄດ້ມີ ການພັດທະນາມາເປັນໜັງສື ພິມການເງິນ ແລະ ເວບໄຊ ເຊິ່ງ ປັດຈຸບັນໜັງສືພິມການເງິນ ຫວຽດນາມແມ່ນມີພະນັກງານ, ນັກຂ່າວຈຳນວນ 50 ກວ່າ ຄົນ ທີ່ສະໜອງຂໍ້ມູນບົດຂ່າວໃຫ້ແກ່ ໜັງສືພິມ, ໂດຍໄດ້ຜະລິດໜັງສື ພິມອອກສູ່ສັງຄົມອາທິດໜຶ່ງ 3 ຄັ້ງ. ເຊິ່ງບັນດາບົດຂ່າວ ທີ່ສະ ໜອງໃຫ້ແກ່ໜັງ ສືພິມແມ່ນໄດ້ ມີການກຳນົດຄິດໄລຄ່າບົດ-ຂ່າວ ໃຫ້ຜູ້ສະໜອງຂໍ້ມູນຢ່າງຖືກຕ້ອງ ສອດຄ່ອງຕາມລະບຽບກົດ ໝາຍວ່າດ້ວຍສື່ມວນຊົນຫວຽດນາມ, ສະເພາະວຽກງານໂຄສະ ນາພາສີຫວຽດນາມແມ່ນມີສອງ ຜະລິດຕະພັນຄື: ໜັງສືພິມພາສີ ແລະ ເວບໄຊ ຊຶ່ງບົດຂ່າວທີ່ອອກ ທາງໜ້າສືພິມແມ່ນເປັນບົດຂ່າວທີ່ມີການວິເຄາະປະເດັນຕ່າງໆ ແມ່ນອອກທາງ ໜ້າສືພິມສ່ວນ ຂ່າວພິທີການຕາມເຫດການ ແມ່ນຈະອອກຂ່າວທາງເວບໄຊ ພ້ອມນັ້ນຍັງໄດ້ແລກປ່ຽນດ້ານວິທີການກົນໄກການສະໜອງຂໍ້ມູນ ເຊິ່ງການສະໜອງຂໍ້ມູນຂອງ ໜ້າສືພິມດັ່ງກ່າວແມ່ນໄດ້ມອບພັນ ທະໃຫ້ຄະນະກົມພະແນກການ ກ່ຽວຂ້ອງໃນການຂຽນບົດຫລື ສະໜອງຂໍ້ມູນໃຫ້ແກ່ໜ້າສືພິມ ເພື່ອໂຄສະນາເຜີຍແຜ່ອອກ ສູ່ສັງຄົມໃຫ້ຖືກຕ້ອງ ຕາມເນື້ອໃນຈຸດປະສົງກໍຄືພາລະບົດບາດຂອງ ກົມໃຫຍ່ພາສີຫວຽດນາມ ແລະ ສື່ມ່ວນຊົນຫວຽດນາມ.