ອົງການອະນາໄມໂລກ ກຽມສົ່ງວັກຊີນປ້ອງກັນພະຍາດມາລາເຣຍ 18 ລ້ານໂດສ ໃຫ້ແກ່ 12 ປະເທດ ໃນແຖບອາຟຣິກາ

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 6 ກໍລະກົດ 2023. ອົງການອະນາໄມໂລກ, ກອງທຶນເພື່ອເດັກແຫ່ງສະຫະປະຊາຊາດ ແລະ ອົງການພັນທະມິດເພື່ອວັກຊີນ ກ່າວວ່າ: ຈະສົ່ງວັກຊີນປ້ອງກັນພະຍາດໄຂ້ມາລາເຣຍ ຊຸດທຳອິດ ປະມານ 18 ລ້ານໂດສ ໄປຊ່ວຍເຫຼືອ 12 ປະເທດໃນທະວີບອາຟຣິກາ ພາຍໃນປີ 2025.
ທ່ານ ທີໂດຣສ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການ ອົງການອະນາໄມໂລກ ກ່າວວ່າ: ມາລາເຣຍຍັງຄົງເປັນພະຍາດທີ່ເຮັດໃຫ້ຜູ້ຄົນເສຍຊີວິດຫລາຍທີ່ສຸດໃນທະວີບອາຟຣິກາ ແລະ ໃນແຕ່ລະປີ,ມີເດັກນ້ອຍອາຍຸຕໍ່າກວ່າ 5 ປີ ເສຍຊີວິດເກືອບ 500.000 ຄົນ .
ສຳລັບ ວັກຊີນ (RTS, S/Mosquirix) ເຊິ່ງພັດທະນາໂດຍບໍລິສັດ ແກລັກໂຊມິດໄຄ ຂອງອັງກິດ ຖືກແຈກຢາຍໃຫ້ກັບເດັກນ້ອຍຫລາຍກວ່າ 1,7 ລ້ານຄົນ ໃນປະເທດ ການາ, ເຄນຢາ ແລະ ມາລາວີ. ເຊິ່ງວັກຊີນດັ່ງກ່າວໄດ້ຮັບການພິສູດແລ້ວວ່າ ມີຄວາມປອດໄພ ແລະ ມີປະສິດທິພາບ ສົ່ງຜົນໃຫ້ພະຍາດມາລາເຣຍທີ່ຮຸນແຮງ ແລະ ການເສຍຊີວິດຂອງເດັກຫລຸດລົງເປັນຈຳນວນຫລາຍ, ທັງນີ້ ຄວາມຕ້ອງການວັກຊີນປ້ອງກັນພະຍາດມາລາເຣຍ ໃນນທົ່ວໂລກສູງເຖິງ 40-60 ລ້ານໂດສ ຕໍ່ປີ.