ໃນວັນທີ 9 ກັນຍາ 2022 ສຳນັກງານສະຖິຕິກາງອິດສຣາເອວ ໃຫ້ຮູ້ວ່າ: ອີສຣາເອວ ຕ້ອນຮັບນັກທ່ອງທ່ຽວ ໃນຊ່ວງເດືອນ ມັງກອນ-ເດືອນສິງຫາ ເກືອບ 1.5 ລ້ານຄົນ , ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນຈາກເດືອນດຽວກັນຂອງປີກ່ອນ ທັງນີ້ ອິສຣາເອວກັບມາເປີດຊາຍແດນຕ້ອນຮັບນັກທ່ອງທ່ຽວຕ່າງປະເທດທີ່ສັກຢາປ້ອງກັນພະຍາດໂຄວິດ-19 ແລະ ອະນຸຍາດໃຫ້ນັກທ່ອງທ່ຽວທຸກຄົນເດີນທາງເຂົ້າປະເທດໄດ້ໃນເດືອນມີນາ ທີ່ຜ່ານມາ