ໂມນາໂກ ຕົກລົງຂາຍ ເອັມບັບເປ ໃຫ້ ປາຣິສ ແຊັງແຊັກແມັງ ແລ້ວ

ຫຼັງເປັນຂ່າວມາຕະຫຼອດໜ້າຮ້ອນປີນີ້ ໂດຍສະເພາະກັບ ຣິນ ມາດຣິດ ແລະ ປາຣິສ ແຊັງແຊັກແມັງ ຫຼ້າສຸດສື່ໃຫຍ່ ຝຣັ່ງ ພາກັນລາຍງານວ່າ ໂມ ນາໂກ ຕົກລົງຈະຂາຍ ຄີລຽນ ເອັມບັບເປ ໃຫ້ກັບ ປາຣິສ ແຊັງແຊັກແມັງ ດ້ວຍຄ່າໂຕ 150 ລ້ານເອີໂຣ ບວກຜູ້ຫຼິ້ນ ໜຶ່ງຄົນ ເຊິ່ງອາດເປັນ ລູກັສ ມູຣາ, ຢູລຽນ ດຣັກເລີ ຫຼື ຮາ ເວຍ ປາສຕໍເຣ ໂດຍ ເອັມບັບ ເປ ຈະເຊັນສັນຍາເປັນເວລາ 5 ປີ ຄ່າຈ້າງ 15 ລ້ານເອີໂຣຕໍ່ປີ.
ກ່ອນໜ້ານີ້ລາຍງານວ່າ ປາຣິສ ແຊັງແຊັກແມັງ ອາດ ຊື້ ເອັມບັບເປ ໄວ້ກ່ອນ ແລະ ໃຫ້ ໂມນາໂກ ຢືມໂຕໄປໃຊ້ ວຽກ 1 ລະດູການ ເພື່ອຫາ ທາງປ່ອຍຜູ້ຫຼິ້ນໃນສັງກັດ ອອກ ແລະ ຮັກສາຄ່າຈ້າງ ຂອງ ເອັມບັບເປ ເພື່ອທີ່ສະໂມ ສອນຈະໄດ້ເຮັດໂຕຢູ່ໃນກອບຂອງກົດຄວບຄຸມການເງິນ ຂອງ ຢູເອຟາ.
ຫາກຄ່າໂຄຂອງ ເອັມປັບ ເປ ເປັນໄປຕາມນັ້ນແທ້ ກໍຈະ ເຮັດໃຫ້ລາວກາຍເປັນນັກເຕະທີ່ຄ່າໂຕແພງທີ່ສຸດເປັນອັນດັບ 2 ຮອງຈາກ ເນມາ ເທົ່ານັ້ນ.