ຈີນ ຄົ້ນພົບແຮ່ທາດຊະນິດໃໝ່ ຈາກດວງຈັນ

ໃນວັນທີ 9 ກັນຍາ 2022 ອົງການບໍລິຫານອາວະກາດແຫ່ງຊາດຈີນ ແລະ ສຳນັກງານປະລາມະນູແຫ່ງປະເທດຈີນ ຮ່ວມມືກັນປະກາດວ່າ: ຄະນະນັກວິທະຍາສາດໄດ້ຄົ້ນພົບແຮ່ທາດຊະນິດໃໝ່ຈາກດວງຈັນ ທີ່ເກັບຕົວຢ່າງໂດຍ ພາລະກິດ ສາງ ເອີ 5 ຂອງຈີນ.
ທ່ານ ຕົ່ງເປົ່າຖົງ ຮອງຜູ້ອຳນວຍການສຳນັກງານກ່າວວ່າ: ແຮ່ທາດດັ່ງກ່າວເປັນແຮ່ທາດຊະນິດໃໝ່ທີ່ຈີນຄົ້ນພົບຈາກດວງຈັນຄັ້ງທຳອິດ ແລະ ເປັນແຮ່ຊະນິດທີ 6 ທີ່ມະນຸດຄົ້ນພົບ ໃນການຄົ້ນພົບຄັ້ງໃໝ່ນີ້ ຈີນ ເປັນປະເທດທີ 3 ຂອງໂລກ, ແຮ່ທາດດັ່ງກ່າວ ມີຊື່ວ່າ: ສາງເອີໄຊ ວາຍ (changesite Y) ເປັນພຶກທີ່ຮຽງກັນແນວໃສບໍ່ມີສີສັນ ໂດຍຄົ້ນພົບຈາກການວິເຄາະອະນຸພາກກີນບະຊອສຈາກດວງຈັນຂອງທີມຈາກສະຖາບັນວິໄຈທໍລະນີວິທະຍາຢູເຣນຽມ ປັກກິ່ງ ເຊິ່ງຢູ່ໃນເຄືອຂອງບໍລິສັດນິວເຄຍປະະເທດຈີນ.

