ອົງການອະນາໄມໂລກພົບຜູ້ເສຍຊີວິດຈາກ “ອີໂບລາສາຍພັນຫາຍາກ” ໃນອູກັນດາ

ອົງການອະນາໄມໂລກ ແລະ ລັດຖະບານອູກັນດາ ປະກາດການແພ່ລະບາດຂອງພະຍາດອີໂບລາຄັ້ງໃໝ່ ໂດຍຖືເປັນຄັ້ງທຳອິດໃນຮອບ 10 ກວ່າປີ ເຊິ່ງພົບຜູ້ເສຍຊີວິດຈາກເຊື້ອໄວຣັສອີໂບລາ “ສາຍພັນຊູດັງ”.

ວັນທີ 20 ກັນຍາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກຂອງອູກັນດາ ແລະ ອົງການອະນາໄມໂລກ (WHO) ອອກຖະແຫລງການຮ່ວມກັນ ກ່ຽວກັບການແພ່ລະບາດຂອງພະຍາດອີໂບລາ ຫລັງມີການຢືນຢັນຜູ້ຍິງອາຍຸ 24 ປີຄົນໜຶ່ງ ອາໄສຢູ່ໃນເຂດມູເບນເດ ທາງຕອນກາງຂອງປະເທດ ຕິດເຊື້ອ ແລະ ເສຍຊີວິດເມື່ອບໍ່ດົນມານີ້.

ຂະນະດຽວກັນ ຍັງມີຜູ້ຕິດເຊື້ອ ທີ່ມີອາການຄ້າຍຄືການຕິດເຊື້ອໄວຣັສອີໂບລາອີກຢ່າງໜ້ອຍ 8 ຄົນ ເຊິ່ງທຸກຄົນຢູ່ພາຍໃນການເບິ່ງແຍງຢ່າງໃກ້ຊິດຂອງຄະນະແພດແລ້ວ ແລະ ກຳລັງກວດສອບການເສຍຊີວິດຂອງຜູ້ຕິດເຊື້ອອີກຢ່າງໜ້ອຍ 6 ຄົນ ວ່າເປັນຜົນຈາກການຕິດເຊື້ອໄວຣັສອີໂບລາ ຫລື ບໍ່. ທັງນີ້ WHO ກັງວົນວ່າການແພ່ລະບາດຂອງພະຍາດອີໂບລາໃນອູກັນດາຮອບນີ້ ເນື່ອງຈາກເປັນເຊື້ອສາຍພັນຊູດັງ ເຊິ່ງພົບຄັ້ງທຳອິດໃນຮອບ 1 ກວ່າທົດສະວັດ.

ອູກັນດາຜະເຊີນການແພ່ລະບາດໃຫຍ່ຄັ້ງຫລ້າສຸດຂອງພະຍາດອີໂບລາ ໃນປີ 2019 ມີຜູ້ຕິດເຊື້ອທີ່ຢືນຢັນ 24 ຄົນ ແລະ ເສຍຊີວິດ 17 ຄົນ ຄິດເປັນອັດຕາການເສຍຊີວິດ 71%.