ອຢ ປະເທດໄທ ອະນຸມັດວັກຊີນ Pfizer ສັກໃຫ້ເດັກນ້ອຍ 6 ເດືອນ – 5 ປີ ສາມາດປ້ອງກັນໂຄວິດໄດ້ 80.3%

ໃນວັນທີ 24 ສິງຫາ 2022 ດຣ ໄພສານ ດັ່ນຄຸ້ມ ເລຂາທິການຄະນະກົມການອາຫານ ແລະ ຢາ ປະເທດໄທ ເປີດເຜີຍວ່າ: ຄະນະອະນຸກຳມະການຂຶ້ນທະບຽນຢາປົວພະຍາດສຳລັບມະນຸດ ທີ່ເປັນວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ມີການອະນຸມັດໃຫ້ຂະຫຍາຍຂອບເຂດຂໍ້ບົ່ງໃຊ້ຂອງວັກຊີນ ໂຄມີເນຕີ (Comirnaty Vaccine) ຂອງບໍລິສັດໄຟເຊີຈຳກັດ ສຳລັບເດັກນ້ອຍອາຍຸ 6 ເດືອນ – 5 ປີ.
ຜ່ານມາບໍລິສັດໄດ້ອະນຸຍາດໃຫ້ໃຊ້ວັກຊີນສຳລັບກະຕຸ້ນສໍາລັບຄົນອາຍຸ 12 ປີຂຶ້ນໄປ ແລະ ມີການຂະຫຍາຍອອກໄປສໍາລັບເດັກນ້ອຍອາຍຸ 5-11 ປີ ສໍາລັບການສັກຢາເດັກນ້ອຍໂດຍຂະໜາດການໃຊ້ວັກຊີນຫລຸດລົງເປັນ 10 ໄມໂຄກຣາມ ດ້ວຍການສັກວັກຊີນ 2 ເຂັມ ທີ່ຫ່າງກັນ 21 ມື້. ສຳລັບປະລິມານການໃຊ້ວັກຊີນໃນກຸ່ມເດັກນ້ອຍອາຍຸ 6 ເດືອນ – 5 ປີ ຈະໃຊ້ວັກຊີນໂດສ ລະ 0,2 ມີນລີລິດ (3 ໄມໂຄຣກຣັມ) ສັກຈຳນວນ 3 ເຂັມໂດຍເຂັມ 2 ຫ່າງຈາກເຂັມ 1 ເປັນເວລາ 3 ອາທິດ ແລະ ເຂັມ 3 ຫ່າງຈາກເຂັມ 2 ເປັນເວລາ 8 ອາທິດ ເຊິ່ງຈະສາມາດປ້ອງກັນພະຍາດໂຄວິດໄດ້ 80.3%.

