ອີຣານກຽມນຳເຂົ້າແກັສຣັດເຊຍວັນລະ 9 ລ້ານແມັດກ້ອນ ຜ່ານອາເຊີໄບຈານ

ສຳນັກຂ່າວຟາຣ໌ສຂອງອີຣານລາຍງານວ່າ: ອີຣານກຽມຊື້ແກັສວັນລະ 9 ລ້ານແມັດກ້ອນ ຈາກຣັດເຊຍຜ່ານທາງອາເຊີໄບຈານ ໂດຍກະຊວງນ້ຳມັນອີຣານໄດ້ປະກາດແຜນດັ່ງກ່າວໃນລາຍງານຊີ້ແຈງລາຍລະອຽດກ່ຽວກັບຂໍ້ຕົກລົງຈຳນວນ 4 ໝື່ນລ້ານໂດລາ ເຊິ່ງບໍລິສັດນ້ຳມັນແຫ່ງຊາດອີຣານ (NIOC) ໄດ້ຕົກລົງກັນໄວ້ກັບບໍລິສັດແກັສພຣອມຂອງລັດຖະບານຣັດເຊຍໃນເດືອນກໍລະກົດຜ່ານມາ.

ກະຊວງນ້ຳມັນອີຣານກ່າວວ່າ: ອີຣານຈະໄດ້ຮັບແກັສວັນລະ 6 ລ້ານແມັດກ້ອນຈາກຣັດເຊຍໃນມໍ່ໆນີ້ ຕາມຂໍ້ຕົກລົງສະວອບເພື່ອສົ່ງອອກໃນຮູບແບບແກັສທຳມະຊາດເຫລວ (LNG) ໄປປະເທດອື່ນໆຈາກທາງຕອນໃຕ້ຂອງອີຣານ.

ຂໍ້ຕົກລົງດັ່ງກ່າວຍັງຄວບຄຸມການສ້າງທໍ່ສົ່ງແກັສຈາກອີຣານໄປປາກິດສະຖານ ແລະ ໂອມານໃຫ້ສຳເລັດ ແລະ ເດີນໜ້າໂຄງການຜະລິດແກັສ LNG ທີ່ມີຢູ່ຈຳນວນຫລາຍໃນປະເທດໃຫ້ສຳເລັດ.

ຂະນະດຽວກັນ, ສຳນັກຂ່າວຊານາຂອງກະຊວງນ້ຳມັນອີຣານລາຍງານວ່າ: ຂໍ້ຕົກລົງດັ່ງກ່າວຍັງລະບຸເຖິງການພັດທະນາແຫລ່ງແກັສຄິຊ ແລະ ນອດ ຂອງອີຣານ ເຊັ່ນດຽວກັບບໍ່ນ້ຳມັນອີກ 6 ແຫ່ງ ລວມທັງການເພີ່ມຄວາມດັນໃນແຫລ່ງແກັສເຊົາ ພາຣ໌ສ ເດີນໜ້າໂຄງການ LNG ໃຫ້ສຳເລັດ, ສ້າງຂໍ້ຕົກລົງສະວອດແກັສ ແລະ ຜະລິດຕະພັນປິໂຕຣລຽມ ໄປຈົນເຖິງການສ້າງທໍ່ແກັສ.